Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ (ມູນຄ່າ 90-100 ລ້ານໂດລາສະຫະລັດ/ປີ) ເປັນອັນດັບ 1 ຂອງຕ່າງປະເທດຊ່ວຍເຫຼືອລ້າແກ່ ສປປ ລາວ

Posted on 23/01/202023/01/2020 By All in LAOS No Comments on ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ (ມູນຄ່າ 90-100 ລ້ານໂດລາສະຫະລັດ/ປີ) ເປັນອັນດັບ 1 ຂອງຕ່າງປະເທດຊ່ວຍເຫຼືອລ້າແກ່ ສປປ ລາວ

ໃນວັນທີ 21 ມັງກອນ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄີຮາຣະ ມິໂນຣຸ (KIHARA Minoru), ທີ່ປຶກສາພິເສດປະຈໍານາຍົກລັດຖະມົນຕີຍີ່ປຸ່ນ, ຮັບຜິດຊອບວຽກງານຄວາມໝັ້ນຄົງແຫ່ງຊາດຍີ່ປຸ່ນ

ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-22 ມັງກອນ 2020 ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃນດ້ານຕ່າງໆ ທັງສາຍພັກ ແລະ ສາຍລັດ ລະຫວ່າງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ນັບກວ້າງຂວາງ, ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ KIHARA Minoru ພ້ອມດ້ວຍຄະນະ ໃນຄັ້ງນີ້.

ພາຍຫຼັງທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນທີ່ປຶກສາພິເສດປະຈຳນາຍົກລັດຖະມົນຕີຍີ່ປຸ່ນ. ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕະຫຼອດມາ ເຊັ່ນ: ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ (ມູນຄ່າ 90-100 ລ້ານໂດລາສະຫະລັດ/ປີ) ເປັນອັນດັບ 1 ຂອງຕ່າງປະເທດຊ່ວຍເຫຼືອລ້າແກ່ ສປປ ລາວ.

ໃນນັ້ນ, ກວມເອົາຂົງເຂດວຽກງານການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາ ລະນະສຸກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຜັນຂະຫຍາຍແຜນການການເຊື່ອມໂຍງເຂົ້າພາກພື້ນ ແລະ ສາກົນ ຂອງ ສປປ ລາວ. ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການກະກຽມກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ຍີ່ປຸ່ນ ຄົບຮອບ 65 ປີ (ວັນທີ 05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 05 ປີ ໃນປີ 2020 ນີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ທ່ານທີ່ປຶກສາພິເສດປະຈຳນາຍົກລັດຖະມົນຕີຍີ່ປຸ່ນກໍ່ໄດ້ເຂົ້າຢ້ຽມຂໍ່ານັບບັນດາການນຳ ຂອງ ສປປ ລາວ ເຊັ່ນ: ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ກຸ່ມທ່າພະ ເມືອງຫາດຊາຍຟອງ ຮັກສາໄດ້ຄວາມສະຫງົບ ພາຍໃນກຸ່ມ
Next Post: ຄວາມເປັນມາງານມະຫະກໍາບຸນຊ້າງ ຂອງແຂວງໄຊຍະບູລີ ປີນີ້ຈັດ 22-28/2/2020

Related Posts

ແຂວງຈຳປາສັກຕ້ອງການຄວາມຊ່ວຍເຫຼືອ ໃນການຮອງຮັບຜູ້ຕິດຊື້ອໂຄວິດ ແລະ ແຮງງານລາວກັບຄືນປະເທດ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນຊ່ວຍທ້າວອັງເປົາແດ່ ເຈັບໜັກບໍ່ມີເງິນປິ່ນປົວ ຂ່າວສານບ້ານເມືອງ
ປິດຊີບນາຍຈ້າງອ້າງແຄ້ນມັກປ້ອຍດ່າ ຂ່າວສານບ້ານເມືອງ
ຫົວໜ້າຄະນະສະເພາະກິດຂັ້ນສູນກາງ ລົງຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂ ຄ ວິ ດ ຢູ່ແຂວງບໍລິຄໍາໄຊ ຂ່າວສານບ້ານເມືອງ
ຊົມເຊີຍ! ແພດໝໍ ທີມ 2 ໂຮງໝໍແຂວງຫຼວງພະບາງ ປະຕິບັດໜ້າທີມຄົບ 7 ວັນ, ກັກຕົນເອງຕໍ່ອີກ 14 ວັນ ກ່ອນພົບຄອບຄົວ ຂ່າວສານບ້ານເມືອງ
ລົດເກງເສຍຫຼັກຕຳເສົາໄຟຟ້າ ຕິດໃນລົດ 1 ຄົນ ທີ່ໄຊຍະບູລີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme