Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໜ່ວຍພັກຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ຮັບສະມາຊິກພັກໃໝ່

Posted on 16/01/202016/01/2020 By All in LAOS No Comments on ໜ່ວຍພັກຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ຮັບສະມາຊິກພັກໃໝ່

ວັນທີ 14 ມັງກອນ 2020 ໜ່ວຍພັກຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຢູ່ທີ່ຫ້ອງການດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ແຫຼ້ ອ່ອນສົມບູນ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງຫົງສາ, ສະຫາຍ ສີພູວົງ ວິໄລແກ້ວ ເລຂາໜ່ວຍພັກຫ້ອງການ ຖວທ ເມືອງ ພ້ອມດ້ວຍຄະນະພັກ, ສະມາຊິກພັກ, ແຂກຖືກເຊີນຈາກໜ່ວຍພັກຮາກຖານອ້ອມຂ້າງເຂົ້າຮ່ວມ.


ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ທີ່ໄດ້ກຳນົດໄວ້ໃນໝວດທີ I ມາດຕາ 2 ຂໍ້ ກ ວ່າດ້ວຍລະບຽບການຮັບສະມາຊິກພັກໃໝ່ ແລະ ຂໍ້ ຂ ວ່າດ້ວຍສະໄໝ ສຳຮອງຂອງສະມາຊິກພັກປະຊາຊົນປະຕິວັດລາວ, ສະຫາຍ ໄກເພັດ ຄຳມຸງແກ້ວ ຄະນະໜ່ວຍພັກຮາກຖານ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງຫົງສາ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຈຳນວນ 02 ສະຫາຍຄື: ຕົກລົງເຫັນດີໃຫ້ສະຫາຍ ກິດຕິສັກ ບົວໄລ ແລະ ສະຫາຍ ຄຳຫຼ້າ ຄຳວິໄລ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໜ່ວຍພັກຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ເຊິ່ງໄດ້ກຳນົດໄວ້ໃນກົດລະບຽບຂອງພັກ. ຈາກນັ້ນ, ເລຂາໜ່ວຍພັກ ກໍ່ໄດ້ຂຶ້ນຢັ້ງຢືນ ແລະ ຈັບມື ເພື່ອຮັບຮອງເອົາສະມາຊິກພັກສຳຮອງໃໝ່ຢ່າງເປັນທາງການ.


ໃນຕອນທ້າຍກໍ່ໄດ້ເປັນກຽດຮັບຟັງການໂອ້ລົມຂອງສະຫາຍ ແຫຼ້ ອ່ອນສົມບູນ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງຫົງສາ ເຊິ່ງສະຫາຍໄດ້ອະທິບາຍເນື້ອໃນຄວາມໝາຍ, ຄວາມສຳຄັນພິທີການຄັ້ງນີ້ ແລະ ໄດ້ໃຫ້ການໂອ້ລົມຕັກເຕືອນໃຫ້ຄຳຄິດເຫັນ ກ່ຽວກັບ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກສຳຮອງໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງອີກຕື່ມ


ຂ່າວ-ພາບ: ກິດຕິສັກ ບົວໄລ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຖານກົງສູນໃຫ່ຍ ສປ ຈີນ ປະຈຳແຂວງຫຼວງພະບາງ ສະເຫຼີມສະຫຼອງບຸນປີໃໝ່ຈີນ
Next Post: ປີ 2019 ຫຼວງນໍ້າທາ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 100 ກວ່າຄົນ

Related Posts

ວິທີຮັບມືກັບຜົມລົ່ນໃນຊ່ວງຕັ້ງຄັນ ແລະ ຫຼັງເກີດລູກ. ຂ່າວສານບ້ານເມືອງ
ເກີດເຫດ! ກຸດຕິວັດໄຟໄໝ້ ຢູ່ບ້ານສົມຫວັງເໜືອ ຫລັກ8 ຂ່າວສານບ້ານເມືອງ
ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ແຂວງສະຫວັນນະເຂດລົງເຄື່ອນໄຫວ ວຽກງານສະເພາະກິດຢູ່ເມືອງໄຊບູລີ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນ ຊ່ວຍຄ່າຜ່າຕັດ ນາງຂວັນເຮືອນແດ່ ຂ່າວສານບ້ານເມືອງ
ສຸດດີໃຈ ເຫັນຊ້າງປ່າ 20 ກວ່າໂຕ (ເຊືອກ) ລົງອາບນໍ້າທີ່ເມືອງວິລະບູລີ ໃນວັນເຂົ້າພັນສາ (ມີຄລິບ) ຂ່າວສານບ້ານເມືອງ
ເສຍຊີວິດ 1 ສາຫັດ 1 ລົດຈັກຕໍາທ້າຍລົດພ່ວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme