ວັນທີ 16 ມັງກອນ 2020 ເວລາ 14:00 ນ. ໄດ້ມີພິທີໄຂງານບຸຸນສະເຫຼີມສະຫຼອງບັນຈຸອັດຖິ ອະດີດ ຍາທ່ານໃຫຍ່ ຄຳປານ ແສນອຳພາ ແລະ ງານບຸນປະຕິບັດທັມກັມມະຖານປະຈຳປີ 2020ວັດນາຊາຍກາງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.

ໃນພິທີແມ່ນໄດ້ຮັບຄວາມເມດຕາເປັນປະທານຂອງພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເວດ ມະເສໄນ) ຮອງປະທານ ອົງການພຸດທະສາສະໜາແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິກັມມະຖານ ພ້ອມດ້ວຍພຣະມະຫາເຖຣານຸເຖຣະ, ຄະນະການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ.

ງານບຸນປະຕິບັດທັມກັມມະຖານ ປະຈຳປີ 2020. ຈະໄດ້ຈັດຂື້ນເປັນເວລາ 3ມື້ ດ້ວຍກັນ ຕັ້ງແຕ່ທີ16 ມັງກອນ 2020 ຫາ ທີ18 ມັງກອນ 2020.ທີ18 ມັງກອນ 2020 ເປັນມື້ໃສ່ບາດຖວາຍສັງຄະທານຄະນະສົງ.

ຮູບໂດຍ : Phra Bounphet Phommavong
