Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດ 22 ລໍ້ເສຍຫລັກປີ້ນ ເສຍຊີວິດຄາທີ່ 01 ຄົນ ຢູ່ເສັ້ນທາງບ້ານ ຫ້ວຍໂຄດ ເມືອງຊຽງເງິນ

Posted on 16/01/202016/01/2020 By All in LAOS No Comments on ລົດ 22 ລໍ້ເສຍຫລັກປີ້ນ ເສຍຊີວິດຄາທີ່ 01 ຄົນ ຢູ່ເສັ້ນທາງບ້ານ ຫ້ວຍໂຄດ ເມືອງຊຽງເງິນ
ໃນວັນທີ່ 16/ 01 / 2020  ເວລາ 15:04 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸປະຕິເຫດຂັບຂີ່ລົດ 22 ລໍ້ເສຍຫລັກປີ້ນ ຢູ່ເສັ້ນທາງບ້ານ ຫ້ວຍໂຄດ ເມືອງຊຽງເງິນ  ແຂວງຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ,ອອກກວດສອບເຫດພົບຄົນເສຍຊີວິດຄາທີ່ ເພດຊາຍ01ຄົນ, ລົດຄັນດັ່ງກ່າວແມ່ນລົດຂົນສົ່ງກ້ວຍມາແຕ່ ແຂວງສາລະວັນ ໄປຫາ ປະເທດຈີນ
ຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດ ຊື່: ທ້າວ FU HUI  ອາຍຸ 39 ປີ (ສັນຊາດຈີນ), ສະນັ້ນທາງຫນ່ວຍກູ້ຊີບ ໄດ້ປະສານງານ ຫາເຈົ້າຫນ້າທີ່ດັບເພີງ ເພື່ອຂໍຄວາມຊ່ວຍເຫລືອໃຊ້ເຄື່ອງຕັດຖາງ ແລະ ປະສານງານຫາເຈົ້າຫນ້າ ເພື່ອໃຊ້ລົດເຄນຍົກລົດຄັນດັ່ງກ່າວ ເພາະສົບຂອງຜູ້ກ່ຽວແມ່ນຕິດຢູ່ໃນລົດ ທາງເຈົ້າຫນ້າທີ່ແລະທີມງານໄດ້ທຳການເຄື່ອນຍ້າຍຮ່າງຂອງຜູ້ເສຍຊີວິດເປັນເວລາ2ຊົ່ວໂມງ ຈື່ງສາມາດເຄື່ອນຍ້າຍຮ່າງຂອງຜູ້ເສຍຊີວິດອອກມາໄດ້.
   ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງຈື່ງໄດ້ທຳການເກັບມ້ຽນຮ່າງຂອງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນຂອງໂຮງເຢັນໂຮງໝໍຈີນຫລວງພະບາງ.
       ທາງຫນ່ວຍກູ້ຊີບອົງການກາແດງລາວຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ..
#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍສຸກເສີນໂທແຈ້ງ071 1625 ; 030 9211625#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.
ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດ​ບໍ​ລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າ​ສານ,​ອາຫານການກິນ,​ນ້ຳມັນລົດ ຫລື ອຸປະກອນ​ການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.
ຂ່າວສານບ້ານເມືອງ

Post navigation

Previous Post: ໄຂງານບຸຸນສະເຫຼີມສະຫຼອງບັນຈຸອັດຖິ ອະດີດ ຍາທ່ານໃຫຍ່ ຄຳປານ ແສນອຳພາ ແລະ ງານບຸນປະຕິບັດທັມກັມມະຖານປະຈຳປີ 2020
Next Post: ສະຖານກົງສູນໃຫ່ຍ ສປ ຈີນ ປະຈຳແຂວງຫຼວງພະບາງ ສະເຫຼີມສະຫຼອງບຸນປີໃໝ່ຈີນ

Related Posts

ມີສະຕິລະວັງຕົວ ຮັບມື ພາຍຸລົມຝົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ປະກາດຫາຍາດພີ່ນ້ອງ ເຫດລົດຈັກຕໍາທາງຍ່າງ ເສຍຊີວິດຄາທີີ່ ເຂດບ້ານຮ່ອງແກ ຂ່າວສານບ້ານເມືອງ
ພາຍຸຊິນລາກູ ເຮັດໃຫ້ 54 ບ້ານພາຍໃນ 8 ເມຶອງຂອງແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫຍ່ປະທະລົດໃຫຍ່ຢູ່ເສັ້ນທາງພູເກົ້າຫຼັກ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 542ຄົນ ຂ່າວສານບ້ານເມືອງ
ຫ້ອງການກະຊວງການເງິນຮັບສະໝັກພະນັກງານສັນຍາຈ້າງ 5 ຕໍາແໜງດ່ວນ! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme