Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນ 609 ຈັດຕັ້ງອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປີນແທ້

Posted on 15/01/202015/01/2020 By All in LAOS No Comments on ກອງພັນ 609 ຈັດຕັ້ງອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປີນແທ້

ໃນວັນທີ 9 ມັງກອນ 2020 ນີ້, ກອງພັນ 609 ທີ່ຂຶ້ນກັບກອງ ບັນຊາການທະຫານແຂວງໄຊຍະ ບູລີ ໄດ້ຈັດຕັ້ງອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ຢູ່ທີ່ ສະໜາມຫັດແອບຂອງກົມກອງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງໄຊຍະບູລີ, ມີສະຫາຍ ບຸນແທນ ທິແກ້ວ ເຈົ້າເມືອງໆໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງອ້ອມຂ້າງແຂວງ, ແຂກ ຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບໃນກົມກອງເຂົ້າຮ່ວມ.

ການອົບຮົມ-ຫັດແອບໃນຄັ້ງ ນີ້ກໍເພື່ອແນໃສ່ເຮັດໃຫ້ພະນັກ ງານ-ນັກຮົບແຕ່ລະສະຫາຍຮັບ ຮູ້ເຂົ້າໃຈ ແລະ ທັງເປັນການຍົກ ສູງລະດັບຄວາມຮູ້ຄວາມສາມາດ ດ້ານສິລະປະຍຸດ-ຍຸດທະວິທີໃຫ້ ມີຄວາມຊຳນິ-ຊຳນານໃນການ ນຳໃຊ້ອາວຸດ-ຍຸດໂທປະກອນ ເຄື່ອນໄຫວປະຕິບັດເຮັດໜ້າທີ່ ວຽກງານໃຫ້ມີຄວາມຄ່ອງແຄ້ວ ສາມາດຮັບປະກັນໄດ້ໃນການສູ້ ຮົບດັບສູນເປົ້າໝາຍ ແລະ ເປັນ ການປັບປຸງກໍ່ສ້າງກຳລັງໃຫ້ມີ ຄວາມເຂັ້ມແຂງທາງດ້ານການ ທະຫານ ແລະ ໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ມີສະ ຕິສູງຕໍ່ການຈັດຕັ້ງ ແລະ ປະຕິບັດ ລະບຽບວິໄນຂອງກອງທັບ ໂດຍ ສະເພາະການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກ, 12 ຂໍ້ຕໍ່ປະຊາ ຊົນໃຫ້ເຂັ້ມງວດ, ເຊິ່ງຜ່ານການ ອົບຮົມ-ຫັດແອບໃນຄັ້ງນີ້ແມ່ນ ສາມາດດັບສູນເປົ້າໝາຍໄດ້ສຳ ເລັດ ແລະ ຮັບປະກັນຄວາມປອດ ໄພໄດ້ 100%.

ໂດຍ: ໄຊຍະສັກ ມະນີວັນ ພາບ: ສົມຈີນ ສິນຕາວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ພົບ ງູກະບາຫົວຂຽດນໍ້າເຕົ້າ ເຂດປ່າສະຫງວນ ພູສະບົດ-ປົ່ງຈອງ ທີ່ເມືອງຄໍາ (ມີຄລິບ)
Next Post: ເຈົ້າໜ້າທີ່ເລັ່ງກວດຫາສາເຫດ ຄົນເສຍຊີວິດເພດຍິງ ກາງກອງໄຟ ທີ່ເມືອງຄົງເຊໂດນ

Related Posts

ໄຂກອງປະຊຸມໃຫຍ່ ຄັ້ງທີ IV ຂອງຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ຫຼົງຍິງໝູ່ຄິດວ່າເປັນໝູປ່າ ຂ່າວສານບ້ານເມືອງ
ຮັກເຈົ້າແທ້ນໍ ບົດເພງຂອງສາມໜຸ່ມ ຂ່າວສານບ້ານເມືອງ
ນັກຮຽນຄົນລາວ 66 ຄົນ ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ ຂ່າວສານບ້ານເມືອງ
ດ່ານສາກົນແດນສະຫວັນ ທໍາລາຍຊິ້ນສ່ວນເຄື່ອງໃນສັດທີ່ນໍາເຂົ້າຜິດກົດໝາຍຈໍານວນ 1,5 ໂຕນ ຂ່າວສານບ້ານເມືອງ
ປິດ​ໂຄງ​ການ​ຄຸ້ມ​ຄອງ​ການ​ປະ​ມົງ​ຊຸ​ມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ສາຍ​ນ້ຳ​ເຊບັ້ງ​ຫຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme