Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈີນເລັ່ງແກ້ໄຂ ການລະບາດຂອງ ໄວຣັດໂຄໂຣນາສາຍພັນໃໝ່ ທີ່ຕິດຈາກຄົນສູ່ຄົນ

Posted on 21/01/202021/01/2020 By All in LAOS No Comments on ຈີນເລັ່ງແກ້ໄຂ ການລະບາດຂອງ ໄວຣັດໂຄໂຣນາສາຍພັນໃໝ່ ທີ່ຕິດຈາກຄົນສູ່ຄົນ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ່ 21 ມັງກອນ 2020 ວ່າ ຄະນະກຳມະການສາທາລະນະສຸກແຫ່ງເມືອງອູ່ຮັ່ນ ໃນມົນທົນຫູເປີ່ຍ ທາງພາກກາງຂອງຈີນ ອອກຖະແຫຼງການເມື່ອວັນອັງຄານ ເລື່ອງຜູ້ເສຍຊີວິດຄົນທີ່ 4 ຈາກການຕິດເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ເປັນຊາຍອາຍຸ 89 ປີ ມີໂຣກປະຈຳໂຕຄືເບົາຫວານ ໂຣກຫົວໃຈ ແລະຄວາມດັນໂລຫິດສູງ ເລີ່ມມີອາການເມື່ອວັນທີ່ 13 ມັງກອນ ແຕ່ເຂົ້າຮັບການຮັກສາທີ່ໂຮງຫມໍໃນອີກ 5 ວັນຕໍ່ມາ ດ້ວຍອາການຜິດປົກກະຕິທີ່ລະບົບທາງເດີນຫາຍໃຈ ແລະເສຍຊີວິດເມື່ອວັນທີ່ 19 ມັງກອນທີ່ຜ່ານມາ

ຖະແຫຼງການຍັງລະບຸດ້ວຍວ່າ ເຈົ້າຫນ້າທີ່ສາທາລະນະສຸກໃນພື້ນທີ່ 15 ຄົນຕິດເຊື້ອງຊະນິດນີ້ແລ້ວ ຫນື່ງໃນນັ້ນມີອາການວິກິດ ແລະຍັງມີຜູ້ຕ້ອງສົງໄສຕິດເຊື້ອອີກຢ່າງນ້ອຍ 1 ຄົນ ແມ່ນວ່າທາງການເມືອງອູ່ຮັ່ນຍັງບໍ່ໄດ້ໃຫ້ຂໍ້ມູນຊັດເຈນວ່າເຈົ້າຫນ້າທີ່ໄດ້ຮັບເຊື້ອຢ່າງໃດ ແຕ່ນາງແພດ ຊົ່ງ ຫນານຊານ ຜູ້ຊ່ຽວຊານດ້ານໂຣກປອດແລະລະບົບທາງເດີນອາຫານ ຊື່ງໄດ້ຮັບມອບຫມາຍຈາກຄະນະກຳມະການສາທາລະນະສຸກແຫ່ງຊາດຂອງຈີນ ໃຫ້ເປັນຫົວຫນ້າຄະນະທຳງານກ່ຽວກັບການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ກ່າວວ່າຜົນການກວດສອບການຕິດເຊື້ອຂອງຜູ້ປ່ວຍຢ່າງນ້ອຍ 2 ຄົນໃນມົນທົນກວາງຕຸ້ງພົບຄວາມເຊື່ອມໂຍງວ່າເປັນການຕິດເຊື້ອຈາກສະມາຊິກໃນຄອບຄົວດຽວກັນ ແລະມີເຈົ້າຫນ້າທີ່ສາທາລະນະສຸກຕິດເຊື້ອນຳອີກຫລາຍຄົນ

ລາຍງານຂອງສຳນັກຂ່າວຊິນຫົວ ເວລາ 18:00 ນາທີ ຕາມເວລາທ້ອງຖິ່ນຂອງວັນຈັນ ລະບຸຈຳນວນຜູ້ປ່ວຍຈາກເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມທົ່ວປະເທດໄວ້ທີ່ຢ່າງຫນ້ອຍ 217 ຄົນ ຈາກຈຳນວນດັງກ່າວ 198 ຄົນຢູ່ທີ່ເມືອງອູ່ຮັ່ນ ຊື່ງເປັນເມືອງທຳອິດທີ່ພົບການແຜ່ລະບາດເມື່ອເດືອນທັນວາປີຜ່ານມາ ສ່ວນທີ່ເຫລືອພົບໃນເມືອງອື່ນຂອງຈີນ ລວມເຖິງເມືອງໃຫ່ຍຢ່າງນະຄອນປັກກິ່ງ ແລະເມືອງຊຽງໄຮ້ ຕະຫລອດຈົນມົນທົນທີ່ມີປະຊາກອນອາໄສຢູ່ຫລາຍ ບໍ່ວ່າຈະເປັນມົນທົນກວາງຕຸ້ງ ມົນທົນເສສວນ ແລະມົນທົນຢູນນານ ແລະ ປະທານາທິບໍດີສີ ຈິ້ນຜິງ ສັ່ງໃຫ້ທຸກຝ່າຍເລັ່ງຄວບຄຸມສະຖານະການນີ້ທີ່ຖືເປັນວາລະລະດັບປະເທດ

ດ້ານອົງການອານາໄມໂລກ (ດັບເບິລຢູເອຊໂອ) ມີກຳນົດປະຊຸມສຸກເສີນໃນວັນພຸດທີ່ 22 ມັງກອນນີ້ ເພື່ອຕັດສິນໃຈວ່າ ຈະປະກາດໃຫ້ສະຖານະການ ການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມຈາກເມືອງອູ່ຮັ່ນເປັນ ພາວະສຸກເສີນ ດ້ານສາທາລະນະສຸກລະຫວ່າງປະເທດ ຫລືບໍ່ ເນື່ອງຈາກເຊື້ອໄວໂຣກແຜ່ກະຈາຍອອກຈາກຈີນສູ່ຢ່າງນ້ອຍ 3 ປະເທດແລ້ວຄືໄທ ຍີ່ປຸ່ນ ແລະເກົາຫຼີໃຕ້

ສ່ວນ ສປປລາວ ກໍ່ມີແຈ້ງການ ໃຫ້ມີການສະກັດກັ້ນ ຕາມດ່ານສາກົນ ຢ່າງເຂັ້ມງວດ

ຂ່າວສານບ້ານເມືອງ

Post navigation

Previous Post: ສາທາລະນະສຸກ ແຈ້ງການດ່ວນ! ເລື່ອງ ການສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່ ທີ່ ກໍາລັງລະບາດ ຢູ່ ສປ ຈີນ
Next Post: ມຸ່ນອະຍະ! ລົດເກັງຕໍາກັບລົດພ່ວງ ແກ່ໄມ້ວິກ ເສຍຫາຍໜັກ ທີ່ ທ່າແຂກ

Related Posts

ຮອງນາຍົກເນັ້ນໃຫ້ຂະແໜງ ອຸດ ສະຫະກຳແລະການຄ້າ ເອົາໃຈໃສ່ 6 ບັນຫາສຳຄັນ ຂ່າວສານບ້ານເມືອງ
ດ່ວນກວດລາຍຊື່ຕົນເອງ! ໄດ້ໄປກວດວິເຄາະຫາເຊື້ອພະຍາດໂ ຄ ວິ ດ ໃນນະຄອນຫຼວງວຽງຈັນໃຫ້ຂໍ້ມູນບໍ່ລະອຽດ ຂ່າວສານບ້ານເມືອງ
ຫຼວງພະບາງກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ຂ່າວສານບ້ານເມືອງ
ສສກ ແຈ້ງການ ກໍານົດວິຊາເສັງຈົບຊັ້ນ ມ7 ສົກປີ 2019-2020 ຂ່າວສານບ້ານເມືອງ
ເມືອງບົວລະພາໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸການນຳໃຊ້,ສິນຄ້າລອກຮຽນແບບ ແລະ ສິນຄ້ານອກລະບົບ ຂ່າວສານບ້ານເມືອງ
2 ໃນ 5 ຄົນທີ່ນອນຕິດຕາມອາການເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ອາດຈະໄດ້ກັບບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme