Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຖານກົງສູນໃຫ່ຍ ສປ ຈີນ ປະຈຳແຂວງຫຼວງພະບາງ ສະເຫຼີມສະຫຼອງບຸນປີໃໝ່ຈີນ

Posted on 16/01/202016/01/2020 By All in LAOS No Comments on ສະຖານກົງສູນໃຫ່ຍ ສປ ຈີນ ປະຈຳແຂວງຫຼວງພະບາງ ສະເຫຼີມສະຫຼອງບຸນປີໃໝ່ຈີນ
ຕອນຄໍ່າຂອງວັນທີ່ 15 ມັງກອນນີ້, ສະຖານກົງສູນໃຫ່ຍ ສປ ຈີນ ປະຈຳແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງບຸນປີໃໝ່ຈີນຂື້ນ ເພື່ອສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ຈີນປີ 2020, ມີທ່ານ ຫຼີ ຈືກົງ ຫົວໜ້າສະຖານກົງສູນໃຫ່ຍ ສປ ຈີນ ປະຈໍາແຂວງຫຼວງພະບາງ ພ້ອມດ້ວຍ ພັນລະຍາ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າການນໍາແຂວງພາກເໜືອ, ການນຳແຂວງຫຼວງພະບາງ, ພະນັກງານສະຖານກົງສູນຈີນ, ຊາວຈີນຕ່າງດ້າວ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ທີ່ດຳລົງຊີວິດຢູ່ພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມ.
ພິທີ ທ່ານ ຫຼີ ຈືກົງ ໄດ້ຂື້ນມີຄຳເຫັນວ່າ: ໃນໄລຍະໜື່ງປີຜ່ານມາ, ການພັດທະນາສາຍພົວພັນຂອງສອງປະເທດລາວ-ຈີນ ໄດ້ຮັບຄວາມຄືບໜ້າອັນໃຫຍ່ຫຼວງ ແລະປີ 2020 ນີ້, ປະຊາຊົນຈີນ ຈະຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສີ້ນເຊີງ ເປັນຄັ້ງທຳອິດໃນປະຫວັດສາດ, ປີ 2021 ຈະເປັນປີຄົບຮອບ 60 ປີ ທີ່ລາວ-ຈີນ ໄດ້ສ້າງສາຍສຳພັນທາງການທູດຮ່ວມກັນ ແລະເປັນປີທີ່ເສັ້ນທາງລົດໄຟລາວ-ຈີນ ຈະສ້າງສຳເລັດ ແລະຈະເປີດການນຳໃຊ້, ຝ່າຍຈີນຍີນດີຮ່ວມມືກັບຝ່າຍລາວ ສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳຈີນ-ລາວ ຊຸກຍູ້ສົ່ງເສີມການຮ່ວມມືແຕ່ລະຂົງເຂດ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລາວ-ຈີນ ໃນຍຸກໃໝ່ ໃຫ້ພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.
ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ກ່າວອວຍພອນປີໃໝ່ຈີນ ທ່ານກ່າວວ່າ: ຂ້າພະເຈົ້າພ້ອມດ້ວຍການນໍາແຕ່ລະຂັ້ນຂອງແຂວງຫຼວງພະບາງ ແລະບັນດາແຂວງພາກເໜືອ ຂໍຖືໂອກາດນີ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງ ທ່ານ ຫຼີ ຈືກົງ ພ້ອມດ້ວຍພະນັກງານສະຖານກົງສູນໃຫຍ່, ຊາວຈີນຕ່າງດ້າວ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ທີ່ດຳລົງຊີວິດຢູ່ພາຍໃນແຂວງຫຼວງພະບາງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຄອບຄົວ ແລະປະສົບຜົນສຳເລັດ ຢ່າງໃຫຍ່ຫຼວງ ໃນພາລະກິດຂອງຕົນ, ຂ້າພະເຈົ້າເຊື່ອໝັ້ນວ່າ ປີໃໝ່ນີ້ ພັກ-ລັດຖະບານ ແລະປະຊາຊົນຊາວຈີນ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ທີ່ຍີ່ງກວ່າເກົ່າ, ນຳພາປະເທດຊາດຈີນ ກ້າວຂື້ນສັງຄົມນິຍົມຕາມສີສັນຂອງຕົນຢ່າງຮອບດ້ານ, ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ ແລະປະຊາຊົນບັນດາເຜົ່າ ແຂວງຫຼວງພະບາງ ແລະບັນດາແຂວງພາກເໜືອ ຂໍສະແດງຄວາມຊົມເຊີຍຕໍ່ຜົນງານການປົກປັກຮັກສາ ແລະພັດທະນາປະເທດຊາດທີ່ພັກ-ລັດຖະບານ ກໍ່ຄືປະຊາຊົນຊາວຈີນທຸກຖ້ວນໜ້າ ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ.
ວັນນະຄະດີ ເປັນຕົ້ນ ການເຊີດສິງໂຕ, ການຮ້ອງເພັງ ແລະຮ່ວມຫຼີ້ນກິດຈະກຳ ຫຼາຍຢ່າງ ຕື່ມອີກ. ຂ່າວ: ວໍລະນຸດ ສີລິກຸນ
ຂ່າວສານບ້ານເມືອງ

Post navigation

Previous Post: ລົດ 22 ລໍ້ເສຍຫລັກປີ້ນ ເສຍຊີວິດຄາທີ່ 01 ຄົນ ຢູ່ເສັ້ນທາງບ້ານ ຫ້ວຍໂຄດ ເມືອງຊຽງເງິນ
Next Post: ໜ່ວຍພັກຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ຮັບສະມາຊິກພັກໃໝ່

Related Posts

ຄຳມ່ວນ ປິ່ນປົວຜູ້ຕິດເຊື້ອ ໂ ຄ ວິ ດ
ຫາຍດີໝົດທຸກຄົນແລ້ວ
ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມຶ້ນີ້ 999ຄົນ ຂ່າວສານບ້ານເມືອງ
ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ ຂ່າວສານບ້ານເມືອງ
ແຈ້ງການ ປ່ອຍນໍ້າອອກເຂື່ອນນໍ້າຂອງ ໄຊຍະບູລີ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 450ຄົນ ຂ່າວສານບ້ານເມືອງ
ກອງເສນາກໍ່ສ້າງຮາກຖານ ລົງກວດກາຕິດຕາມ ແລະ ຊຸກຍູ້ວຽກງານປ້ອງກັນຄວາມສະຫງົບໃນຂອບເຂດ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme