Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫຼົດ! ພົບສົບເສຍຊີວິດຄາກອງໄຟ ທີ່ເຫດໄຟໄໝ້ປ່າຫຍ້າ ດອນຈັນ

Posted on 30/01/202030/01/2020 By All in LAOS No Comments on ສະຫຼົດ! ພົບສົບເສຍຊີວິດຄາກອງໄຟ ທີ່ເຫດໄຟໄໝ້ປ່າຫຍ້າ ດອນຈັນ

ຈາກເຫດການ ໄຟໄໝ້ ປ່າຫຍ້າທີ່ດອນຫາດດອນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນກ່ອນບ່າຍ ວັນທີ 30 ມັງກອນ 2020. ເຊິ່ງໄຟໄດ້ລຸກໄໝ້ ແລະ ລາມຢ່າງໄວວາ, ເຈົ້າໜ້າທີ່ ດັບໄຟ ແລະ ອາສາກູ້ໄພ ຕ້ອງໃຊ້ເວລາຫຼາຍຊົ່ວໂມງໃນການ ເຂົ້າມອດໄຟ, ເຊິ່ງເປັນໄປດ້ວຍຄວາມຍາກລໍາບາກ.

ພາຍຫຼັງໄຟໄໝ້ ໄດ້ດັບລົງ, ທາງເຈົ້າໜ້າທີ່ໄດ້ ກວດສອບຕາມສະຖານທີ່ດອນ ທີ່ຖືກໄຟໄໝ້, ໄດ້ພົບເຫັນມີສົບຄົນນອນເສຍຊີວິດ ກາງກອງໄຟ, ເຊິ່ງຈາກຂໍ້ມູນລັກສະນະຂອງສົບທີ່ເສຍຊີວິດ ເບື້ອງຕົ້ນຄາດວ່າແມ່ນຄົນຕ່າງປະເທດ, ບໍ່ທັນຮູ້ຊັດເຈນວ່າ ແມ່ນຄົນປະເທດໃດ. ສ່ວນສາເຫດການເສຍຊີວິດ ທີ່ກອງໄຟນັ້ນ ບໍ່ທັນຮູ້ແນ່ຊັດວ່າ ຕາຍກ່ອນເຫດໄຟໄໝ້ ຫຼື ແນວໃດ. ເຊິ່ງທາງເຈົ້າໜ້າທີ່ຈະມີການສືບສວນ ລາຍລະອຽດ ຕາມຂັ້ນຕອນຕໍ່ໄປ.

ສົບເສຍຊີວິດກາງກອງໄຟ
ສິ່ງຂອງທີ່ພົບເຫັນ ໃນຕົວຜູ່ຕາຍ
ເຈົ້າໜ້າທີ່ລົງເກັບກໍາຂໍ້ມູນຫຼັກຖານໃນທີ່ເກີດເຫດ
ເຈົ້າໜ້າທີ່ລົງເກັບກໍາຂໍ້ມູນຫຼັກຖານໃນທີ່ເກີດເຫດ

ພາບແລະຂ່າວ: ນັກຂ່າວສັນຈອນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຜີຍອາຊີບທວງໜີ້ ຮັບໃຊ້ເຈົ້າພໍ່ຄ້າຢາເສບຕິດ! ສານຕັດສິນປະຫານຊີວິດ
Next Post: ເປັນຕາຢ້ານ! ລາຍງານວັນທີ 31/1/2020 ໄວຣັດໂຄໂຣນາ ຂ້າ 213 ຄົນແລ້ວ!

Related Posts

ສະຫາຍ ຄຳພັນ ພົມມະທັດ ໄດ້ຮັບໜ້າທີ່ເປັນປະທານຄະນະກວດກາສູນກາງພັກຜູ່ໃໝ່ ຂ່າວສານບ້ານເມືອງ
ກະຊວງສຶກສາແຈ້ງການອະນຸຍາດໃຫ້ເປີດການຮຽນການສອນໄດ້ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນເທົ່ານັ້ນ ຂ່າວສານບ້ານເມືອງ
ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສືບຕໍ່ປະຕິບັດມາດຕະການເພືີ່ອປ້ອງກັນການລະບາດຂອງພະຍາດ COViD-19 ຢູ່ໃນໂຮງຮຽນ. ຂ່າວສານບ້ານເມືອງ
ເມືອງໂຂງ ລົບລ້າງການຫາປາດ້ວຍມອງ ແລະ ຫຼີ່ ເພື່ອເປັນການອະນຸລັກສັດນໍ້າ ຂ່າວສານບ້ານເມືອງ
ສະພາບອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ຂ່າວສານບ້ານເມືອງ
ຂໍຊົມເຊີຍ! ນໍາໃຈຄົນລາວຊ່ວຍເຫຼືອກັນໃນຍາມວິກິດ ໂ ຄ ວິ ດ ແບບນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme