Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຜີຍແຜ່ການນໍາໃຊ້ລະບົບ ບ53 ໃຫ້ຂະແໜງການກ່ຽວຂ້ອງຢູ່ດ່ານພາສີສາກົນບໍ່ເຕັນ

Posted on 28/01/202028/01/2020 By All in LAOS No Comments on ເຜີຍແຜ່ການນໍາໃຊ້ລະບົບ ບ53 ໃຫ້ຂະແໜງການກ່ຽວຂ້ອງຢູ່ດ່ານພາສີສາກົນບໍ່ເຕັນ

ໃນລະຫວ່າງວັນທີ 27-28 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໄດ້ຈັດພິທີເຜີຍແຜ່ລະບຽບການນຳໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພະຫະນະຂົນສົ່ງສິນຄ້າດ້ວຍລະ ບົບເອເລັກໂຕຣນິກ (ບ53), ພ້ອມທັງຝຶກອົບຮົມການຄຸ້ມຄອງນໍາໃຊ້ລະບົບ ບ53 ໃຫ້ຂະແໜງການກ່ຽວຂ້ອງຢູ່ດ່ານພາສີສາກົນບໍ່ເຕັນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.


ໂດຍການເປັນປະທານຂອງທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າກອງຄຸ້ມຄອງພາສີ I (ແຂວງຫຼວງນໍ້າທາ-ແຂວງບໍ່ແກ້ວ),ມີທ່ານ ພົມມະສຸກ ວິໄລກຸນ ຫົວໜ້າຫ້ອງວ່າການແຂວງຫຼວງນໍ້າທາ, ທ່ານ ພອນໄຊ ຈັນທະສອນ ຫົວໜ້າຄຸ້ມຄອງດ່ານສາກົນບໍ່ເຕັນ, ທ່ານ ຄຳສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ, ຕະຫຼອດຮອດພະນັກງານວິຊາການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກແຜນການ ແລະ ຂໍ້ມູນຂ່າວສານ ກົມພາສີ ກະຊວງການເງິນ, ໄດ້ຂຶ້ນເຜີຍແຜ່ລະບຽບການຄຸ້ມຄອງ ແລະ ນຳໃຊ້ລະບົບ ບ53 ເປັນຕົ້ນແມ່ນ: ຄຳແນະນຳວ່າດ້ວຍການນຳໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພະຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ ບ53 ຂອງລັດຖະມົນຕີກະຊວງການເງິນ ໂດຍສະເພາະແມ່ນຫຼັກການລະບຽບການ ແລະ ມາດຕະການໃນການຄຸ້ມຄອງຕິດຕາມ ແລະ ກວດກາພະຫະນະທ່ອງທ່ຽວຢ້ຽມຢາມ ແລະ ພະຫະນະຂົນສົ່ງສິນຄ້າຜ່ານດ່ານພາສີສາກົນທາງບົກດ້ວຍການນຳໃຊ້ລະບົບເອເລັກໂຕຣນິກໃຫ້ມີຄວາມສະດວກວ່ອງໄວສອດຄອງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ,

ຂອບເຂດການນຳໃຊ້ເງື່ອນໄຂໃນການອະນຸຍາດນຳເຂົ້າຖານະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າຂັ້ນຕອນການດຳເນີນການແຈ້ງເອກະສານຂາເຂົ້າ-ຂາອອກການນຳໃຊ້ສະຕິກເກີ ບ53,ການກຳນົດອາຍຸການນຳໃຊ້ ບ53 ແລະ ການຕໍ່ອາຍຸກົນໄກການປະສານງານ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງຢູເຊີໄອດີຂອງພະນັກງານພາສີມາດຕະ ການສຸກເສີນກໍລະນີລະບົບຂັດຂ້ອງ, ມາດຕະການຕໍ່ພາຫະນະທີ່ລະເມີດກົດໝາຍ ແລະ ລະບຽບການຂອງສປປລາວມາດຕະການຕໍ່ເຈົ້າໜ້າທີ່ພາສີການຈັດຕັ້ງປະຕິບັດ.


ການນຳໃຊ້ລະບົບ ບ53 ກະຊວງການເງິນໄດ້ເຫັນດີຮັບຮອງເອົາການພັດທະນາ ແລະ ຮູບແບບຂອງລະບົບຄຸ້ມຄອງພາຫະນະເຂົ້າອອກຢ້ຽມຢາມຊົ່ວຄາວຂອງບໍລິສັດ ຄຳປະເສີດ ຄອມພີເຕີຈຳ ກັດຜູ້ດຽວໃນການທົດລອງນໍາໃຊ້ຢູ່ 3 ດ່ານພາສີສາກົນເປົ້າໜາຍຄື: ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນບໍ່ເຕັນ, ດ່ານພາສີສາກົນຂົວມິດຕະພາບ IV, ອີງຕາມແຜນການຢູ່ດ່ານພາສີສາກົນບໍ່ເຕັນຈະໄດ້ເປີດນໍ້າໃຊ້ລະບົບ ບ53 ໃນວັນທີ 30 ມັງກອນ 2020 ແລະ ດ່ານພາສີສາກົນຂົວມິດຕະພາບ IV ຈະໄດ້ເປີດນໍ້າໃຊ້ລະບົບ ບ53 ໃນວັນທີ 3 ກຸມພາ 2020 ນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ຮັບຮອງຂໍ້ຕົກລົງໃໝ່ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ສະຫວ່າງສະໄຫວສວຍງາມ! ຊົມເຊີຍ
Next Post: ກະຊວງການຕ່າງປະເທດ ຈັດພິທີຖະແຫຼງຂ່າວ ກ່ຽວກັບ ບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່

Related Posts

ເກີດເຫດລົດໃຫຍ່ປະທະລົດໃຫຍ່ຢູ່ເສັ້ນທາງພູເກົ້າຫຼັກ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ບໍ່ເຕ່ນ-ວຽງຈັນໃຕ້ ສໍາເລັດ 93,82% ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະຫຼອງ 53 ປີສ້າງຕັ້ງອາຊຽນ ຂ່າວສານບ້ານເມືອງ
ຈາກເດັກຊາຍຜູ້ທຸກຍາກຢູ່ບ້ານນ້ອຍໆກາຍເປັນວິລະຊົນການບິນອະວະກາດທີ່ປະຈັກຕາຊາວໂລກ ທ່ານເນ້ໄຫເຊີ້ງ ຂ່າວສານບ້ານເມືອງ
ໂອ່ໂຫ່! ອາບນໍ້າໃຫ້ງູຈົງອາງ (ຊົມຄລິບ) ຂ່າວສານບ້ານເມືອງ
ສະຖານີທາງລົດໄຟຢູ່ຫຼວງພະບາງ ຄາດສຳເລັດກ່ອນເດືອນຕຸລາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme