Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງການຕ່າງປະເທດ ຈັດພິທີຖະແຫຼງຂ່າວ ກ່ຽວກັບ ບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່

Posted on 28/01/202028/01/2020 By All in LAOS No Comments on ກະຊວງການຕ່າງປະເທດ ຈັດພິທີຖະແຫຼງຂ່າວ ກ່ຽວກັບ ບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່

ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ:

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໄດ້ຕິດຕາມສະພາບການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຕ່າງປະເທດ ຢ່າງໃກ້ຊິດ ແລະ ໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດ ທີ່ມີການລະບາດພະຍາດດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວ ທີ່ກໍາລັງດໍາລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດ ທີ່ມີການລະບາດພະຍາດດັ່ງກ່າວ, ພ້ອມທັງໄດ້ລາຍງານສະພາບການດັ່ງກ່າວຢ່າງເປັນປະຈໍາ.

ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດຕ່າງໆໃນພາກພື້ນ ກໍຄື ສາກົນ ແລະ ອົງການອະນາໂມໂລກ ຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດພະຍາດດັ່ງກ່າວ ແລະ ຍາດແຍ່ງການຊ່ວຍເຫຼືອ, ໂດຍສະເພາະການສົ່ງຄະນະຜູ້ຊ່ຽວຊານດ້ານການແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ແລະ ວັກຊິນປ້ອງກັນ ໃນກໍລະນີທີ່ມີການລະບາດໃຫຍ່.

ກະຊວງການຕ່າງປະເທດ ຂໍແນະນໍາໃຫ້ພົນລະເມືອງລາວຢູ່ຕ່າງປະເທດ ຕິດຕາມສະພາບການລະບາດພະຍາດດັ່ງກ່າວຢ່າງເປັນປົກກະຕິ ຜ່ານແຫຼ່ງຂໍ້ມູນທາງການຂອງ ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ອົງການອະນາໄມໂລກ.

ກະຊວງການຕ່າງປະເທດ ຂໍແຈ້ງເຕືອນໃຫ້ພົນລະເມືອງລາວ ຫຼີກລ່ຽງການເດີນທາງໄປຍັງບັນດາເຂດທີ່ມີການລະບາດພະຍາດດັ່ງກ່າວຢູ່ຕ່າງປະເທດ. ຖ້າພົນລະເມືອງລາວຢູ່ຕ່າງປະເທດ ຕ້ອງການຄວາມຊ່ວຍເຫຼືອ, ກະລຸນາຕິດຕໍ່ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຫຼື ກະຊວງການຕ່າງປະເທດ ຕາມ website ຫຼື ເບີຕິດຕໍ່. ພໍ່ແມ່ຍາດພີ່ນ້ອງຂອງພົນລະເມືອງລາວ ທີ່ມີລູກຫຼານ ຫຼື ພີ່ນ້ອງຂອງຕົນຍັງຄ້າງຢູ່ຕ່າງປະເທດ ເມື່ອມີຄວາມຫຍຸ້ງຍາກແນວໃດກໍໃຫ້ປະສານຫາກະຊວງການຕ່າງປະເທດ ເພື່ອຈະໄດ້ປະສານຕໍ່ໄປຍັງສຳນັກງານຂອງເຮົາທີ່ຕ່າງປະເທດ ກໍ່ຄືປະເທດເຈົ້າພາບ.

ຮູບພາບ ແລະ ຂ່າວ ໂດຍ: ກະຊວງການຕ່າງປະເທດ

ຂ່າວສານບ້ານເມືອງ

Post navigation

Previous Post: ເຜີຍແຜ່ການນໍາໃຊ້ລະບົບ ບ53 ໃຫ້ຂະແໜງການກ່ຽວຂ້ອງຢູ່ດ່ານພາສີສາກົນບໍ່ເຕັນ
Next Post: ໄວຣັດອູ່ຮັ້ນ ມາແຕ່ໃສແທ້? ບາງທັດສະນະ ທີ່ໜ້າສົນໃຈ

Related Posts

ຂ່າວດ່ວນ! ເມືອງບໍລິຄັນ ແຈ້ງການເຕືອນໄພ ນໍ້າຊັນສູງໃນລະດັບສ່ຽງໄພແລ້ວ ຂ່າວສານບ້ານເມືອງ
ປະຕິຮູບຍົກເຊັດ! ຈີນຫ້າມໂຮງຮຽນ ຈັດອັນດັບຄະແນນສອບເສັງ ຄຸມປະລິມານວຽກບ້ານ ປະເມີນຄູຈາກພັດທະນາການຂອງເດັກນັກຮຽນ ຂ່າວສານບ້ານເມືອງ
ອ່ານດ່ວນ! ຄຳແນະນຳສຳລັບຜູ້ປະກອບການໂຮງແຮມ ລີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນ ຊ່ວຍຄ່າຜ່າຕັດ ນາງຂວັນເຮືອນແດ່ ຂ່າວສານບ້ານເມືອງ
ລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ ຂ່າວສານບ້ານເມືອງ
ດ່ວນ! ເກີດເຫດໄຟໄໝ້ເຮືອບິນແອບັດ ຢູ່ສະໜາມບິນຈີນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme