ມູນວຽນ ມາຄົບຮອບ ອີກວາລະໜື່ງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 71 ປີ (20 ມັງກອນ 1949- 20 ມັງກອນ 2020).  ເຊິ່ງໃນປີທີ່ຜ່ານມາ ການສະຫຼອງຄົບຮອບ 70 ປີ ນັ້ນ ແມ່ນ ເຕັມໄປດ້ວຍຄວາມຟົດຟື້ນ ແລະ ພາກພູມໃຈ.

ຊົມຄລິບພຸໄຟ ສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ທີ່ຜ່ານມາ

ມື້ນີ້ເພື່ອເປັນການລະນຶກເຖິງ ມູນເຊື້ອແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວ ຂອງກອງທັບ ປະຊາຊົນລາວ ມາທົບທວນຮ່ວມ ກັນອີກເທື່ອໜຶ່ງ.

ການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າເພື່ອຍາດເອົາ ຄວາມເປັນເອກະລາດ ຈາກຈັກກະພັດ ຜູ້ຮຸກຮານນັ້ນ ໄດ້ມີມູນເຊື້ອມາແຕ່ດົນນານ, ແຕ່ຍ້ອນຫຼາຍປັດໄຈ ແລະ ເງື່ອນໄຂທີ່ບໍ່ອຳນວຍ ຈຶ່ງເຮັດໃຫ້ການຕໍ່ສູ້ ເຫຼົ່ານັ້ນບໍ່ໄດ້ຮັບຜົນ ສຳເລັດ ແລະ ສິ່ງສຳຄັນປະກອບ ໃນນັ້ນກໍແມ່ນຍັງ ບໍ່ທັນມີກອງທັບປະຕິວັດ.

ເມື່ອເບິ່ງຄືນຫຼັງ ໃນສະໄໝສັກດີນາປົກຄອງ, ຮອດສະໄໝລັດທິລ່າເມືອງຂຶ້ນ ແບບເກົ່າມາຮຸກຮານລາວ ກໍມີຂະບວນການຕໍ່ສູ້ ຂອງປະຊາຊົນລາວ ເກີດຂຶ້ນຕໍ່ເນື່ອງ ເປັນຕົ້ນແມ່ນ:

ພາບກອງທັບປະຊາຊົນລາວໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ອອກຈາກແອກປົກຄອງຂອງ ຈັກກະພັດລ່າເມືອງຂຶ້ນ

  ການ ຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນອູເໜືອ, ອູໃຕ້ ພາຍໃຕ້ການນຳພາ ຂອງເຈົ້າວັນນະພຸມ (ໃນໄລຍະປີ 1899-1901);

ການຕໍ່ສູ້ຂອງເຜົ່າຕ່າງໆ ຢູ່ແຂວງສະຫວັນນະເຂດ, ພາຍໃຕ້ການນຳພາ ຂອງພໍ່ກະດວດ (ໃນໄລຍະປີ 1901-1902);

ການຕໍ່ສູ້ຂອງປະຊາຊົນ ບັນດາເຜົ່າຢູ່ດົງບໍລະເວນ ເຂດພາກໃຕ້, ພາຍໃຕ້ການນຳພາ ຂອງອົງແກ້ວ, ອົງກົມມະດຳ (ໃນໄລຍະປີ 1901-1937);

ການຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນ ແຂວງຫົວພັນ (ໄລຍະປີ 1914-1916);

ພາບກອງທັບປະຊາຊົນລາວໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ອອກຈາກແອກປົກຄອງຂອງ ຈັກກະພັດລ່າເມືອງຂຶ້ນ

ການຕໍ່ສູ້ຂອງເຜົ່າລື້ ຢູ່ເມືອງສິງ (ໄລຍະປີ 1914-1918); ການຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນຜົ້ງສາລີ, ພາຍໃຕ້ການນຳພາ ຂອງອົງແສນ (ໄລຍະປີ 1915-1927); ການຕໍ່ສູ້ດ້ວຍອາວຸດ ຂອງເຜົ່າມົ້ງ ຢູ່ພາກເໜືອຂອງລາວ, ພາຍໃຕ້ ການນຳພາ ຂອງເຈົ້າຟ້າປັດໄຈ (ໄລຍະປີ 1918-19 22); ການຕໍ່ສູ້ຂອງນາຍຄູຄຳ ຢູ່ ວຽງຈັນ (ປີ1920).

ພາບກອງທັບປະຊາຊົນລາວໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ອອກຈາກແອກປົກຄອງຂອງ ຈັກກະພັດລ່າເມືອງຂຶ້ນ

ແຕ່ວ່າບັນດາຂະບວນການ ຕໍ່ສູ້ເຫຼົ່ານັ້ນ ບໍ່ໄປເຖິງໄຊຊະນະ ສົມບູນຍ້ອນວ່າ ບໍ່ທັນມີພັກມາກ-ເລນິນນຳພາ, ບໍ່ທັນມີແນວທາງ ທີ່ຖືກຕ້ອງ ແລະ ບໍ່ທັນມີກຳລັງປະກອບ ອາວຸດປະຕິວັດ.
ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງຂຶ້ນ, ໄດ້ກາຍເປັນຂີດໝາຍ ແຫ່ງບາດລ້ຽວ ຂອງການປະຕິວັດໃນ 3 ປະເທດ ອິນດູຈີນ. ນັບແຕ່ນັ້ນພັກ ໄດ້ມີແນວທາງ, ມີຈຸດໝາຍ ແລະ ວິທີການອັນ ຖືກຕ້ອງ ຈຶ່ງເຮັດໃຫ້ຂະບວນການ ປະຕິວັດຂະຫຍາຍຕົວ ຂຶ້ນດ້ວຍຄຸນນະພາບໃໝ່.

ໃນບັ້ນຮົບ ວັນທີ 21 ມີນາ 1946 ຢູ່ທ່າແຂກ, ສະເດັດ ສຸພານຸວົງ ໄດ້ເປັນຜູ້ບັນຊາໂດຍກົງ ເພື່ອຕ້ານກັບ ພວກລ່າເມືອງຂຶ້ນຝຣັ່ງ ທີ່ເຂົ້າມາຮຸກຮານ ລາວເທື່ອທີ 2. ພາຍຫຼັງລັດຖະບານ ລາວອິດສະຫຼະ ໄດ້ອົບພະຍົບໄປ ຢູ່ປະເທດເພື່ອນບ້ານ ດ້ານ ຕາເວັນຕົກ, ຈຳນວນໜຶ່ງໄດ້ຍອມ ຈຳນົນໃຫ້ຝຣັ່ງ, ແຕ່ສະເດັດ ສຸພານຸວົງ ແລະ ຜູ້ນຳຮັກຊາດຄົນອື່ນໆ ຊ້ຳພັດເດັດຂາດບໍ່ຍອມຈຳນົນ. ຈາກນັ້ນກໍ່ໄດ້ກັບຄືນ ປະເທດ ເພື່ອສືບຕໍ່ປັບປຸງກຳລັງ.


ໃນໄລຍະປີ 1947-1948 ກຳລັງຮາກຖານການເມືອງ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ, ກອງກຳລັງປະກອບອາວຸດທ້ອງ ຖິ່ນຕ່າງໆຢູ່ເຂດໃຕ້, ກາງ ແລະ ເໜືອ ຂອງປະເທດເຮົາ ໄດ້ປະກົດຕົວຂຶ້ນຢ່າງຕໍ່ເນື່ອງ, ອັນເປັນການສ້າງທ່າ ແລະ ກຳລັງແຮງໃຫ້ ແກ່ການຕໍ່ສູ້ແບບກອງຫຼອນ ແລະ ການປະສານສົມທົບ ກັບທະຫານອາສາໝັກ ຫວຽດນາມ ຍາດເອົາໄຊຊະນະ ເປັນຂັ້ນໆມາ.

ດ້ວຍທ່າຂະຫຍາຍຕົວ ໃນການຕໍ່ສູ້ມີຫຼາຍທ້ອງຖິ່ນ ໄດ້ຈັດຕັ້ງກຳລັງ ປະກອບອາວຸດ ໃນລະດັບກອງຮ້ອຍຂຶ້ນ ຄື: ກອງປັດໄຈຢູ່ແຂວງຊຽງຂວາງ, ກອງຟ້າງຸ່ມ ຢູ່ແຂວງວຽງຈັນ, ກອງໄຊເສດຖາ ຢູ່ພາກກາງ ແລະ ກອງໄຊຈັກກະພັດ ຢູ່ພາກໃຕ້.


ໂດຍປະຕິບັດຕາມ ມະຕິຕົກລົງຂອງສູນກາງ ພັກກອມມູນິດອິນດູຈີນ, ໃນວັນທີ  20  ມັງກອນ 1949 ກອງທະ ຫານປະຕິວັດ “ກອງລາດຊະວົງ” ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຢູ່ເຂດລາວ ຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ.

ນັບແຕ່ນັ້ນເປັນ ຕົ້ນມາ, ວັນທີ 20 ມັງກອນ 1949 ໄດ້ກາຍເປັນວັນ ປະຫວັດສາດ ໃນການສ້າງຕັ້ງ ກອງທັບປະຕິວັດ ຂອງປະຊາຊົນລາວ ບັນດາເຜົ່າຢ່າງ ເປັນທາງ ການ ເຊິ່ງຖືເປັນບາດກ້າວ ກະໂດດທີ່ສຳຄັນ ໃນພາລະກິດຕໍ່ສູ້ ການຮຸກຮານກໍ່ຄື ໃນການຂະຫຍາຍ ໄຊຊະນະຂອງກຳລັງ ປະກອບອາວຸດປະຊາຊົນລາວເຮົາ.

ທີ່ມາ: ຂ່າວສານປະເທດລາວ

LEAVE A REPLY

Please enter your comment!
Please enter your name here