Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຊີນທ່ຽວ ບຸນນະມັດສະການ ພຣະທາຕຸສີໂຄຕະບອງ ຈະຈັດຂື້ນໃນວັນທີ 6-8 ກຸມພາ 2020

Posted on 21/01/202021/01/2020 By All in LAOS No Comments on ເຊີນທ່ຽວ ບຸນນະມັດສະການ ພຣະທາຕຸສີໂຄຕະບອງ ຈະຈັດຂື້ນໃນວັນທີ 6-8 ກຸມພາ 2020

ບຸນນະມັດສະການພຣະທາຕຸສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ ຈະມີຂຶ້ນໃນລະຫວ່າງວັນທີ 06 – 08 ກຸມພາ 2020. ເຊິງກ່ອນຫນ້າທີທາງພຣະສົງສາມະເນນ ແລະຜູ້ຄ້ຳວັດຄ້ຳບຸນ ທັງຫລາຍກໍ່ໄດ້ຫາງຫາກະກຽມບຸນປາງນີ້ແລ້ວຕັ້ງແຕ່ເດືອນທັນວາ 2019 ເປັນຕົ້ນມາເຊັ່ນ : ມີການປູກຕົ້ນໄມ້ເພື່ອກຽມໄວ້ບູຊາອົງພຣະທາຕຸ ກຽມອຸປະກອນປະດັບປະດາຕ່າງໆ ໄວ້ແລ້ວ ໃຜຈະໄປນະມັດສະການບຸນພຣະທາຕຸສີໂຄດຕະບອງ ຂຶ້ນແຜນການໄວ້ເດີ.

ປະຫວັດຂອງພຣະທາຕຸສີໂຄດຕະບູນ ຫລືສີໂຄດຕະບອງ ເປັນພຣະທາຕຸເກົ່າແກ່ແລະມີຊື່ສຽງລຽງນາມອັນດັບຕົ້ນໆໃນເມືອງລາວ ຕັ້ງຢູ່ແຖວບ້ານເມືອງເກົ່າ ແຄມນ້ຳຂອງ ຫ່າງຈາກຕົ້ວເມືອງທ່າແຂກໄປຕາມທິດໃຕ້ ປະມານ 6 ກິໂລແມັດ

ກ່າວກັນວາ ພຣະເຈົ້າສຸມິນທະຣາຊ ຫລືພຣະເຈົ້າສຸມິຕະທັມວົງສາ ແຫ່ງອານາຈັກສີໂຄດຕະບອງ ຊົງມີພຣະຣາຊະສັດທາໃນການສ້າງພຣະທາຕຸອົງນີ້ຂຶ້ນ ເມື່ອປີ ພສ 12 ເມື່ອພຣະເຈົ້າສຸຣິຍະວົງສາສິດທິເດຊ ແຫ່ງອານາຈັກສີໂຄດຕະບອງສະຫວັນນະຄົດແລ້ວ ເມືອງສາເກດ ( ເມືອງ 101 ) ຖືກກອງທັບອານາຈັກທະວາຣະດີ ຮຸກຮານ ບັນດາຜູ້ຄົນຂອງເມືອງສາເກດ ໄດ້ພາກັນຫນີເສີກແລະອົບພະຍົກມາເພິ່ງພາອາໄສກັບເຈົ້າສຸມິນທະຣາຊ ຢ່າງຫລວງຫລາຍ ພຣະອົງຈຶ່ງຍົກກອງທັບໄປຕໍ່ສູ້ແລະຂັບໄລ່ກອງທັບທະວາຣະວະດີ ອອກໄປຈາກເມືອງສຳເລັດຜົນ

ສະໄຫມນັ້ນມີອະຣິຍະສົງພຣະມະຫາເຖຣະເຈົ້າຫລາຍອົງ ໄດ້ເດີນທາງມາເຜີຍແຜ່ໃນອານາຈັກສີໂຄດຕະບອງ ໄດ້ຖວາຍຄຳແນະນຳກັບເຈົ້າສຸມິນທະຣາຊ ໃຫ້ຊົງສ້າເງອຸບມຸງແຫ່ງນີ້ຂຶ້ນ ເພື່ອກວາມເອົາບໍລິເວນ ທີພຣະສັມມາສັມພຸດທະເຈົ້າ ໄດ້ເຄີຍສະເດັດມາປະທັບຢືນຮັບບິນທະບາດ ໂຜດພຣະຍາສີໂຄຕະບອງ ທີເມືອງສີໂຄດ ພຣະເຈົ້າສຸມິນທະຣາຊ ຊົງເຫັນດີເຫັນພ້ອມກໍ່ໄດ້ມີການປະຕິບັດຕາມ ແລະໄດ້ນຳເອົາພຣະບໍຣົມສາຣິຣິກະທາຕຸ ບັນຈຸໄວ້ໃນອົງພຣະທາຕຸແຫ່ງນີ້ດ້ວຍ ຕໍ່ມາເມື່ອຍຸກປະມານ ພສ 13 ອານາຈັກສີໂຄດຕະບອງເສື່ອມອຳນາດລົງ ພວກຂອມໄດ້ແຜ່ອິດທິົພົນເຂົ້າມາຄອບຄອງໃນດິນແດນແຖບນີ້.

ພຣະທາຕຸສີໂຄດຕະບອງ ປະກົດມີຫລັກຖານຢ່າງແຈ່ມແຈ້ງ ໃນສະໄຫມຍຸກຂອງພຣະເຈົ້າໂພທິສາຣະຣາຊ ເມື່ອຄັ້ງທີພຣະອົງສະເດັດຈາກເມືອງວຽງຈັນ ລົງມາບູຣະນະປະຕິສັງຂອນພຣະທາຕຸສີໂຄດຕະອບໃນ ປີ ພສ 2082 ແຕ່ບໍ່ໄດ້ມີການເສີມແຕ່ງອູບມຸງນັ້ນແຕ່ຢ່າງໃດ ໃນການສະເດັດມາຄັ້ງນັ້ນກໍ່ໄດ້ໄປບູຣະນະ ພຣະທາຕຸພະນົມ ແລະພຣະທາຕຸອີງຮັງດ້ວຍ

ໃນສະໄຫມພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ສະເດັດລົງມາບູຣະນະປະຕິສັງຂອນ ພຣະທາຕຸສີໂຄດຕະບອງ ພຣະທາຕຸພະນົມ ແລະພຣະທາຕຸອີງຮັງ ເຊ່ິງໄດ້ມີການກໍ່ສ້າງເສີມແຕ່ງ ພຣະທາຕຸທຸກແຫ່ງ ໂດຍສະເພາະພຣະທາຕຸສີໂຄດຕະບອງ ໄດ້ມີການກໍ່ສ້າງໃຫມ່ ໂດຍມີການກໍ່ສ້າງທາຕຸກວາມເອົາອຸບມຸງແຕ່ກ່ອນນັ້ນ ໃຫ້ເປັນພຣະທາຕຸສູງໃຫຍ່ຂຶ້ນ ດັ່ງທີປະກົດໃຫ້ເຫັນດັ່ງທຸກມື້ນີ້ ກະສັດລາວທຸກໆພຣະອົງກໍ່ໄດ້ມີການ ຖະນຸບຳຣຸງຕະຫລອດເລື້ອຍມາ ຈົນມາຮອດຍຸກຂອງເຈົ້າອະນຸວົງ ໂດຍສະເພາະໃນຍຸກຂອງເຈົ້າສູຣິຍະວົງສາທັມມິກກະຣາຊ ເຈົ້າຫນໍ່ເມືອງ (ເຈົ້າເມືອງສີໂຄດຕະບອງ ) ໃນໄລຍະນັ້ນ ມີຍົດເປັນ ພຣະຍານະຄອນຫລວງພິຊິດຣາຊທານີສີໂຄດຕະບູນ ໄດ້ມີການອຸປະຖາກຄ້ຳຊູ ແລະຮັກສາພຣະທາຕຸສີໂຄດຕະບອງ ເປັນຢ່າງດີ

ປັດຈຸບັນນີ້ບູນນະມັດສະການພຣະທາຕຸສີໂຄດຕະບອງ ຫລັງຈາກປະເທດຊາດເອກະລາດຢ່າງສົມບູນນັບແຕ່ປີ ຄສ 1975 ເປັນຕົ້ນມາ ບຸນນະມັດສະການພຣະທາຕຸສີໂຄດຕະບອງກໍ່ຖືເປັນບຸນປາງໃຫຍ່ສຸດຂອງແຂວງຄຳມ່ວນ ເຊິ່ງກໍ່ໄດ້ການອູປະຖຳຄ້ຳຈຸນຈາກການນຳພັກ-ລັດ ແລະປະຊາຊົນເປັນຢ່າງດີຕະຫລອດທຸກໆປີບໍ່ຂາດ ເຊິ່ງບຸນນະມັດສະການພຣະທາຕຸສີໂຄດຈະຈັດຂຶ້ນໃນເດືອນສາມເພັງ ໂດຍມີການເລີ່ມຈັດບຸນນະມັດສະການພຣະທາຕຸສີໂຄດຕະບອງນີ້ມາ ແມ່ນເລິ່ມມາແຕ່ປີ ຄສ 1963 ຈົນຮອດປີ ຄສ 2020 = 57 ປີສຶບເລື້ອຍໆມາ.

ຂໍ້ມູນຈາກ : ສະຫງວນ ຣອດບຸນ

ພາບ: Houmphet Manisouk

ຮີບໂຮມແລະນຳສະເໜີໂດຍ : Art and Culture of Laos

ຂ່າວສານບ້ານເມືອງ

Post navigation

Previous Post: ອົງການກາແດງລາວ ຍົກລະດັບໃຫ້ພະນັກງານຄຸ້ມຄອງສາງ
Next Post: ປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ

Related Posts

ກະຊວງສຶກສາທິການ ແລະ ກິລາ ກໍານົດມື້ສອບເສັງ ກາງເດືອນ ກໍລະກົດ 2020 ຂ່າວສານບ້ານເມືອງ
ຂ່າວດ່ວນມື້ນີ້! ສປປ ລາວ ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດທັງໝົດ 76 ຄົນ ຂ່າວສານບ້ານເມືອງ
ກອງພົນທະຫານຮາບທີ 4 ເປີດຊຸດອົບຮົມ – ຫັດແອບ ປະຈຳປີ 2022 ຂ່າວສານບ້ານເມືອງ
ກະຊວງສາທາ ອອກແຈ້ງການ ລະວັງການແຊຂໍ້ມູນທີ່ບໍ່ຖືກຕ້ອງ ຂອງ ການລະບາດຂອງໄວຣັສໂຄໂຣນາ ຂ່າວສານບ້ານເມືອງ
ກວດສອບເຫັນລາຍຮັບເພີ່ມ ທີ່ບໍ່ມອບ ເຂົ້າງົບປະມານແຫ່ງລັດ 337,01 ຕື້ກີບ ຂ່າວສານບ້ານເມືອງ
ງຽບເຫງົາ! ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme