ດິນແດນແຂວງໄຊຍະບູລີ ຕັ້ງຢູ່ພາກເໜືອຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ, ມີດິນຕໍ່ແຜ່ນຕິດກັບ 6 ຈັງຫວັດລາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດເຊັ່ນ: ຈັງຫວັດຊຽງຣາຍ, ພະເຍົາ, ນ່ານ, ອຸດຕະລະດິດ, ພິດສະນຸໂລກ ແລະ ຈັງຫວັດເລີຍ. ປະກອບມີ 11 ເມືອງຄື: ເມືອງຄອບ, ຊຽງຮ່ອນ, ເມືອງເງິນ, ຫົງສາ, ໄຊຍະບູລີ, ໄຊສະຖານ, ເມືອງພຽງ, ປາກລາຍ, ທົ່ງມີໄຊ, ແກ່ນທ້າວ ແລະ ເມືອງບໍ່ແຕນ.

ມີທັງໝົດ 430 ບ້ານ, ມີ 77.114 ຄອບຄົວ, ມີພົນລະເມືອງ 396.529 ຄົນ, ຍິງ 195.691 ຄົນ; ໃນນີ້ມີຄອບຄົວທຸກຍາກ 1.202 ຄົນ ເທົ່າກັບ 1,6%, ບ້ານທຸກຍາກ 12 ບ້ານກວມ 2,78% ແລະ ເມືອງທຸກຍາກມີ 1 ເມືອງ.
ແຂວງໄຊຍະບູລີ ເປັນແຂວງທີ່ມີທິວທັດທໍາມະຊາດ ແລະ ວັດທະນະທໍາບັັນດາເຜົ່າຫຼາກຫຼາຍສີສັນ ເໜືອນດັ່ງດອກໄມ້ຫຼາຍສີທີ່ເກີດຢູ່ຮ່ວມຕົ້ນດຽວກັນ ຄືດັ່ງ 8 ເຜົ່າທີ່ດໍາລົງຊີວິດຢູ່ຮ່ວມກັນດ້ວຍຄວາມສຸກ, ສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊັ່ນ: ເຜົ່າລາວ, ມົ້ງ, ອິ້ວມຽນ, ໄຕດໍາ, ລື້, ຍວນ, ໄປຼ ແລະ ເຜົ່າກຶມມຸ ທີ່ນອນຢູ່ໃນ 50 ຊົນເຜົ່າໃນທົ່ວປະເທດ ແລະ ແຕ່ລະເຜົ່ານັ້ນລ້ວນແຕ່ມີເອກະລັກສະເພາະ ຂອງໃຜລາວ.
ພ້ອມນີ້ຍັງມີມູນເຊື້ອດຸໝັ້ນຂະຫຍັນພຽນ ໃນການອອກແຮງງານ, ຜະລິດກະສິກໍາເປັນສິນຄ້າຕາມນະໂຍບາຍຂອງພັກ, ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິ່ນ ກໍ່ຄືຂອງເຜົ່າ. ດັ່ງຄໍາຂວັນທີ່ວ່າ: “ໄຊຍະບູລີດິນແດນຍາວສຸດຫຼາ ດ່ານໜ້າທີ່ແຂງແກ່ນ ແດນພູເຂົາແຫ່ງຄໍາຂຽວ ທ່ອງທ່ຽວແຫ່ງເມືອງຊ້າງ ເອກອ້າງໝໍ້ໄຟໃຫຍ່ເມືອງຫົງສາ ໄຟຟ້າເຂື່ອນນໍ້າຂອງ ສາມັກຄີປອງດອງບັນດາເຜົ່າຫຼາຍສີສັນ ພະລັງດັນສູ່ຄວາມມັ່ງຄັ່ງເຂັ້ມແຂງ”. ນອກຈາກນີ້ແລ້ວແຂວງໄຊຍະບູລີ ຍັງອຸດົມສົມບູນໄປດ້ວຍພູຜາປ່າໄມ້ທີ່ຕຶບໜາ, ມີນໍ້າຕົກຕາດ, ວັດວາອາຣາມ,ປູສະນິຍະສະຖານ, ສະຖານທີ່ປະຫວັດສາດ ແລະ ວັດທະນະທໍາຂອງເຜົ່າທີ່ມີຄວາມສວຍງາມແຕກຕ່າງກັນ ເມື່ອເຫັນແລ້ວກໍ່ມີຄວາມປະທັບໃຈຍາກທີ່ຈະລືມ. ທັງໝົດເລົ່ານີ້ໄດ້ກາຍເປັນທ່າແຮງທີ່ດຶງດູດເອົາແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ແຂວງໄຊຍະບູລີນັບມື້ນັບເພີ່ມຂຶ້ນ.

ເມື່ອຫຼາຍພັນປີຜ່ານມາ ຊ້າງໄດ້ຕິດພັນກັບວິຖີຊີວິດ ແລະ ກິດຈະວັດຂອງປະຊາຊົນລາວເຮົາ, ຊ້າງໄດ້ເປັນພາຫະນະນໍາໃຊ້ເຂົ້າໃນການຕໍ່ສູ້ສະໄໝສົງຄາມຕ້ານການຮຸກຮານຈາກພາຍນອກ ເພື່ອປົກປ້ອງປິຕຸພູມທີ່ແສນຮັກຂອງຕົນ. ນອກຈາກນັ້ນຊ້າງຍັງໄດ້ນໍາໃຊ້ເຂົ້າໃນການເຄື່ອນໄຫວດໍາລົງຊີວິດປະຈໍາວັນ ໃນການທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າ ດ້ວຍເຫດນີ້ຈຶ່ງເວົ້າໄດ້ວ່າ ຊ້າງເປັນສັດທີ່ມີຄຸນປະໂຫຍດ, ມີຄຸນຄ່າຢ່າງຫຼວງຫຼາຍຕໍ່ຄົນລາວ ແລະ ສັງຄົມຕະຫຼອດມາ. ຍ້ອນແນວນັ້ນເພື່ອເຮັດໃຫ້ທົ່ວສັງຄົມມະນຸດເຮົາຫັນມາໃຫ້ຄວາມສົນໃຈ, ມີສ່ວນຮ່ວມໃນການອະນຸລັກປົກປັກຮັກສາຊ້າງຢູ່ໃນໂລກ; ເວົາລວມເວົ້າສະເພາະ ແມ່ນຢູ່ ສປປ ລາວ ໃຫ້ມີໂອກາດຄົງຕົວ ແລະ ຂະຫຍາຍຕົວຄົງຢູ່ກັບມວນມະນຸດເຮົາໄປນານແສນນານ ແຂວງໄຊຍະບູລີຈຶ່ງໄດ້ຖືເອົາມະຫະກໍາບຸນຊ້າງເປັນງານບຸນປະເພນີ ແລະ ຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນໃນທຸກໆປີ ຂອງໄລຍະກາງເດືອນກຸມພາ ໂດຍໄດ້ມີການຜັດປ່ຽນໝູນວຽນກັນຈັດຂຶ້ນຢູ່ 3 ເມືອງຄື: ເມືອງຫົງສາ, ເມືອງປາກລາຍ ແລະ ເມືອງໄຊຍະບູລີ.
ການຈັດງານມະຫະກໍາບຸນຊ້າງຄັ້ງທໍາອິດ ຂອງແຂວງໄຊຍະບູລີແມ່ນໄດ້ຈັດຂຶ້ນຢູ່ບ້ານວຽງແກ້ວ ເມືອງຫົງສາ ປີ 2007 ຄັ້ງນັ້ນແມ່ນຈັດຂຶ້ນໃນລະດັບຂັ້ນບ້ານ ແຕ່ກໍ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຍ້ອນແນວນັ້ນຈຶ່ງໄດ້ຍົກລະດັບຂຶ້ນເປັນລະດັບຂັ້ນເມືອງໃນປີ 2008 ເປັນຄັ້ງທີ 2 ທີ່ເມືອງປາກລາຍ, ຄັ້ງທີ 3 ປີ 2009 ຈັດຂຶ້ນໃນລະດັບຂັ້ນແຂວງ. ມາປີ 2010 ຈັດຂຶ້ນທີ່ເມືອງຫົງສາເປັນຄັ້ງທີ 4 ແລະ ປີ 2011 ຈັດຂຶ້ນທີ່ເມືອງໄຊຍະບູລີ ກໍ່ຄືແຂວງໄຊຍະບູລີເປັນຄັ້ງທີ 5 ເຫັນວ່າຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວງານດັ່ງກ່າວກໍ່ເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ ເພາະວ່າຢູ່ໃນງານແຕ່ລະປີໄດ້ມີຊ້າງເຂົ້າຮ່ວມບໍ່ຫຼຸດ 50 ໂຕ.

ພ້ອມດຽວກັນນີ້ຢູ່ໃນງານຍັງໄດ້ຈັດໃຫ້ມີຫຼາຍກິດຈະກໍາ ທີ່ສ້າງສີສັນຄວາມປະທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມເຊັ່ນ: ການເປີດຕະຫຼາດນັດ, ວາງສະແດງຈໍາໜ່າຍສິນຄ້າ ທີ່ເປັນຜະລິດຕະພັນຂອງລາວ, ຂອງທ້ອງຖິ່ນ ແລະ ຕ່າງປະເທດ, ການສະແດງສີລະປະວັນນະຄະດີ, ມີຂະບວນແຫ່ຊ້າງອອກລົບເສິກ, ຂະບວນຊ້າງລໍາລຽງຍຸດໂທປະກອນ, ລໍາລຽງສະບຽງອາຫານ, ຊ້າງນໍາທ່ຽວ, ຂະບວນຊ້າງນ້ອຍຄໍາຮູ້, ຄັດເລືອກຊ້າງງາມປະຈໍາປີ, ບາສີສູ່ຂວັນຊ້າງ, ບຸບເຟຊ້າງ, ສາທິດການໃຊ້ແຮງງານຊ້າງ, ເອົາຊ້າງອາບນໍ້າ, ບໍລິການຂີ່ຊ້າງ ສິ່ງທີ່ຂາດບໍ່ໄດ້ແມ່ນການສະແດງຊ້າງນ້ອຍຄໍາຮູ້ ແລະ ກິດຈະກໍາອື່ນໆອີກຢ່າງຫຼວງຫຼາຍ. ທັງໝົດນັ້ນໄດ້ສ້າງຄວາມປະທັບໃຈໃຫ້ບັນດາທ່ານຜູ້ທີ່ມາທ່ຽວໃນງານມະຫະກໍາບຸນຊ້າງທີ່ແຂວງໄຊຍະບູລີຢ່າງບໍ່ມີວັນລືມ.
ສໍາລັບປີ 2020 ນີ້ງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ຄັ້ງທີ XIV ຈະໄດ້ຈັດຂຶ້ນເປັນທາງການໃນວັນທີ 22-28 ກຸມພາ 2020, ແຕ່ເລີ່ມເປີດທ່ຽວຊົມສິນຄ້າອື່ນໆທີ່ມາວາງຂາຍແມ່ນເລີ່ມແຕ່ວັນທີ 18 ກຸມພາ 2020. ດັ່ງນັ້ນຈຶ່ງຂໍເຊີນຊວນບັນດາທ່ານຈົ່ງໄດ້ມາຊ່ຽວຊົມງານມະຫະກຳບຸນຊ້າງແຂວງໄຊຍະບູລີ ແລ້ວບັນດາທ່ານຈະມີຄວາມຕື່ນຕາຕື່ນໃຈຢ່າງບໍ່ມີວັນລືມ ສະເພາະງານຊ້າງປີນີ້ຈະມີຊ້າງເຂົ້າຮ່ວມ 71 ໂຕ ກົງກັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ.
ຂ່າວ: ບຸນທີ.