ໂຫດຮ້າຍ! ເຜີຍອາຊີບທວງໜີ້ ຮັບໃຊ້ເຈົ້າພໍ່ຄ້າຢາເສບຕິດ! ສານຕັດສິນປະຫານຊີວິດ
ກ່ອນໜ້ານີ້, ໜັງສືພິມຄວາມສະຫງົບ ໄດ້ນໍາສະເໜີຂ່າວ ປະເດັນຄໍາຕັດສິນຂອງສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີຄ້າຂາຍຢາເສບຕິດລາຍໃຫຍ່ ຈໍານວນ 22 ຄົນ; ໂດຍ 8 ຄົນຖືກຕັດສິນປະຫານຊີວິດ ແລະ ທ້າວ ກິນ້ອຍ ໄວອາຍຸ 36 ປີ ກໍໄດ້ເປັນໜຶ່ງໃນນັກໂທດປະຫານ; ແຕ່ຈະກ່ອນປິດຕຳນານລົງ ໜັງສືພິມປ້ອງກັນຄວາມສະຫງົບຍັງໄດ້ເປີດເຜີຍເບື້ອງຫຼັງຊີວິດ ໂດຍໃຫ້ຮູ້ວ່າ: ທ້າວ ກິນ້ອຍ ໄດ້ທຳຄວາມຜິດຫຼາຍສະຖານ ເຊັ່ນ: ໃນສະຖານການຄ້າຢາເສບຕິດປະເພດຢາບ້າ ແລະ ເຮໂຣອິນ, ການຟອກເງິນ, ການຊື້-ຂາຍອາວຸດເສິກ, ເປັນນັກເລງອັນຕະພານ, ທຳຮ້າຍຮ່າງກາຍ ແລະ ຊື້-ຂາຍຊັບຂອງພົນລະເມືອງຢ່າງຜິດກົດໝາຍ.

ຢ້ອນກັບໄປເບິ່ງປະຫວັດຂອງຜູ້ກ່ຽວນັບຕັ້ງແຕ່ປີ 2014-2015 ຜູ້ກ່ຽວໄດ້ຂາຍຢາບ້າໃຫ້ກັບພັກພວກ ຊື່ທ້າວ ຄອນໄທ ຢູ່ເເຂວງ ສະຫວັນນະເຂດ ຈຳນວນ 80 ມັດ ເທົ່າ 160.000 ເມັດ ໂດຍຢາບ້າທີ່ເອົາມາຂາຍແມ່ນຊື້ນຳ ທ້າວ ພັນ, ການຊື້ຂາຍຂອງຜູ້ກ່ຽວກັບ ທ້າວ ຄອນໄຊ ນັ້ນແມ່ນຈະເອົາຢາບ້າໃຫ້ທ້າວ ຄອນໄຊ ໄປຂາຍກ່ອນ ແລ້ວເກັບເງິນຕາມຫຼັງ ເມື່ອທ້າວ ຄອນໄຊ ບໍ່ຈ່າຍຜູ້ກ່ຽວພ້ອມກັບທ້າວ ສຸກສາຄອນ ຫຼື ເລ້ , ທ້າວ ໂນ່ ແລະ ນາງ ປາວີນາ (ແຟນສາວ) ຈະໄປທວງຖາມເອົາເງິນມາໃຫ້ທ້າວ ພັນ ແລະ ຮັບຄ່າຈ້າງ 400.000 ບາດ ຜ່ານມາ ທ້າວ ຄອນໄຊ ໄດ້ເອົາລົດໃຫຍ່ປຣາໂດ ປ່ຽນແທນຄ່າຢາບ້າ ໂດຍຕີມູນຄ່າ 2.200.000 ບາດ.
ຕໍ່ມາ, ຍັງໄດ້ຂາຍຢາເຮໂຣອິນ ຈຳນວນ 10 ຄູ່ ໃຫ້ກັບ ທ້າວ ເສີດ, ຂາຍຢາບ້າຈຳນວນ 100 ມັດທີ່ຊື້ນຳທ້າວ ຄຳເງິນ ຂາຍໃຫ້ທ້າວ ຊານ (ຄົນໄທ). ນອກນີ້, ຜູ້ກ່ຽວຍັງເປັນຜູ້ບັນຊາການຄ້າຂາຍຢາເສບຕິດໃຫ້ກັບ ທ້າວ ເລ້ ແລະ ທ້າວ ອາລອງ. ເມື່ອມີຂໍ້ຂັດແຍ່ງ ຜູ້ກ່ຽວຈະເປັນຄົນໄປໄກ່ເກ່ຍຈະໄດ້ຮັບຄ່າຈ່າງ ຄັ້ງລະ 300.000-400.000 ບາດ, ຕໍ່ມາ ທ້າວ ເລ້ ໄດ້ເອົາຢາບ້າ 3 ມັດ ໃຫ້ຜູ້ກ່ຽວນຳໄປໃຫ້ ທ້າວ ອາລອງ.
ນອກນີ້, ທ້າວ ຄອນປະສົງ ອາຍຸ 47 ປີ ແລະ ນາງ ມະນີວັນ ອາຍຸ 43 ປີ ທັງ 2 ຢູ່ບ້ານສະພັງເມິກ ເມືອງໄຊທານີ ໄດ້ໃຫ້ຜູ້ກ່ຽວໄປທວງເອົາເງິນຄ່າຢາເສບຕິດ ຈຳນວນ 5 ຄັ້ງຄື:
ຄັ້ງທີ 1: ຜູ້ກ່ຽວກັບ ທ້າວ ສົມບູນ ຫຼື ໝູ ພ້ອມກັບລູກນ້ອງຂອງ ທ້າວ ຄອນປະສົງ ໄປທວງຖາມເອົາເງິນນຳ ທ້າວ ໄຊຊະນະ ຫຼື ວັນລົບ ຈຳນວນ 13.000.000 ບາດ ໄດ້ຄ່າຈ້າງ 1.200.000 ບາດ,
ຄັ້ງທີ 2: ໄປຮັບເອົາຄົນຈີນ ແລະ ຄົນມຽນມາ 2 ຄົນ ຢູ່ສະໜາມບິນ ແລ້ວໄປທວງເອົາເງິນຄ່າຢາເສບຕິດນຳ ທ້າວ ສາຍຄຳ ຫຼື ຄຳມະນີ ຫຼື ໂຕ້ ຈຳນວນ 200.000.000 ບາດ. ແຕ່ ທ້າວ ສາຍຄຳ ບໍ່ມີເງິນໃຫ້ ຈຶ່ງເອົາລົດໃຫຍ່ໃຫ້ 4 ຄັນ ປະກອບມີ ລົດແລນໂລເວີ 2 ຄັນ, ລົດເກງ ອໍດີ ແລະ ລົດແລນກູເຊີ, ຄັ້ງນີ້ ທ້າວ ຄອນປະສົງ ເອົາເງິນຄ່າຈ້າງໃຫ້ 500.000 ບາດ,

ຄັ້ງທີ 3: ໄປທວງເອົາເງິນນຳ ທ້າວ ອາດ ຈຳນວນ 1.200.000 ບາດ ຮັບຄ່າຈ້າງ 200.000 ບາດ
ຄັ້ງທີ 4: ຜູ້ກ່ຽວໄປທວງຖາມເອົາເງິນນຳ ທ້າວ ສິນ ທີ່ຕິດໜີ້ຄ້າຢາເສບຕິດນຳ ທ້າວ ຊຽງແຫຼ້ ທີ່ເປັນຫຼານຊາຍຂອງ ທ້າວ ຄອນປະສົງ ໂດຍຮູ້ວ່າ ທ້າວ ສິນ ຈະໄປຊື້ລົດຢູ່ຮ້ານຂາຍລົດ ເຂດບ້ານສະພັງເມີກ. ຜູ້ກ່ຽວກັບລູກນ້ອງຂອງ ທ້າວ ຊຽງແຫຼ້ ທວງເອົາເງິນນຳ ທ້າວ ສິນ ໄດ້ລົດວີໂກ້ 1 ຄັນ ພ້ອມເງິນ 2.000.000 ບາດ,
ຄັ້ງທີ 5: ໄປທວງເອົາເງິນນຳ ທ້າວ ຈັນຫອມ 400.000 ບາດ ຄັ້ງນີ້ບໍ່ຮູ້ວ່າແມ່ນເງິນຄ່າຫຍັງການທວງໜີ້ນຳຜູ້ຄ້າຂາຍຢາເສບຕິດ.
ແຕ່ລະຄັ້ງຜູ້ກ່ຽວໄດ້ຮ່ວມກັບ ທ້າວ ສົມບູນ, ທ້າວ ໂອກ, ທ້າວ ທະນົງສັກ ຫຼື ແອ້ນ, ທ້າວ ນູ່ ຫຼື ໂນ່, ທ້າວ ເລ້ ໂດຍມີອາວຸດປືນຄົບມື ແລະ ນຳໃຊ້ລົດເລັກຊັດ ໝາຍເລກທະບຽນ ກຜ 2320, ລົດຈິບ ເລັກຊັດ ໝາຍເລກທະບຽນ ຮທ 8777 ແລະ ລົດວີໂກ້ ໝາຍເລກທະບຽນ 4455 ເປັນພາຫະນະເຄື່ອນໄຫວ.
ໂດຍເລີ່ມຈາກ ນາງ ວັນ ໃຫ້ໄປທວງໜີ້ຄ່າຢາເສບຕິດນຳ ທ້າວ ໜິງ ຢູ່ປະເທດໄທ ຈຳນວນ 20 ລ້ານບາດ ຮັບຄ່າຈ້າງ 1 ລ້ານ 2 ແສນບາດ,
ຕໍ່ມາທ້າວ ແປງ ໃຫ້ໄປທວງໜີ້ນຳ ທ້າວ ເລ້ ຈຳນວນ 8 ລ້ານ 5 ແສນບາດ ຮັບຄ່າທວງ 1 ລ້ານບາດ,
ທ້າວ ອ່ຽນ ໃຫ້ໄປທວງ ໜີ້ນຳທ້າວ ແຈັກກີ້ ຈຳນວນ 4 ລ້ານ 5 ແສນບາດ ຮັບຄ່າທວງ 7 ແສນບາດ,
ທ້າວ ຫຼ້າ ແລະ ນາງ ຕ້ອຍ (ຜົວ-ເມຍ) ໃຫ້ໄປທວງເງິນນຳນາງ ມີ ຈຳນວນ 1 ລ້ານ 8 ແສນບາດ ແຕ່ຍັງບໍ່ໄດ້ຮັບຄ່າທວງໜີ້.
ການເປັນນັກເລງອັນຕະພານ ແລະ ການທຳຮ້າຍຮ່າງກາຍນັ້ນ ຜູ້ກ່ຽວໄດ້ທຳຮ້າຍຮ່າງກາຍ ທ້າວ ລາຊາ, ທ້າວ ໄພ, ທ້າວ ດະ, ທ້າວ ຈຸ່ຍຈັກຈິດ ດ້ວຍຮູບການເອົາເຊືອກມັດຕີນມັດມືແລ້ວທຸບຕີ, ເຕະ ແລະ ເອົາທ້າຍປືນຕີຫົວຈົນສະຫຼົບ ແລ້ວນຳໄປຂັງຢູ່ຫ້ອງເຊົ່າ ເຂດບ້ານ ເກົ້າລ້ຽວ, ເມືອງ ສີໂຄດຕະບອງ ບໍ່ໃຫ້ກິນຫຍັງ, ຜູ້ກ່ຽວຍັງໄດ້ຍິງປືນໃສ່ເຮືອນ ທ້າວ ດວງຈັນ ຢູ່ບ້ານ ດ່ານຄຳ, ເມືອງ ສີໂຄດຕະບອງ ຍ້ອນທ້າວ ດວງຈັນ ຫຶງຫວງລູກສາວ. ຕໍ່ມາ, ຜູ້ກ່ຽວໄດ້ພາຕົວ ທ້າວ ເພັດສາຄອນ ທີ່ຕິດໜີ້ຄ່າຢາບ້າຂອງທ້າວ ສົງ ຫຼື ຊົງ ຢູ່ແຂວງ ບໍ່ແກ້ວ, ເມື່ອໄປຮອດແຂວງບໍ່ແກ້ວ ໄດ້ໃຫ້ ທ້າວ ເພັດສາຄອນ ຂົນສົ່ງຢາບ້າໃຫ້ ທ້າວ ສົງ ຫຼື ຊົງ ຈົນໜີ້ຈະໝົດ.
ນອກນີ້, ຜູ້ກ່ຽວຍັງໄດ້ຊື້ລົດຈັກ ແຊດ 250 ໃນລາຄາ 40.000 ບາດ ແລະ ຊູເມີເອັກ ໃນ ລາຄາ 18.000 ບາດ (ລົດເຖື່ອນ) ແລະ ໄດ້ຊື້ປືນສັ້ນ ຈຳນວນ 4 ກະບອກ ນຳທ້າວ ຊານ ປະກອບມີ 9 ມມ 2 ກະບອກ, ຊີແຊັດ ຈຸດ 22 ແລະ ເອັມ 79. ຈາກນັ້ນ, ກໍຂາຍປືນ ເອັມ 79 ໃຫ້ທ້າວ ນວນ ໃນລາຄາ 22.000 ບາດ.
ເງິນທີ່ໄດ້ມາຈາກການກະທຳຂອງຜູ້ກ່ຽວ ແມ່ນໄດ້ເອົາໄປໂອນເຂົ້າບັນຊີທະນາຄານຂອງກະສິກອນໄທ ໂດຍແມ່ນນາງ ປາວີນາ ຫຼື ຈູ່ລີ, ອາຍຸ 19 ປີ (ແຟນສາວ) ເຊິ່ງອາໄສບ້ານ ວັດໄຕນ້ອຍ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນຜູ້ຟອກເງິນ, ແລ້ວຖອນອອກມາຊື້ດິນ, ເຮືອນ ແລະ ລົດ. ມາວັນທີ 16 ກັນຍາ 2016, ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ຈາກປະຫວັດຂອງຜູ້ກ່ຽວ ຜ່ານມາຍັງເຄີຍຕ້ອງໂທດໃນຄະດີທຳຮ້າຍຮ່າງກາຍອີກດ້ວຍ.
ນອກນັ້ນ, ສານຍັງໄດ້ຕັດສິນຮິບທີ່ດິນ 1 ຕອນ ພ້ອມເຮືອນ 1 ຫຼັງ, ຮິບເງິນປະເພດເງິນບາດ, ເງິນກີບ ແລະ ເງິນໂດລາ, ຮິບຄໍາ ແລະ ເຄື່ອງປະດັບ, ພະບູຊາ, ພະເຄື່ອງຈຳນວນ 14 ລາຍການ, ຮິບເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ຈຳນວນ 11 ລາຍການ, ຮິບປະເພດລົດ ຈຳນວນ 7 ຄັນ ທີ່ໄດ້ມາຈາກການກະທຳຂອງຜູ້ກ່ຽວເຂົ້າເປັນຂອງລັດທັງໝົດ.
ຮຽບຮຽງໂດຍ: ພຸດສະດີ