Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດແຕ່ງຕັ້ງຄະນະສະເພາະກິດຮັບມືໂຄໂຣນາພ້ອມວາງ 8 ມາດຕະການຮັບມື

Posted on 29/01/202030/01/2020 By News No Comments on ລັດແຕ່ງຕັ້ງຄະນະສະເພາະກິດຮັບມືໂຄໂຣນາພ້ອມວາງ 8 ມາດຕະການຮັບມື

ຫ້ອງວ່າການນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 98/ຫສນຍ, ລົງວັນທີ 27 ມັງກອນ 2020 ວ່າດ້ວຍທິດຊີ້ນຳກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັສໂຄໂຣນາ) ພ້ອມໄດ້ກຳນົດມາດຕະການໃນການຮັບມືແຕ່ລະດ້ານເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  • ກວດກາຈຸດທີ່ມີຄວາມສ່ຽງ (ຊາຍແດ, ສະນາມບິນ, ສະຖານີລົດໂດຍສານ, ໂຮງໝໍ, ຕະຫຼາດ)
  • ກະກຽມຈຸດບໍລິການສາທາລະນະສຸກໃນທົ່ວປະເທດ
  • ໂຄສະນາເຜີຍແຜ່ ແລະ ໃຫ້ຂໍ້ມູນ-ຂ່າວສານກ່ຽວກັບວິທີປ້ອງກັນຜ່ານສື່ຕ່າງໆໃຫ້ແກ່ສັງຄົມຢ່າງກວ້າງຂວາງ
  • ແຈ້ງເຕືອນໃຫ້ປະຊາຊົນກ່ຽວກັບການອຸປະໂພກ ແລະ ບໍລິໂພກ
  • ເກັບກຳສະຖິຕິ ແລະ ຕິດຕາມກວດກາສຸຂະພາບຜູ້ເດີນທາງ
  • ຄວບຄຸມລາຄາອຸປະກອນຮັບໃຊ້ສຳລັບການປ້ອງກັນພະຍາດ
  • ຄົ້ນຄວ້າ ແລະ ວາງແຜນເພື່ອກະກຽມແກ້ໄຂຜົນກະທົບທີ່ອາດເກີດຂຶ້ນ
  • ກະກຽມງົບປະມານຈາກບ້ວງເງິນແຮລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຈຳເປັນ

ສະຖານະການການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັສໂຄໂຣນາ) ຕາມການລາຍງານຫຼ້າສຸດຂອງຫຼາຍສຳນັກຂ່າວຕ່າງປະເທດລາຍງານວັນນີ້ (29/01/2020) ໃຫ້ຮູ້ວ່າ ມີຈຳນວນຜູ້ເສຍຊີວິດ 132 ຄົນສະເພາະໃນຈີນ ແລະ ຈຳນວນຜູ້ຕິດເຊື້ອສະສົມຢ່າງໜ້ອຍ 5,974 ຄົນ ຈາກຈໍານວນດັ່ງກ່າວຢ່າງໜ້ອຍ 1,109 ຄົນມີອາການຢູ່ໃນຂັ້ນວິກິດ ໂດຍແຂວງ ຫູເປີ່ຍຍັງເປັນພື້ນທີ່ທີ່ມີຄົນເສຍຊີວິດຫຼາຍທີ່ສຸດ ພົບຜູ້ເສຍຊີວິດເພີ່ມຢ່າງໜ້ອຍ 25 ຄົນ ແລະ ຜູ້ຕິດເຊື້ອເພີ່ມອີກຢ່າງໜ້ອຍ 840 ຄົນ ສະເພາະເມື່ອວັນອັງຄານທີ່ຜ່ານມາ.

ຮຽບຮຽງຂ່າວ: ພຸດສະດີ

ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງ ຮສສ ມອບ-ໂອນ ຄືນວຽກງານນະ­ໂຍ­ບາຍ​ອຸດ​ໜູນ​ບຳ­ນານ-​ເສຍ​ອົງ­ຄະ​ໃຫ້ ​2 ກະຊວງ ເປັນຜູ່ຄຸ້ມຄອງ
Next Post: ນັກໂທດປະພຶດຕົວດີ 41 ຄົນ ໄດ້ຮັບການປ່ອຍຕົວ ທີ່ແຂວງຄໍາມ່ວນ

Related Posts

ເຈົ້າໜ້າທີ່ສະເພາະກິດທີ່ເອົາໃຈໃສ່ໃນການລົງກວດກາບັນດາຮ້ານເຫຼົ້າ-ເບຍ​ ຢູ່ໃນຂອບເຂດແຂວງວຽງຈັນ ຂ່າວສານບ້ານເມືອງ
ອອກມາແລ້ວ! ຂໍ້ຕົກລົງ ຄ່າບໍລິການກວດ ແລະ ປິ່ນປົວ ໂຄວິດ-19 ຂ່າວສານບ້ານເມືອງ
ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III ຂ່າວສານບ້ານເມືອງ
ຈັ ບ ຊ າ ຍ ອ າ ຍຸ 48 ປີ ລັ ກ ລ ອ ບ ຂ າ ຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ຈະລາຈອນ ເມືອງປາກງື່ມ ຕັ້ງດ່ານກວດກາພາຫະນະ ພົບຜູ້ຄ້າຂາຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະ ໄດ້ນໍາເອົາ ເຄື່ອງອຸປະໂພກ -ບໍລິໂພກ ໄປມອບໃຫ້ຄອບຄົວທີ່ຖືກ ໄ ຟ ໄ ໝ້ ເຮືອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme