ເປັນອີກການຄົ້ນພົບ ສັດຫາຍາກ ໃນ ສປປ ລາວ, ຈາກການລາຍງານ ຂອງ ທ່ານ ສັນຕິ ໄຊຍະສິດ ຜ່ານກຸ່ມ Natureal Laos ໃນວັນທີ 15 ມັງກອນ 2020 ນີ້ວ່າ, ໄດ້ມີການພົບ ງູກະບາຫົວຂຽດນໍ້າເຕົ້າ ທີ່ມີຊື່ພາສາອັງກິດ ວ່າ Mountain pit viper – Ovophis monticola

ເຊິ່ງການຄົ້ນພົບຄັ້ງນີ້ ສະຖານທີ່ແມ່ນ ເຂດປ່າສະຫງວນ ພູສະບົດ-ປົ່ງຈອງ ທີ່ເມືອງຄໍາ ແຂວງຊຽງຂວາງ, ສປປ ລາວ. ເຊິ່ງພູດັ່ງກ່າວ ແມ່ນມີຄວາມສູງ ປະມານ 1.243 ແມັດ ຈາກລະດັບໜ້ານໍ້າທະເລ.

ນີ້ຖືເປັນການຄົ້ນພົບງູທີ່ຫາຍາກ ເຊິ່ງພວກເຮົາຕ້ອງໄດ້ຊ່ວຍກັນປົກປັກຮັກສາ ເພື່ອໃຫ້ ທໍາມະຊາດ ມີຄວາມອຸດົມສົມບູນ.
ຊົມຄລິບໄດ້ຂ້າງລຸ່ມ
Sources
