Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳຂອງເມືອງ ແລະ ປະຊາຊົນ ຮ່ວມພິທີສິລິມຸງຄຸນໃສ່ໃຈອົງພະທາດ ທີ່ວັດບ້ານແທ່ນຄຳ

Posted on 18/01/202018/01/2020 By All in LAOS No Comments on ການນຳຂອງເມືອງ ແລະ ປະຊາຊົນ ຮ່ວມພິທີສິລິມຸງຄຸນໃສ່ໃຈອົງພະທາດ ທີ່ວັດບ້ານແທ່ນຄຳ

ເພື່ອຈະສືບຕໍ່ປະຕິສັງຂອນອົງພະທາດທີ່ວັດບ້ານແທ່ນຄຳຄືນ. ຫຼັງຈາກ, ທີ່ໄດ້ພຸຜັງລົງມາໃຫ້ກັບຄືນສູ່ສະພາບເດີມ ແລະ ເພື່ອເປັນການປົກປັກຮັກສາມໍລະດົກອັນລ້ຳຄ່າ ຄູ່ບ້ານຄູ່ເມືອງ ທັງເປັນເອກະລັກວັດທະນະທຳອັນດີງາມຂອງຊາດລາວ ກໍຄືຂອງຊາວເມືອງຫົງສາ ໃນຕອນເຊົ້າຂອງວັນທີ 16 ມັງກອນ 2020 ກົງກັບມື້ ແຮມ 7 ຄ່ຳ ເດືອນ 2 ລາວ ປີກຸນ ພສ 2562

ພາບ: ກິດຕິສັກ ບົວໄລ

ເຊິ່ງເປັນເລີກງາມຍາມດີ ໃນການຈັດພິທີສິລິມຸງຄຸນໃສ່ໃຈອົງພະທາດຢູ່ວັດບ້ານແທ່ນຄຳ ເມືອງຫົງສາ ແຂວງໄຊຍະບູລີ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ພ້ອມດ້ວຍບັນດາການນຳຂອງເມືອງ, ມີພະເຖລະນຸເຖລາ ແລະ ປະຊາຊົນເຂົ້າຮ່ວມ.

ພາບ: ກິດຕິສັກ ບົວໄລ

ໃນພິທີດັ່ງກ່າວ, ກໍ່ໄດ້ມີການໃສ່ບາດຍາດນ້ຳ, ສູດອັນເຊີນສິ່ງສັກສິດມາສະທິດຢູ່ໃນພະທາດ. ຫຼັງຈາກນັ້ນ, ກໍ່ໄດ້ນຳເອົາວັດຖຸສິ່ງຂອງທີ່ຊາວບ້ານນຳມາກາບໄຫວ້ບູຊາ ລົງບັນຈຸໃສ່ໃນພະທາດ. ເພື່ອເປັນສິລິມຸງຄຸນ.
ນອກນັ້ນ, ຍັງໄດ້ສະແດງເຖິງຄວາມເອົາໃຈໃສ່ຂອງການນຳພັກ-ລັດຂັ້ນຕ່າງໆ ທີ່ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ແລະ ປົກປັກຮັກສາມໍລະດົກຂອງບ້ານ-ເມືອງ ກໍຄື: ຂອງຊາດ ໃຫ້ຄົງຢູ່ຄູ່ບ້ານຄູ່ເມືອງຕະຫຼອດໄປ;

ຂ່າວ-ພາບ: ກິດຕິສັກ ບົວໄລ (ນັກຂ່າວເມືອງຫົງສາ)

ພາບ: ກິດຕິສັກ ບົວໄລ
ພາບ: ກິດຕິສັກ ບົວໄລ
ຂ່າວສານບ້ານເມືອງ

Post navigation

Previous Post: ຄລິບ ທີ່ສຸດຂອງການໂດດຈ້ອງ ພ້ອມກັນ 217 ຄົນ
Next Post: ລົດຈັກຕໍາກັບລົດໃຫຍ່ ທາງຕັດໃໝ່ບຶງທາດຫຼວງ ເສຍຊີວິດ 1

Related Posts

ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ປະຊາຊົນບ້ານປາກທວາຍ ໂຮມແຮງຮ່ວມໃຈ ສ້າງທາງ 1.5 ກິໂລແມັດ ເຂົ້າວັດປ່າ ມູນຄ່າ 300 ລ້ານກວ່າກີບ ຂ່າວສານບ້ານເມືອງ
ໜີທັນ 2 ຄົນ ຖືກໄມ້ຄ້ອນຕີເສຍຊີວິດ 1 ຄົນ ຂ່າວສານບ້ານເມືອງ
ສັງທອງ ຕ້ອງການໃຫ້ນັກລົງທຶນສໍາປະທານພັດທະນາ 6 ສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງ ຂ່າວສານບ້ານເມືອງ
ສຸດສ່ຽງ! ຜູ່ຕິດເຊື້ອທີ່ 11 ອາດເຮັດໃຫ້ຫຼາຍຄົນຕິດເຊື້ອ ໂຄວິດ-19 ຂ່າວສານບ້ານເມືອງ
ຂົນສົ່ງ ຢ າ ເ ສ ບ ຕິ ດ ລາຍໃຫຍ່ຈາກເມືອງຕົ້ນເຜິ້ງ ຫາ ເມືອງຫ້ວຍຊາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme