Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາຍໄວ 71 ປີ ສັນຊາດອາເມກາ ເຊື້ອສາຍລາວ ເສຍຊີວິດ ທີ່ເຮືອນພັກ ຢູ່ ບ້ານນາຫຼວງ!

Posted on 21/01/202021/01/2020 By All in LAOS No Comments on ຊາຍໄວ 71 ປີ ສັນຊາດອາເມກາ ເຊື້ອສາຍລາວ ເສຍຊີວິດ ທີ່ເຮືອນພັກ ຢູ່ ບ້ານນາຫຼວງ!

ວັນທີ 21/01/2020 ເວລາ 01:32 ນາທີ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 0711625 ວ່າ: ມີຄົນເສຍຊີວິດຢູ່ເຮືອນພັກແຫ່ງໜຶ່ງຢູ່ທີ່ບ້ານນາຫລວງ ນະຄອນຫລວງພະບາງ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບພົບຄົນເສຍຊີວິດເປັນເພດຊາຍ01 ຄົນ ຊື່ Mr wapao YANG ອາຍຸ 71 ປີ ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນຂະບວນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ.


ຕາມການບອກເລົ່າຂອງຍາດຕິພີນ້ອງ ວ່າປະມານ 11 ໂມງກາງຄືນຜູ້ກ່ຽວມີອາການແໜ້ນໜ້າອີກ ແລະ ຫາຍໃຈບໍ່ສະດວກ.


 ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.


ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນນນນນນ…

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625
ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.


ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ! ລົດຈັກເສຍຫຼັກ ຕຳຫຼັກມ້າລາຍ ເສຍຊີວິດ ຫຼັງນໍາສົ່ງໂຮງໝໍ
Next Post: ຫ້າມຂີ່ລົດ ເກີນ 50 ກມ/ຊົ່ວໂມງ ທາງ 450 ປີ ສອດຄ່ອງກັບການກໍານົດຂອງກົດໝາຍບໍ່? ມີຄໍາຕອບ!

Related Posts

ລູກຄ້າ BCEL One ຊື້ເລກໄດ້ແລ້ວ ແລະ ນັ່ງສັ່ນຂາຖ້າຮັບເງິນຖືກເລກຢູ່ເຮືອນ ຂ່າວສານບ້ານເມືອງ
ກວດສອບເຫັນລາຍຮັບເພີ່ມ ທີ່ບໍ່ມອບ ເຂົ້າງົບປະມານແຫ່ງລັດ 337,01 ຕື້ກີບ ຂ່າວສານບ້ານເມືອງ
Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 7/2/2020 – ຕິດເຊື້ອ 31261, ປົວຫາຍດີ 1703 ຄົນ, ຕາຍ 637 ຂ່າວສານບ້ານເມືອງ
ຂ່າວດ່ວນ! ມີຄົນປ່ວຍກະໂດດຕຶກຕາຍ ຢູ່ໂຮງໝໍ 103 ຂ່າວສານບ້ານເມືອງ
ເຂັ້ມງວດລາດຕະເວນຕາມຊາຍແດນຂຶ້ນຫຼັງຈາກພົບໂຄວິດສາຍພັນເດວຕາຈາກແຮງງານນໍາເຂົ້າ ຂ່າວສານບ້ານເມືອງ
ສະຫຼົດສາວງາມ ເ ສ ຍ ຊີ ວິ ດ ຢູ່ຫ້ອງແຖວໄດ້ 3 ມື້ໂດຍບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme