Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜ້າສັງຄາແລະຫລຽນກາ ທີ ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ ແຫ່ງວັດສີສະເກດ

Posted on 27/12/201928/12/2019 By All in LAOS No Comments on ຜ້າສັງຄາແລະຫລຽນກາ ທີ ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ ແຫ່ງວັດສີສະເກດ

ວັນທີ 27/12/2019 ເວລາ 14:30 ໂມງໄດ້ມີພິທີເປີດພິທີນິທັດສະການຮູບພາບວັດວາອາຮາມຂອງລາວເຮົາ ທີວັດສີສະເກດ ພິເສດສຸດໆ ຄັ້ງນິ້ແມ່ນເພິ່ນໄດ້ນຳຜ້າສັງຄາແລະຫລຽນກາ ທີ ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ ແຫ່ງວັດສີສະເກດ ໃນເມື່ອກ່ອນໄດ້ຮັບຖວາຍ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະຈາກຂ້າຫລວງໃຫຍ່ໃນອິນດູຈີນ ທີຖວາຍໃຫ້ເພີນ ມາຕັ້ງເປັນເຄື່ອງສັກກະຣະບູຊາ ຣະນຶກເຖິງຄຸນຄວາມດີງາມຂອງເພີ່ນ.

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ

ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ )ສັງຄະນາຍົກ ແຫ່ງພຣະຣາຊອານາຈັກລາວ ຊາຕາ : 05/03/1886 – ມໍຣະນະພາບ : 04/06/1953 ຜູ້ມີຄຸນຕໍ່ແຜ່ນດິນໃນການຮັກສາຄວາມເປັນລາວ ຮັກສາພຸທທະສາສະໜາ ພາສາລາວ

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ

ພຣະຫລັກຄຳ ແກ້ວ ອຸເທນສັກດາ ມີຊື່ຫລິ້ນວ່າ : ເຄນ ເກິດເມື່ອວັນທີ່ 05/03/1886 ທີ່ ບ້ານເມືອງເກົ່າ ອຳເພີ ປະຈັນທະຄາມ ຈັງຫວັດ ປາຈີນບູຣີ , ບິດາຊື່ : ເຈົ້າພຣະຍາຄຸນຫລວງສີ , ມານດາຊື່ : ສຸດໂສດາ ຄອບຄົວຂອງເພິ່ນເປັນຄົນລາວທີຖືກກວາດຕ້ອນໄປຢູ່ປາຈີນບູຣີ ໃນສະໄຫມເຈົ້າອານຸວົງ ຍ້ອນມີນ້ຳໃຈຮັກເຊື້ອ ແພງຊາດ ຖິ່ນກຳເນີດຂອງບັນພະບູຣຸດ ຫລັງຈາກບວດແລ້ວ ຈຶ່ງກັບຕ່າວຫວນຄືນສູ່ດິນແດນບັນພະບູຣຸດຂອງຕົນເອງ ເພາະໃນສະໄຫມນັ້ນ ລາວເຮົາແມ່ນຍັງຕົກເປັນຫົວເມືອງຂຶ້ນຂອງຝຣັ່ງໃຫມ່ ໂດຍສະເພາະເມືອງວຽງຈັນ ທີ່ຖືກສົງຄາມທຳລາຍ ຈູດເຜົາກ້ຽງ ຈຶ່ງໄດ້ເຂົ້າມາບູຣະນະປະຕິສັງຂອນ ວັດວາອາຣາມ ເທດສັງສອນ ໃຫ້ຜູ້ຄົນທີ່ເລິ່ມທະຍອຍກັບຕ່າວຈາກປ່າ ຈາກຖິ່ນອື່ນທີ່ໄປລົບລິ້ຊ້ອນຕົວອອກມາສູ່ບ້ານເມືອງຄືນ ເພິ່ນເປັນຜູ້ທີ່ມາບູຣະນະ ປະຕິສັງຂອນວັດສຼີສະເກດ ແລະວັດອິນແປງ ຈາກທີ່ເປັນວັດຮ້າງໃຫ້ມາວັດຮຸ່ງເຮືອງອີກຄັ້ງຫນຶ່ງ ໂດຍເພິ່ນຈະຈຳພັນສາຢູ່ວັດສຼີສະເກດເປັນຫລັກ.

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ

ພຣະອາຈາຣຍ໌ ເປັນຜູ້ທີ່ມີຊື່ສຽງໃນຫນ້າປະຫວັດສາດລາວ ແຕ່ປະຫວັດຂອງເພິ່ນແມ່ນມີຄົນຮູ້ນ້ອຍຫລາຍ ເພາະຜູ້ທີ່ຮູ້ກໍ່ສິ້ນລົມໄປເກືອບຫມົດແລ້ວ ແຕ່ກໍ່ມີຜູ້ຊົງຄຸນນະວຸດທີ່ຍັງພໍຈື່ຈຳການເຄື່ອນໄຫວຂອງເພິ່ນໄດ້ດີ ເພາະເພິ່ນເປັນຜູ້ໜຶ່ງທີ່ສຳຄັນສຸດ ໃນການຮັກສາພາສາລາວ ຝ່າຍພຣະສົງ ທີ່ຮ່ວມກັບສະເດັດເຈົ້າມະຫາອຸປະຣາຊ ເພັດຊະຣາຊ ຣັດຕະນະວົງສາ ປົກປ້ອງ ແລະສົ່ງເສີມພາສາລາວ ໃຫ້ຄູ່ກັບປະເທດລາວຈົນມີໃຊ້ທຸກມື້ນີ້ ເພາະຝຣັ່ງເສດແມ່ນມີມະຕິໃຫ້ນຳໃຊ້ພາສາຝຣັ່ງເສດແທນພາສາລາວໃນຂະນະນັ້ນ.

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ

ຝຣັ່ງເສດພະຍາຍາມປ່ຽນພາສາລາວໄປເປັນພາສາຝຣັ່ງເສດ ຈຶ່ງເຮັດຫນັງສືໃຫ້ເຈົ້າມະຫາຊີວິດສຼີສະຫວາ່ງວົງ ລົງນາມ ແຕ່ເຈົ້າມະຫາຊີວິດສີຼສະຫວ່າງວົງແມ່ນບອກກັບຂ້າຫລວງຝຣັ່ງເສດນັ້ນວ່າ ໃຫ້ທ່ານໄປປືກສາແລະຂໍຄຳເຫັນ ຈາກ ສົມເດັດພຣະສັງຄະວຸທະມະຫາເຖຣະຈາຣຍ໌ ພຣະຫລັກຄຳ ແກ້ວ ອຸເທນສັກດາ ( ຣັດຕະນະວົງ ) ແລະ ສະເດັດເຈົ້າມະຫາອຸປະຣາຊເພັດຊະຣາຊ ຣັດຕະນະວົງສາ ກ່ອນ ແຕ່ພຣະອາຈາຣຍ໌ຫລັກຄຳ ແກ້ວ ອຸເທນສັກດາ ແລະສະເດັດເຈົ້າມະຫາອຸປະຣາຊເພັດຊະຣາຊ ກໍ່ບໍ່ຊົງຍິນຍອມໃຫ້ນຳໃຊ້ພາສາຝຣັ່ງເສດເປັນພາສາທາງການໃນເມືອງລາວຢ່າງເດັດຂາດ ຈຶ່ງເຮັດໃຫ້ພາສາລາວລອດພົ້ນຈາກການສູນເສຍໃນຄາວນັ້ນມາໄດ້ .

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ

ນອກນັ້ນຍັງໄດ້ຮັບຫລຽນກາ ຈາກຂ້າຫລວງໃຫຍ່ຝຣັ່ງເສດທີ່ມອບຫລຽນໃຫ້ພຣະຫລັກຄຳ ແກ້ວ ອຸເທນສັກດາ ກໍ່ເນື່ອງມາຈາກເພິ່ນເປັນຜູ້ທີ່ຊ່ວຍຊີວິດ ຂ້າຫລວງແລະເຈົ້ານາຍຝຣັ່ງເສດ ຫລາຍຄົນຄື :ຫລັງຈາກຍີ່ປຸ່ນເຂົ້າມາຍຶດລາວຈາກຝຣັ່ງເສດ ຈຶ່ງເກີດການແຕກຫນີຂອງຂ້າຫລວງແລະເຈົ້ານາຍຝຣັ່ງເສດ ໂດຍທາງທະຫານຍີ່ປຸ່ນໄດ້ຕາມລ້າ ຕາມຈັບຄົນຝຣັ່ງເສດໂດຍສະເພາະບັນດາຂ້າຫລວງແລະເຈົ້ານາຍ ຈົນຫນີ້ເກືອບບໍ່ທັນ ເພາະບັນດາຄົນຝຣັ່ງເສດໄດ້ໜີເຂົ້າໄປລີ້ຢູ່ທີ່ວັດສີຼສະເກດ ທະຫານຍິ່ປຸ່ນກໍ່ຕາມລ້າຕາມຕົວ ແຕ່ພຣະອາຈາຣຍ໌ຫລັກຄຳ ແກ້ວອຸເທນສັກດາ ໄດ້ຊ່ວຍຊີວິດບັນດາຂ້າຫລວງແລະເຈົ້ານາຍຝຣັ່ງເສດຫລາຍຄົນໄວ້ໂດຍເອົາໄປເຊື່ອງໃນວັດ ແລະທະຫານຍີ່ປຸ່ນຕາມ ພຣະອາຈາຣຍ໌ຫລັກຄຳ ແກ້ວ ອຸທານສັກດາ ກໍ່ປະຕິເສດ ບໍ່ຮູ້ ບໍ່ເຫັນ ຈົ່ນເຮັດໃຫ້ຂ້າຫລວງແລະເຈົ້າຝຣັ່ງເສດລອດຕາຍ ຫລັງຈາກຍີ່ປຸ່ນປະລາໄຊໃນສົງຄາມໂລກຄັ້ງທີ 2 ແລະຝຣັ່ງເສດກັບຄືນມາປົກຄອງລາວຄັ້ງທີ່ 2 ອີກ ທາງຂ້າຫລວງແລະເຈົ້ານາຍຝຣັ່ງເສດຈຶ່ງມອບຫລຽນກາ ໃນການຊ່ອຍເຫລືອຊີວິດພວກເຂົາໃນຄາວນັ້ນ.

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ

ຄຳວ່າ ຣັດຕະນະວົງ ຕໍ່ທ້າຍຊື່ ພຣະຫລັກຄຳ ແກ້ວ ນັ້ນແມ່ນ ສະເດັດເຈົ້າ ມະຫາອຸປະຣາຊ ສະເດັດເຈົ້າ ມະຫາອຸປະຣາຊ ເພັດຊະຣາຊ ຣັດຕະນະວົງສາຊົງມອບໃຫ້ທ່ານນຳໃຊ້ ເປັນຊື່ຕໍ່ທ້າຍເພິ່ນ

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ.

ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ
ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ
ຮີບໂຮມ ສຶບຄົ້ນ ໂດຍ : ຫຸມເພັດ ມະນີສຸກ
ຂ່າວສານບ້ານເມືອງ

Post navigation

Previous Post: ວັດກາງ ບ້ານຫລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ເປັນວັດເກົ່າແກ່ ຫນ້າສຶກສາຄົ້ນຄວ້າເປັນທີ່ສຸດ
Next Post: ບ່າວມົ້ງໝໍແຄນຊຽງຂວາງ ສະແດງໄຕ່ເຊືອກເປົ່າແຄນ ທີ່ອຸດົມໄຊ (ຊົມຄລິບ)

Related Posts

ຮອງເຈົ້າແຂວງອັດຕະປື ລົງຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1.2.3 ຂ່າວສານບ້ານເມືອງ
ບຸນນະມັດສະການພຣະທາດຫຼວງວຽງຈັນປີນີ້ຈະຈັດຂຶ້ນແຕ່ວັນທີ 4-8 ພະຈິກ 2022 ຂ່າວສານບ້ານເມືອງ
ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ ເພື່ອການຄົ້ນຄວ້າ ຂ່າວສານບ້ານເມືອງ
ພໍ່ແມ່ປະຊາຊົນ ແລະ ການນຳຂັ້ນເມືອງເຊບັ້ງໄຟລົງ ຊ່ວຍກັນກໍ່ສ້າງສ້ອມແປງຂົວບ້ານດອນສະອາດ ຂ່າວສານບ້ານເມືອງ
ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ ກວດກາ, ເຄັ່ງຄັດ ແລະ ປະຕິບັດລະບຽບຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ປະກາດຫາເຈົ້າຂອງກະເປົາເງິນ ອອກຊື່ ທ້າວ ຕາເຢັ້ງວື່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme