ພັຕ ສີໂມ ພິທັກພົນ ຮອງຫົວໜ້າ ປກສ ກຸ່ມທ່າພະ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ໃນປີ 2019 ປກສ ກຸ່ມທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ ເຮັດໃຫ້ກຸ່ມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ ໂດຍພື້ນຖານ.

ໃນການຈັດຕັ້ງປະຕິບັດວຽກງານ ປກສ ກຸ່ມທ່າພະ ແມ່ນໄດ້ສຸມໃສ່ເຮັດວຽກງານຄຸ້ມຄອງເກັບກຳການເໜັງຕີງຂອງພົນລະເມືອງ ແລະ ກຳແໜ້ນເປົ້າໝາຍ ທີ່ມີການເຄື່ອນໄຫວບໍ່ດີທຸກປະເພດ; ພ້ອມທັງ ນຳພາກຳລັງ ປກສ ບ້ານ, ອອກກວດກາລາດຕະເວນຕາມຊາຍແດນ, ປ້ອງກັນງານບຸນປະເພນີ, ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍເລັ່ງໃສ່ຈຸດຫຼໍ່ແຫຼມ, ປ່ອງຂ້າມລອຍ ແລະ ສະຖານທີ່ສຳຄັນຕ່າງໆ ທີ່ອາດຈະເປັນຊ່ອງຫວ່າງ, ສວຍໃຊ້ຂອງກຸ່ມຄົນບໍ່ດີ ເຂົ້າມາເຄື່ອນໄຫວໄດ້ງ່າຍ;

ພ້ອມນີ້, ໄດ້ເອົາໃຈໃສ່ຄຸ້ມຄອງເຮືອຫາປາໃນການເຂົ້າ-ອອກ ໃຫ້ຖືກຕ້ອງຕາມໂມງ, ເວລາ, ປະຕິບັດຕາມກົດລະບຽບຂອງຂັ້ນເທິ່ງວາງອອກຢ່າງເຂັ້ມງວດ ແລະ ໄດ້ກຳນົດຈຸດຈອດເຮືອຢ່າງລະອຽດ ທົ່ວກຸ່ມມີເຮືອທັງໝົດ 45 ລຳ; ນອກນີ້ ໄດ້ສົມທົບກັບອນາດການປົກຄອງບ້ານ ຂຶ້ນທະບຽບສຳມະໂນຄົວສຳເລັດ 5784 ຄົນ, ຍິງ 2933 ຄົນ.

ໄລຍະ 1ປີຜ່ານມາ, ເຖິງແມ່ນວ່າ ເຈົ້າໜ້າທີ່ ປກສ ກຸ່ມ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດປານໃດກໍຕາມ ແຕ່ຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນ ເຊິ່ງທົ່ວກຸ່ມມີຄະດີເກີດຂຶ້ນ 10 ເລື່ອງ, ສາມາດແກ້ໄຂໄດ້ 9 ເລື່ອງ; ໃນນີ້, ບັນຫາທີ່ພົ້ນເດັ່ນແມ່ນ ບັນຫາລັກຊັບພົນລະເມືອງທີ່ສ້າງຜົນເສຍຫາຍຫຼາຍພໍສົມຄວນທາງດ້ານວັດຖຸ ແລະ ຊັບສິນຂອງປະຊາຊົນ; ພ້ອມນັ້ນ, ປກສ ກຸ່ມ ແມ່ນໄດ້ສົມທົບກັບອໍານາດການປົກຄອງບ້ານເອົາໃຈໃສ່ຕິດຕາມເປົ້າໝາຍ ສາມາດກັກຕົວຜູ້ຖືກຫາມາດຳເນີນຄະດີ ແລະ ເກັບກູ້ຂອງກາງຄືນມາໄດ້ ແລະ ບັນຫາຢາເສບຕິດ ໄດ້ສຶກສາອົບຮົມເປົ້າໝາຍເສບຢາເສບຕິດ ຈໍານວນ 50 ກວ່າຄົນ ແລ້ວມອບໃຫ້ຜູ້ປົກຄອງ; ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ 11 ຄົນ.

ສໍາລັບທິດທາງ ແລະ ແຜນການໃນຕໍ່ໜ້າ ພັຕ ສີໂມ ພິທັກພົນ ໄດ້ໃຫ້ຮູ້ວ່າ: ປກສ ກຸ່ມທ່າພະ ຈະສືບຕໍ່ສຸມໃສ່ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບ, ກົດໝາຍຂອງພັກ-ລັດຢ່າງເລິກເຊິ່ງ; ສືບຕໍ່ນຳພາ ປກສ ບ້ານ ອອກກວດກາລາດຕະເວນເຂດພື້ນທີ່ຮັບຜິດຊອບ ໂດຍສະເພາະແມ່ນລຽບຕາມຊາຍແດນ ແລະ ຂອບເຂດຮັບຜິດຊອບຂອງກຸ່ມ.
ນອກຈາກນີ້, ຈະສືບຕໍ່ສົມທົບກັບອຳນາດການປົກຄອງບ້ານ ເກັບກຳການເໜັງຕີງຂອງພົນລະເມືອງ ໃນການເຂົ້າ-ອອກຢູ່ພາຍໃນກຸ່ມ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຳແໜ້ນການເຄື່ອນໄຫວຂອງບັນດາເປົ້າໝາຍ; ພ້ອມທັງຈັດແບ່ງປະເພດເປົ້າໝາຍໃຫ້ລະອຽດ ເພື່ອນຳມາສຶກສາອົບຮົມເຮັດໃຫ້ເປົ້າໝາຍດັ່ງກ່າວ ມີການປ່ຽນແປງຄວາມຄິດ ແລະ ປັບປຸງພຶດຕິກຳໄປໃນທາງທ່ີດີຂຶ້ນ ເພື່ອແນໃສ່ເຮັດໃຫ້ກຸ່ມມີຄວາມສະຫງົບດີຂຶ້ນເປັນກ້າວໆ.
ຂ່າວ: ປກສ ນະຄອນຫຼວງ