Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະນາຄານໂລກ ສະໜອງທຶນ 50 ລ້ານໂດລາ ແກ່ ສປປ ລາວ ເພື່ອຟື້ນຟູ ຫຼັງໄພພິບັດ

Posted on 28/01/202028/01/2020 By All in LAOS No Comments on ທະນາຄານໂລກ ສະໜອງທຶນ 50 ລ້ານໂດລາ ແກ່ ສປປ ລາວ ເພື່ອຟື້ນຟູ ຫຼັງໄພພິບັດ

ໃນວັນທີ 28 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ, ລັດຖະບານແຫ່ງສປປລາວຕາງໜ້າໂດຍກະຊວງການເງິນໄດ້ລົງນາມສັນຍາເງິນຊ່ວຍເຫຼືອຈໍານວນ 50 ລ້ານໂດລາສະຫະລັດຈາກທະນາຄານໂລກ, ເພື່ອສືບຕໍ່ສະໜັບສະໜູນການປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ຢູ່ສປປລາວແລະໂຄງການຂະແໜງການຂົວທາງໄລຍະ II.

ໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ປອນຕາຣາ (Nicola Pontara) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສະໜອງທຶນຈຳນວນ 50 ລ້ານໂດລາ, ຊຶ່ງສະພາບໍລິຫານຂອງທະນາຄານໂລກໄດ້ອະນຸມັດທຶນເພີ່ມເຕີມໃນວັນທີ 13 ທັນວາ 2019 ເພື່ອສະໜັບສະໜູນຄວາມພະຍາຍາມໃນວຽກງານການຄຸ້ມຄອງຄວາມສ່ຽງດ້ານອຸທົກກະໄພ ແລະ ຂະແໜງການຂົວທາງ, ຊຶ່ງເປັນຂະແໜງການທີ່ຖືກຜົົນກະທົບຢ່າງຫຼວງຫຼາຍກວມເອົາ 55 ສ່ວນຮ້ອຍຂອງຄວາມເສຍຫາຍທັງໝົດພາຍຫຼັງເຫດການໄພນໍ້າຖ້ວມໃນປີ 2018.

ໃນມູນຄ່າທຶນຊ່ວຍເຫຼືອທັງໝົດ 50 ລ້ານໂດລາສະຫະລັດ. ໃນນັ້ນ, ຈໍານວນ 25 ລ້ານໂດລາສະຫະລັດ ຈະນໍາໃຊ້ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ ຢູ່ ສປປ ລາວ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມຢູ່ເຂດເປົ້າໝາຍ.

ສ່ວນທຶນທີ່ເຫຼືອຈໍານວນ 25 ລ້ານໂດລາສະຫະລັດຈະນໍາໃຊ້ສະໜັບສະໜູນໂຄງການຂະແໜງການຂົວທາງ ໄລຍະທີ II ເພື່ອສ້ອມແປງເສັ້ນທາງທີ່ຖືກເສຍຫາຍ, ຊຶ່ງລວມທັງການປັບປຸງບາງສ່ວນເສັ້ງທາງທີ່ສ່ຽງຖືກນໍ້າຖ້ວມ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແລະ ຍົກລະດັບຄວາມຕ້ານທານຂອງໂຄງລ່າງພື້ນຖານຂົວທາງຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢູ່ແຂວງບໍລິຄໍາໄຊ ແລະ ຈະນໍາໃຊ້ຍົກລະດັບທາງຕາມສ່ວນເສັ້ນທາງທີ່ສ່ຽງຖືກນໍ້າຖ້ວມ, ປັບປຸງລະບົບລະບາຍນໍ້າ, ໝູນໃຊ້ວິທີການແກ້ໄຂແບບຊີວະ–ວິສະວະກໍາ ເພື່ອປ້ອງກັນສັນທາງເຈື່ອນນອກຈາກນັ້ນ, ຍັງນໍາໃຊ້ທຶນຊ່ວຍເຫຼືອບ້ວງນີ້ເພື່ອປັບປຸງທາງດ້ານຄວາມປອດໄພຂອງເສັ້ນທາງອີກດ້ວຍ.

ໃນປີ 2018 ສປປ ລາວ ຖືກກະທົບໃນມູນຄ່າຫຼາຍທີ່ສຸດໃນຮອບທົດສະວັດຈາກອຸທົກກະໄພທີ່ເກີດຂຶ້ນເປັນຕົ້ນ: ຝົນຕົກໜັກຈາກພາຍຸເຂດຮ້ອນສອງລູກບວກກັບສັນເຂື່ອນແຕກຢູ່ແຂວງອັດຕະປືເຮັດໃຫ້ເກີດນໍ້າຖ້ວມ, ປະຊາຊົນຫຼາຍກວ່າ 600.000 ຄົນຖືກກະທົບ ແລະ ມີ 64 ຄົນເສຍຊີວິດ. ຜົນການປະເມີນຄວາມຕ້ອງການຫຼັງເກີດໄພພິບັ ໄດ້ປະເມີນມູນຄ່າຄວາມເສຍຫາຍທັງໝົດປະມານ 371,5 ລ້ານໂດລາສະຫະລັດທຽບເທົ່າກັບ 2,1 ສ່ວນຮ້ອຍຂອງຄາດຄະເນມູນຄ່າ GDP ປີ 2018.

ທຶນດັ່ງກ່າວທະນາຄານໂລກນີ້ໄດ້ມາຈາກສະມາຄົມເພື່ອການພັດທະນາ (IDA) ທີ່ສ້າງຕັ້ງຂຶ້ນໃນປີ 1960, ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກໃນໂລກ ໂດຍການສະໜອງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່ມີດອກເບ້ຍ ສໍາລັບໂຄງການ ແລະ ແຜນງານຕ່າງໆທີ່ສົ່ງເສີມການເຕີບໂຕຂອງເສດຖະກິດ,ຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ໂຄງການດັ່ງກ່າວມີເປົ້າໝາຍແນ່ໃສ່ຊ່ວຍເຫຼືອຊຸມຊົນທຸກຍາກທີ່ມີຂໍ້ຈໍາກັດດ້ານຂີດຄວາມສາມາດໃນການຮັບມືກັບໄພພິບັດທາງທໍາມະຊາດ.

ພາບ/ຂ່າວ: ອາພັດສະລາ
ຂ່າວສານບ້ານເມືອງ

Post navigation

Previous Post: ໄວຣັດອູ່ຮັ້ນ ມາແຕ່ໃສແທ້? ບາງທັດສະນະ ທີ່ໜ້າສົນໃຈ
Next Post: ອຸດສະຫະກຳການຄ້າເມືຶອງຫາດຊາຍຟອງ ລົງມ້າງໂຮງງານນໍ້າດຶ່ມເຖື່ອນຢູ່ບ້ານຫົວຫ້າ

Related Posts

ບ້ານທ້າວແກ່ນ ເມືອງແກ່ນທ້າວສ້າງທາງເບຕົງພາຍໃນບ້ານ 100 ກວ່າແມັດ ຂ່າວສານບ້ານເມືອງ
ລົດຕູ້ຕໍາກັບລົດໂຝກ ເສຍຊີວິດຄາທີ່ 1 ຄົນ ທາງ 13 ໃຕ້ ຂ່າວສານບ້ານເມືອງ
ແຂວງບໍລິຄໍາໄຊ ຈັດພິທີຝັງທໍາລາຍສິນຄ້າຕ້ອງຫ້າມນໍາເຂົ້າ ຂ່າວສານບ້ານເມືອງ
ພິທີປະກາດການແຕ່ງຕັ້ງຄະນະບໍດີຫຼາຍຕໍາແໜ່ງ ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະພາບ ພຣະອາຈານ ປູ່ຈັນ ເຂມີໂຍ ຂ່າວສານບ້ານເມືອງ
ເມືອງໄຊທານີ ເລັ່ງແກ້ໄຂຮ້ານເຫຼັກເສດ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme