Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີມອບເງິນໄຖ່ຊີວິດງົວນ້ອຍ 02ຄູ່ ແລະເຮັດບຸນວັນຄ້າຍວັນເກີດເຈົ້າອະທິການວັດ

Posted on 18/01/202018/01/2020 By All in LAOS No Comments on ພິທີມອບເງິນໄຖ່ຊີວິດງົວນ້ອຍ 02ຄູ່ ແລະເຮັດບຸນວັນຄ້າຍວັນເກີດເຈົ້າອະທິການວັດ
ໃນຕອນເຊົ້າຂອງວັນທີ 18/01/2020 ນີ້ ທີ່ ວັດຜາເກັ່ງ ຣັດຕະນະສີມາຣາມ ສ່ອງໜ້າ ພຣະຄຣູ ສີໄພ ກິດຕິສາໂຣ ເຈົ້າອະທິການວັດຜາເກັ່ງ ພ້ອມການຈັດຕັ້ງເມືອງພູຄູນ ແລະການປົກຄອງບ້ານຜາເກັ່ງນ້ອຍ ເມືອງພູຄູນ ແຂວງຫຼວງພະບາງ
ໂດຍມີ ພຣະຄຣູ ວິໄຊ ພັນທະວົງ ຮອງເຈົ້າຄະນະ ອພສ. ເມືອງກາສີ ເປັນປະທານຝ່າຍສົງ, ພຣະອາຈານ ອາລຸນຕະຊາດ ເທບທິລາດ ຕາງໜ້າເຈົ້າພາບເຈົ້າສັດທາມອບຖວາຍເງິນຈຳນວນ: 8,800,000 ກີບ
ໂດຍແມ່ນສັດທາຂອງ ພຣະຄຣູ ສີໄພ ກິດຕິສາໂຣ ເຈົ້າອະທິການວັດຜາເກັ່ງ ແລະ ແມ່ອອກ ພູຄຳ ວົງຄຳແກ້ວ ພ້ອມຄອບຄົວ ຈາກນະຄອນຫຼວງວຽງຈັນ ເປັນເຈົ້າພາບອຸປະຖຳຫຼັກພ້ອມຜູ້ມີຈິດສັດທາບໍລິຈາກ ເພື່ອມອບໃຫ້ຫ້ອງການກະສິກຳເມືອງ ກໍ່ຄືການຈັດຕັ້ງບ້ານຜາເກັ່ງນ້ອຍ ມອບໃຫ້ແກ່ແກ່ປະຊາຊົນລ້ຽງດູຕໍ່ໄປເປັນງົວລວມບ້ານຮັບໃຊ້ວຽກງານກະສິກຳ
ຜາເກັ່ງ ຖວາຍບຸນກຸສົນເປັນພຸດທະບູຊາ ທັມມະບູຊາ ສັງຄະບູຊາ ແລະຜູ້ມີພຣະຄຸນເປັນຕົ້ນ ດ້ວຍເຫດນີ້ການຈັດຕັ່ງຊັ້ນບ້ານກໍ້ຄືເມືອງ ນຶ່ງໄດ້ພ້ອມໃຈກັນເຮັດບຸນຄັ້ງນີ້ຂື້ນຢ່າງມີຄວາມໝາຍ ແລະມ່ວນຊື່ນເບີກບານ ຂໍອະນຸໂມທະນາສາທຸ
ຂ່າວສານບ້ານເມືອງ

Post navigation

Previous Post: ລົດຈັກຕໍາກັບລົດໃຫຍ່ ທາງຕັດໃໝ່ບຶງທາດຫຼວງ ເສຍຊີວິດ 1
Next Post: ລົດຂົນໄມ້ ຫວຽດນາມ ປີ້ນ ທາງ ເຊໂປນ ລົດຕິດ ເປັນເວລາຫຼາຍຊົ່ວໂມງ

Related Posts

ພຣະທາດພະນົມນ້ອຍປະຖົມລັດຕະນະເຈດີ ມີອາຍຸ1325 ປີແລ້ວ ຂ່າວສານບ້ານເມືອງ
ດ່ວນເກີດເຫດ! ລົດຮຸນໄດປະທະສິບລໍ້ ຂ່າວສານບ້ານເມືອງ
ກອງປະຊຸມຜູ້ບັນຊາການ ທະຫານສູງສຸດອາຊຽນ ຄັ້ງທີ 19 ຂ່າວສານບ້ານເມືອງ
ແຂວງຈໍາປາສັກຍັງສືບຕໍ່ສັກວັກຊິນ ຈອນສັນ ແອນ ຈອນສັນຕາມເປົ້າໝາຍຜູ້ອາຍຸສູງ 60 ປີ ຂຶ້ນໄປ ຂ່າວສານບ້ານເມືອງ
ກຽມພ້ອມຮອງຮັບແຮງງານລາວທີ່ເດີ່ນທາງກັບຄືນປະເທດ ຂ່າວສານບ້ານເມືອງ
ໜ້າເສົ້າໃຈ! ເປັນການສູນເສຍປາຂ່າ ສັດໃກ້ສູນພັນ ທີ່ສໍາຄັນ ຂອງລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme