ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 28 ມັງກອນ 2020 ໃຫ້ຮູ້ວ່າ: ກະຊວງ ຮສສ ໄດ້ຮັບການມອບ-ໂອນ ການຄຸ້ມຄອງນາຍ ແລະ ພົນທະຫານຈາກກະຊວງປ້ອງກັນປະເທດ ປີ 1993 ແລະ ໄດ້ຮັບການມອບ-ໂອນນາຍ ແລະ ພົນຕຳຫຼວດຈາກກະຊວງປ້ອງກັນຄວາມສະຫງົບປີ 2010 ໄດ້ມອບ-ໂອນຄືນໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຮັບຜິດຊອບຄຸ້ມຄອງດູແລຕໍ່ໄປ.
ພິທີມອບ-ຮັບການຄຸ້ມຄອງນາຍ ແລະ ພົນທະຫານ-ຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ-ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ລະຫວ່າງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ກະຊວງ ປ້ອງກັນປະເທດ ແລະ ກະຊວງ ປ້ອງກັນຄວາມສະຫງົບ ຈັດຂຶ້ນວັນທີ 24 ມັງກອນ 2020 ທີ່ກະຊວງ ປ້ອງກັນປະເທດ ຮ່ວມລົງນາມລະຫວ່າງ ທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງ ຮສສ, ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ພົນຕີ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະຫະພັນນັກຮົບເກົ່າແຫ່ງຊາດ, ກະຊວງ ພາຍໃນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບລົງວັນທີ 26 ທັນວາ 2018 ແລະ ຂໍ້ຕົກລົງວ່າດ້ວຍການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ-ຕຳຫຼວດ ສະບັບລົງວັນທີ 22 ມັງກອນ 2020 ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ-ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບທີ່ກະຊວງ ຮສສ ໄດ້ຮັບການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານຈາກກະຊວງປ້ອງກັນປະເທດ ປີ 1993 ແລະ ໄດ້ຮັບການມອບ-ໂອນນາຍ ແລະ ພົນຕຳຫຼວດຈາກກະຊວງປ້ອງກັນຄວາມສະຫງົບປີ 2010, ໄດ້ມອບ-ໂອນຄືນໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຮັບຜິດຊອບຄຸ້ມຄອງດູແລຕໍ່ໄປ;
ທັງນີ້, ເພື່ອເປັນການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງດູແລໂດຍກົງຮອບດ້ານໃນການປະຕິບັດນະໂຍບາຍໃນໄລຍະໃໝ່ນີ້ ມີຈຳນວນນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ບຳນານ-ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ພ້ອມດ້ວຍຜູ້ຮັບອຸດໜູນສະມາຊິກຄອບຄົວ 8.171 ຄົນ; ລວມທັງຄົນທີ່ສູນເສຍອົງຄະທົ່ວປະເທດ, ລູກພະນັກງານບຳນານ ແລະ ເສຍອົງຄະທີ່ຍັງບໍ່ທັນພົ້ນກະສຽນ 1.130 ຄົນ ລວມທັງລູກພະນັກງານບຳນານ ແລະ ຜູ້ທີ່ເສຍອົງຄະທີ່ຍັງບໍ່ທັນພົ້ນກະສຽນ, ຜູ້ທີ່ເສຍອົງຄະພິເສດ, ຜູ້ດູແລຜູ້ເສຍອົງຄະພິເສດ, ພະນັກງານ-ລັດຖະກອນ ທີ່ກະຊວງ ຮສສ ຄຸ້ມຄອງຜ່ານມາຢູ່ໃນ ສູນເສຍອົງຄະທົ່ວປະເທດທັງ 12 ແຫ່ງຄື: ສູນເສຍອົງຄະພິເສດ 790 ມີ 174 ຄົນ, ຍິງ 94 ຄົນ; ສູນພັດທະນາຜູ້ເສຍອົງຄະ 489 ມີ 148, ຄົນ ຍິງ 49 ຄົນ; ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ 686 ມີ 103 ຄົນ, ຍິງ 26 ຄົນ; ສູນເສຍອົງຄະ 19 ເມືອງງອຍ ແຂວງຫຼວງພະບາງ ມີ 103 ຄົນ, ຍິງ 62 ຄົນ; ສູນເສຍອົງຄະ 598 ເມືອງນານ ແຂວງຫຼວງພະບາງ ມີ 62 ຄົນ, ຍິງ 5 ຄົນ.
ຮຽບຮຽງຂ່າວ: ລາວໂພສຕ໌ Laopost