Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງຍຸຕິທຳ ແລະ ມູນນິທິເອເຊຍໄດ້ຂະຫຍາຍການຮ່ວມມືຕໍ່ກັບວຽກງານການຊ່ວຍເຫຼືອດ້ານກົດໝາຍໃນອີກ 4 ປີຕໍ່ໜ້າ

Posted on 24/01/202024/01/2020 By All in LAOS No Comments on ກະຊວງຍຸຕິທຳ ແລະ ມູນນິທິເອເຊຍໄດ້ຂະຫຍາຍການຮ່ວມມືຕໍ່ກັບວຽກງານການຊ່ວຍເຫຼືອດ້ານກົດໝາຍໃນອີກ 4 ປີຕໍ່ໜ້າ

ໃນວັນທີ 24 ມັງກອນ 2020, ກະຊວງຍຸຕິທຳ ແລະ ມູນນິທິເອເຊຍໄດ້ຂະຫຍາຍການຮ່ວມມືຕໍ່ກັບວຽກງານການຊ່ວຍເຫຼືອດ້ານກົດໝາຍໃນອີກ 4 ປີຕໍ່ໜ້າ ຜ່ານການເຊັນບົດບັນທຶກການຮ່ວມມື ເພື່ອເລີ່ມຕົ້ນໂຄງການການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ ເດືອນ ມັງກອນ 2020 ຫາເດືອນ ພຶດສະພາ 2023. ເປັນກຽດລົງນາມໃນບົດບັນທຶກການຮ່ວມມື ໂດຍ ທ່ານ ເກດສະໜາ ພົມມະຈັນ ຫົວໜ້າກົມຮ່ວມມືສາກົນ, ກະຊວງຍຸຕິທຳ ແລະ ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າມູນນິິທິເອເຊຍປະຈໍາ ສປປ ລາວ.


ໃນລະຫວ່າງພິທີລົງນາມ ຜູ້ຕາງໜ້າມູນນິິທິເອເຊຍ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມືທີ່ດີຕະຫລອດໄລຍະ ລະຫວ່າງກະຊວງຍຸຕິທຳ ແລະ ມູນນິທິເອເຊຍ. ເຊິ່ງທ່ານໄດ້ກ່າວວ່າ “ຂ້າພະເຈົ້າດີໃຈຫລາຍທີ່ໄດ້ເຫັນການເຮັດວຽກຢ່າງຫ້າວຫັນຈາກກະຊວງຍຸຕິທຳ ແລະ ສະພາທະນາຍຄວາມລາວ ພ້ອມດ້ວຍພະນັກງານໝົດທີ່ມີເອົາໃຈໃສ່ໃນການສຸກຍູ້ໂຄງການໃຫ້ກ້າວໄປ ແລະ ໄດ້ນຳເອົາຄວາມຊ່ວຍເຫລືອທາງດ້ານກົດໝາຍມາສູ່ 111 ເມືອງໃນປະເທດ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງຂອງວຽກງານສຳຄັນນີ້.” ກ່າວໂດຍທ່ານ ທ໋ອດ ວໍເຊວ.
ໂຄງການດັ່ງກ່າວນີ້ ຈະຊ່ວຍສົ່ງເສີມວຽກງານການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ ສປປ ລາວ ເພື່ອຮັບປະກັນໃຫ້ມີຄວາມຍຸຕິທຳ, ຄວາມສອດຄ່ອງ ແລະ ຄວາມໂປ່ງໃສຂອງການຈັດຕັ້ງປະຕິບັດຕາມກົດໝາຍ ໃຫ້ຫຼາຍຂຶ້ນ ຊຶ່ງລວມເຖິງການມີສ່ວນຮ່ວມຂອງແມ່ຍິງ, ຜູ້ທຸກຍາກ ແລະ ປະຊາຊົນຜູ້ດ້ອຍໂອກາດ.

ໂຄງການດັ່ງກ່າວນີ້ຈະຊ່ວຍຊຸກຍູ້ກະຊວງຍຸຕິທຳໃຫ້ສາມາດສະໜອງການຊ່ວຍເຫຼືອດ້ານກົດໝາຍໃນ 9 ແຂວງ ຄື ແຂວງອຸດົມໄຊ, ຜົ້ງສາລີ, ສະຫວັນນະເຂດ, ຫຼວງນໍ້າທາ, ຈໍາປາສັກ, ໄຊຍະບູລີ, ຫຼວງພະບາງ, ສາລະວັນ, ແຂວງວຽງຈັນ ແລະ ລວມທັງ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ໂຄງການນີ້ຍັງຈະຊຸກຍູ້ສະພາທະນາຍຄວາມລາວ ແລະ ສະມາຄົມທີ່ບໍ່ຫວັງຜົນກໍາໄລ ໃຫ້ເຂົ້າມາມີສ່ວນຮ່ວມຕໍ່ກັບວຽກງານການຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ດ້ອຍໂອກາດ ຊຶ່ງລວມມີແມ່ຍິງ, ເດັກນ້ອຍ, ຜູ້ທຸກຍາກ ແລະ ກຸ່ມຄົນອື່ນໆອີກ.


ໂຄງການການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ.

On January 24th, 2020, the Asia Foundation (TAF) and the Ministry of Justice (MOJ) extended their partnership to increase legal aid services in Lao PDR for the next four years through the signing of a Memorandum of Understanding (MOU) for “The Cooperation Project on Access to Justice and Legal Aid Support in Lao PDR” which will be implemented from January 2020 – May 2023.

The Memorandum of Understanding was signed by the Director General for International Cooperation at the Ministry of Justice, Mr Ketsana Phommachane, and the Country Representative for The Asia Foundation in Lao PDR, Mr. Todd Wassel.
During the signing ceremony, The Asia Foundation’s Country Representative, expressed his sincere thanks for the good working partnership between the MOJ and TAF. “I’m so happy to see all of the hard work from the Ministry of Justice, and the LBA and their staff to help realize this ambitious program to bring legal aid to 111 Districts in the country. We are so proud to be a part of this important work.” said Mr. Todd Wassel.


The USAID Laos Legal Aid Support project helps the Lao PDR promote the rule of law through the fairer, more consistent, and more transparent delivery of justice according to the law – inclusive of women, the poor and traditionally underserved populations. The program will support the Ministry of Justice to provide legal aid services in nine provinces—Oudomxay, Phongsaly, Savannakhet, Luang Namtha, Champasak, Xayabouly, Luang Prabang, Salavan, Vientiane Province—and in Vientiane Capital. The program will also support the Lao Bar Association and Not-for-profit Associations increase the provision of legal aid to vulnerable populations, including women, children, and the poor


The USAID Legal Aid Support Program is funded by U.S Agency for International Development (USAID) and implemented by the Asia Foundation.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການ ຍົກຍ້າຍ ກຸ່ມບໍລິສັດ ຍິ່ງໂຊກໄຊ ຈໍາກັດຜູ່ດຽວ ອອກຈາກ ແຫຼ່ງທ່ອງທ່ຽວ ຄອນພະເພັງ ແລະ ສົມພະມິດ ເມືອງໂຂງ ແລະ ຫ້າມເກັບຄ່າເຂົ້າຊົມເດັດຂາດ
Next Post: ເກັບລາຍຮັບໄດ້ເກີນແຜນການປີ 14%ຂະແໜງຄຸ້ມຄອງຊັບສິນຂອງລັດ

Related Posts

ຂາຍຢາເສບຕິດແລະຫຼິ້ນຊູ້ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ຄັກແທ້…! ປູກກາເຟມີລາຍຮັບດີ…! ສິນຄ້າໂອດອບຂອງເມືອງກາສີ ຂ່າວສານບ້ານເມືອງ
ປູກຈິດສໍານຶກໃຫ້ນັກຂັບຂີ່ ຕິດພັນກັບການປ້ອງກັນ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຄວາມເປັນມາ ຂອງວັນໂສກນາດຕ ະ ກໍ າ ຖໍ້າປິວ ຂ່າວສານບ້ານເມືອງ
ເຈົ້າແຂວງລົງຊີ້ນໍາໂດຍກົງ ຮັບມືນໍ້າຖ້ວມທີ່ເມືອງບໍລິຄັນ ຢໍ້າຕ້ອງປອດໄພໄວ້ກ່ອນ ຂ່າວສານບ້ານເມືອງ
ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme