ໜັງສືພິມວຽງຈັນໃໝ່ ໄດ້ແຈ້ງໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ (ນວ) ໄດ້ສ້າງຮ່າງຂໍ້ຕົກລົງວ່າດ້ວຍການສ້າງ ນວ ສະຫວ່າງ ໂດຍໄດ້ກຳນົດລະບຽບການ ຫຼັກການ ແລະ ມາດຕະການໃນການສ້າງ ນວ ໃຫ້ມີຄວາມສະຫວ່າງ ເພື່ອສ້າງທັດສະນິຍະພາບໃຫ້ມີຄວາມສວຍງາມ ສະດວກ ສະບາຍ ປອດໄພ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ທັງເປັນການສົ່ງເສີມການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວ ນວ ຫຼາຍຂຶ້ນ.

ທ່ານ ຊົງເລົ່າ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ວ່າ: ຮ່າງຂໍ້ຕົກລົງວ່າດ້ວຍການສ້າງ ນວ ສະຫວ່າງ ມີຄວາມຈຳເປັນ ເພາະຈະເປັນທິດນຳຫຼັກການ ແລະ ມາດຕະການໃນການສ້າງຄວາມເປັນເອກະພາບ ຄວາມເປັນເຈົ້າການໃຫ້ການຈັດຕັ້ງພັກ-ລັດ ອົງການຈັດຕັ້ງສັງຄົມ ຄອບຄົວ ແລະ ບຸກຄົນທີ່ອາໄສ ແລະ ດຳລົງຊີວິດຢູ່ ນວ ເພື່ອປະກອບສ່ວນດ້ານສະຕິປັນຍາ ເຫື່ອແຮງ ວັດຖຸ ປັດໄຈ ແລະ ຄວາມຮັບຜິດຊອບຮ່ວມກັນໃນການສ້າງ ນວ ໃຫ້ມີຄວາມສະຫວ່າງ ຮຸ່ງເຮືອງ ສີວິໄລ ໃຫ້ສົມຄູ່ກັບພາລະບົດບາດໜ້າທີ່ຂອງ ນວ ທີ່ເປັນສູນກາງດ້ານການເມືອງ ການປົກຄອງ ເສດຖະກິດ ວັດທະນະທຳ-ສັງຄົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນຮ່ວມມືກັບຕ່າງປະເທດ

ເປັນທີ່ຕັ້ງຂອງສຳນັກງານສູນກາງພັກ ລັດຖະບານ ບັນດາກະຊວງ ສະຖາບັນສຳຄັນຂອງການຈັດຕັ້ງພັກ-ລັດ ສຳນັກງານ ບັນດາອົງການຈັດຕັ້ງຢູ່ໃນ ນວ ພ້ອມນີ້ ຍັງເປັນການປະກອບສ່ວນສຳຄັນໃຫ້ການສ້າງ ນວ ເປັນເມືອງສະຫງົບສຸກ ຫຼຸດຜ່ອນປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ອຸບັດເຫດຕາມຖະໜົນ ການປຸ້ນຈີ້ຊີງຊັບ ລັກຊັບພົນລະເມືອງ ແລະ ອື່ນໆ ທັງເປັນການຊຸກຍູ້-ສົ່ງເສີມການຜະລິດທຸລະກິດ ການບໍລິການ ແລະ ການທ່ອງທ່ຽວຢູ່ເຂດຕົວເມືອງ ດ້ວຍການເພີ່ມເວລາເຮັດວຽກໃນພາກຄ່ຳ ເພື່ອສ້າງລາຍໄດ້ໃຫ້ ນວ ໃຫ້ຫຼາຍຂຶ້ນ ນອກນີ້ ສະພາບຄວາມ ສະຫວ່າງຂອງຄວາມເປັນຕົວເມືອງ ຖ້າທຽບລະຫວ່າງ ນວ ກັບນະຄອນຫຼວງໃນພາກພື້ນ ນວ ຍັງມີຄວາມສະຫວ່າງໜ້ອຍ ແລະ ບໍ່ທັນສົມກັບການເປັນເມືອງຫຼວງຂອງປະເທດ ແລະ ບໍ່ທັນສົມກັບເປັນນະຄອນຫຼວງໜຶ່ງໃນໃຈກາງເມືອງຂອງພາກພື້ນ ເຊິ່ງຮ່າງຂໍ້ຕົກລົງດັ່ງກ່າວ ປະກອບມີ 8 ໝວດ 25 ມາດຕາ.

ຈາກນັ້ນ ສສ ນວ ກໍໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງໃສ່ຮ່າງຂໍ້ຕົກລົງ ນວ ສະຫວ່າງ ໂດຍສະເພາະ ນິຍາມ ຄຳສັບ ນະໂຍບາຍຂອງພາກລັດ ສິດ ແລະ ໜ້າທີ່ຂອງອົງການປົກຄອງ ນວ ສິດໜ້າທີ່ຂອງຂະແໜງການ ແລະ ອົງການ ໃຫ້ມີການແຍກຢ່າງລະອຽດ ກຳນົດເປັນມາດຕາສະເພາະ ສ່ວນລາຍຮັບ ແລະ ລາຍຈ່າຍໃຫ້ກຳນົດຈະແຈ້ງຂຶ້ນຕື່ມ ແນໃສ່ເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວມີເນື້ອໃນຄົບຖ້ວນ ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຈາກນັ້ນ ສສ ນວ ກໍໄດ້ລົງຄະແນນສຽງຮັບຮອງເອົາຮ່າງຂໍ້ຕົກລົງ ນວ ສະຫວ່າງ ດ້ວຍຄະແນນສຽງສ່ວນຫຼາຍ.
