Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບອກຕໍ່ໆກັນແດ່! ອາການ ແລະ ກຸ່ມສ່ຽງ ຂອງຜູ້ທີ່ຕິດພະຍາດໄວຣັສອັກເສບປອດສາຍພັນໃໝ່ ທີ່ລະບາດຢູ່ຈີນ

Posted on 22/01/202022/01/2020 By All in LAOS No Comments on ບອກຕໍ່ໆກັນແດ່! ອາການ ແລະ ກຸ່ມສ່ຽງ ຂອງຜູ້ທີ່ຕິດພະຍາດໄວຣັສອັກເສບປອດສາຍພັນໃໝ່ ທີ່ລະບາດຢູ່ຈີນ

ເຊື້ອພະຍາດໄວຣັສສາຍພັນໃໝ່ Novel Corona Virus NCOV ທີ່ເກີດຈາກການອັກເສບປອດ ປະຈຸບັນມີຢືນຢັນແລ້ວວ່າມີຜູ້ປ່ວຍຈາກພາຍນອກ ສປ ຈີນ ຈຳນວນ 4 ຄົນໃນນັ້ນ ຢູ່ປະເທດໄທ 2 ຄົນ, ສ.ເກົາຫຼີ ແລະຍີ່ຢຸ່ນປະເທດລະ 1 ຄົນ ສ່ວນພາຍໃນປະເທດຈີນເອງ ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ 300 ກວ່າຄົນຢືນຢັນວ່າເປັນພະຍາດດັ່ງກ່າວ ພ້ອມນີ້ຍັງມີກໍລະນີສົງໄສ 180 ຄົນ ທີ່ຕ້ອງຕິດຕາມອາການຢ່າງໃກ້ຊິດ ດັ່ງນັ້ນ ເຮົາຈິ່ງຄວນຮູ້ວ່າ ໃຜທີ່ກຳລັງຢູ່ໃນກຸ່ມສ່ຽງ ແລະອາການແບບໃດທີ່ເປັນພະຍາດນີ້ ລວມເຖິງວິທີປ້ອງກັນໂດຍ

ພື້ນຖານ.ເຊື້ອພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນ ຊ່ວງນີ້ພໍດີພໍດີກຸດ ມີນັກສຶກສາທີ່ໄປຮຽນຢູ່ຈີນກໍໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ສປປ ລາວກໍ່ເຊັ່ນດຽວກັນຕ້ອງມີຄວາມລະມັດລະວັງເປັນພິເສດ.ແນວໃດກໍ່ດີກຸ່ມທີ່ມີຄວາມສ່ຽງຫຼາຍສຸດກໍ່ຄື ຜູ້ທີ່ຫາກໍເດີນທາງມາແຕ່ຈີນ, ເຮັດວຽກ, ພົວພັນ, ໃກ້ຊິດກັບຄົນ

ຈີນທີ່ຫາກໍເຂົ້າມາລາວ ຖ້າຢູ່ໃນກຸ່ມຄົນເຫຼົ່ານີ້ແລະມີອາການເປັນຫວັດເປັນໄອ ຄວນແຈ້ງເຈົ້າຫນ້າທີ່ສາທາລະນະສຸກ ເພື່ອຈະໄດ້ກວດສອບລະອຽດ ແລະກັກກັນເຊື້ອ ຢ່າຢ້ານທີ່ຈະບອກ ເພາະການບໍ່ບອກ ຫມໍຈະຄຶດວ່າເປັນຫວັດເປັນໄອທົ່ວໄປ ແລ້ວຈະບໍ່ຖືກກວດສອບຢ່າງລະອຽດ ແຖມກັບໄປແຜ່ເຊື້ອໃຫ້ຄົນອື່ນຕໍ່ອີກ

ອາການຂອງພະຍາດປອດອັກເສບສາຍພັນໃໝ່ ຈະສະແດງອອກຄື: ເປັນໄຂ້, ຮູ້ສຶກອ່ອນເພຍ, ຄໍແຫບ ແລະໄອ ຖ້າທ່ານມີອາການເຫຼົ່ານີ້ບໍ່ໃຫ້ຊື້ຢາມາກິນເອງໃນໄລຍະນີ້ຕ້ອງກວດເຊັກຄວາມປອດໄພໄວ້ກ່ອນກໍ່ຄືຮີບໄປໂຮງໝໍເພື່ອກວດຫາເຊື້ອພະຍາດທີ່ແທ້ຈີງ.ສຳລັບວິທີປ້ອງກັນຕອນນີ້ດີສຸດຄື ໃຫ້ໃສ່່ຜ້າອັດປາກ ໝັ່ນລ້າງມື ແລະບໍ່ຄວນໄປບ່ອນທີ່ມີຄົນແອອັດ ເພາະພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນຢືນຢັນຈາກຜູ້ຊ່ຽວຊານແລ້ວ ຂໍໃຫ້ທຸກຄົນປອດໄພ.ຕາມລາຍງານຂອງອົງການອະນາໄມໂລກໃຫ້ຮູ້ວ່າ ການລະບາດຂອງພະຍາດອັກເສບປອດ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່(Novel Corona Virus NCOV) ພົບທຳອິດຢູ່ເມືອງອູຫັ້ນ

ແຂວງຫູເປີ່ຍ ຂອງ ສປຈີນ ໃນວັນທີ 13 ມັງກອນ 2020 ຫ້ອງວິເຄາະຢັ້ງຢືນວ່າມີ 41 ກໍລະນີ ໃນນັ້ນຮຸນແຮງ 7 ກໍລະນີ ເສຍຊີວິດໄປແລ້ວ 1 ຄົນ, ຕິດຕາມເຝົ້າລະວັງກໍລະນີສຳຜັດ 763 ຄົນ.ສ່ວນ ສປປ ລາວແມ່ນຍັງບໍ່ມີລາຍງານເທື່ອ ກະຊວງສາທາລະນະສຸກຈິ່ງແຈ້ງໃຫ້ບັນດາດ່ານສາກົນທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະສະໜາມບິນສາກົນແຫ່ງຕ່າງໆໃນທົ່ວປະເທດຈົ່ງຕິດຕາມໃກ້ສິດ ຕໍ່ເຊື້ອພະຍາດດັ່ງກ່າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ… ເກີດເຫດຍິງກັນເສຍຊີວິດ 2 ຄົນ ເຂດ ທາງ 450 ປີ
Next Post: ປີ 2019 ດ່ານພາສີສາກົນພູດູ່ເກັບລາຍຮັບໄດ້ 96,95 ຕື້ກວ່າກີບ

Related Posts

ຄວາມຄືບໜ້າ ຕຶກໃໝ່ ໂຮງໝໍ ມະໂຫສົດ (ຊົມຄລິບ) ຂ່າວສານບ້ານເມືອງ
ຂໍຊີ້ແຈງກໍລະນີປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ ຂ່າວສານບ້ານເມືອງ
ຊາຍເສຍຊີວິດແຊ່ຢູ່ຮ່ອງໂດຍບໍ່ຮູ້ສາເຫດ ເຂດບ້ານໂນນຄ້ໍໃຕ້ ຂ່າວສານບ້ານເມືອງ
ພັນຂະຫຍາຍປະຕິບາດມາດຕະການປ້ອງກັນ ແລະ ສະກັດກັ້ນໂຄວິດ ຢູ່ແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ແຂວງຈໍາປາສັກ ໄດ້ຮັບນາມະຍົດເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ ຂ່າວສານບ້ານເມືອງ
ແຂວງອັດຕະປື ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃນພາລະກິດຮັບໃຊ້ຊາດ​ແລ້ວ​ 2​ ພັນກວ່າທ່ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme