Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍ ການປັບປຸງວຽກງານ ການບໍລິການ, ການອອກໃບອານຸຍາດການລົງທຶນ ແລະ ການອອກໃບອານຸຍາດ ດໍາເນີນທຸລະກິດ

Posted on 21/01/202021/01/2020 By All in LAOS No Comments on ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍ ການປັບປຸງວຽກງານ ການບໍລິການ, ການອອກໃບອານຸຍາດການລົງທຶນ ແລະ ການອອກໃບອານຸຍາດ ດໍາເນີນທຸລະກິດ

ໃນວັນທີ 21 ມັງກອນ 2020 ນີ້ ທີ່ເວັບໄຊ www.laogov.gov.la ໄດ້ມີແຈ້ງການ ອອກຄໍາສັ່ງ ເລກທີ 03/ນຍ ເຊິ່ງ ເປັນ ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍ ການປັບປຸງວຽກງານ ການບໍລິການ, ການອອກໃບອານຸຍາດການລົງທຶນ ແລະ ການອອກໃບອານຸຍາດ ດໍາເນີນທຸລະກິດ .

ເພື່ອສືບຕໍ່ຜັນຂະຫຍາຍ ເນື້ອໃນຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍທີ່ກ່ຽວຂ້ອງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຈະແຈ້ງ ໂດຍສະເພາະ ການປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ແລະ ການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ ໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃນຂອບເຂດທົ່ວປະເທດ, ຍົກລະດັບຄວາມສັກສິດ ໃນການປະຕິບັດກົດໝາຍ, ເພີ່ມທະວີຄວາມອາດສາມາດ ໃນການແຂ່ງຂັນດຶງດູດການລົງທຶນ ແລະ ເຮັດໃຫ້ການລົງທຶນຂອງພາກເອກະຊົນ ສາມາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ດັ່ງນັ້ນ, ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ສະບັບເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ, ໂດຍໄດ້ມອບໝາຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຮັບຜິດຊອບກ່ຽວກັບວຽກງານສົ່ງເສີມການລົງທຶນ, ການບໍລິການ ການລົງທຶນປະຕູດຽວ ຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮີບຮ້ອນ ແກ້ໄຂບັນດາຂອດຂັ້ນ, ກຳນົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການອະນຸຍາດລົງທຶນ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ, ຊຶ່ງລາຍລະອຽດ ຂອງຄຳສັ່ງດ່ງກ່າວ ແມ່ນສາມາດດາວໂຫຼດໄດ້ ຈາກເວັບໄຊລັດຖະບານ (www.laogov.gov.la) ໂດຍເຂົ້າໄປທີ່ເມນູ “ນິຕິກຳ” ແລະ “ຄຳສັ່ງ” ຕາມລຳດັບ.
​

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເຊິ່ງມີລາຍລະອຽດ ດັ່ງລຸ່ມນີ້

ຖືເປັນບາດກ້າວອັນສໍາຄັນ ເພື່ອການສົ່ງເສີມການລົງທຶນພາຍໃນ ເພື່ອເຮັດໃຫ້ຂັ້ນຕອນການດໍາເນີນ ເອກະສານ ໄປຕາມລະບຽບການ, ໂປ່ງໃສ ແລະ ວ່ອງໄວ.

ຂ່າວສານບ້ານເມືອງ

Post navigation

Previous Post: ກົມ 213 ສຳເລັດການຊ້ອມຮົບ “ຄົມໃນຝັກ”
Next Post: ອົງການກາແດງລາວ ຍົກລະດັບໃຫ້ພະນັກງານຄຸ້ມຄອງສາງ

Related Posts

ປກສ ນະຄອນຫຼວງ ລົງປາບຮ້ານອາຫານບັນເທີງທີ່ລະເມີດຄໍາສັ່ງ ຂ່າວສານບ້ານເມືອງ
ຫາຍຫ່ວງເດີ້! ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດໂ ຄ ວິ ດ ໃຫ້ ລາວ 616.820 ຫຼອດ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງ ຄົນຕ່າງປະເທດສັນຊາດຈີນ ທີ່ລັກລອບເຂົ້າເມືອງ ກັບປະເທດ ຂ່າວສານບ້ານເມືອງ
ທໍາມະຊາດລ້ວນໆ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ປ້ອງກັນ Covid-19 ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ສົກຮຽນ 2019-2020 ຂ່າວສານບ້ານເມືອງ
ຈັບລັອດໃຫຍ່ທີ່ບໍລິຄໍາໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme