Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ວັດກາງ ບ້ານຫລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ເປັນວັດເກົ່າແກ່ ຫນ້າສຶກສາຄົ້ນຄວ້າເປັນທີ່ສຸດ

Posted on 22/12/201922/12/2019 By All in LAOS No Comments on ວັດກາງ ບ້ານຫລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ເປັນວັດເກົ່າແກ່ ຫນ້າສຶກສາຄົ້ນຄວ້າເປັນທີ່ສຸດ

ເມື່ອສະໄຫມກ່ອນເກົ່ານັ້ນ ບ້ານຫລິ່ງນັ້ນແຫ່ງນີ້ແມ່ນມີຊື່ວ່າ ເມືອງຫົງຄຳ ເຊິ່ງມີຂອບເຂດຕັ້ງຕັ້ງແຕ່ຫ້ວຍຊາຍຂາວ ( ບ້ານຫ້ວຍຊາຍຂາວ ) ຈົນເຖິງເຂດຕົ້ນໂພທິ໌ 3 ຕົ້ນ ອົ້ນ 3 ຂວຍ ຈົນໄປຮອດເຂດບ້ານຫນອງສ້າງຄູ່ ( ເຂດບ້ານເກີນ ) ແລະມີຄວາມເຊື່ອກັນມາວ່າຄົນຂອງບ້ານແຫ່ງນີ້ ບາງສ່ວນບາງຄົນ ແມ່ນເດີນທາງມາກັບຂະບວນຂອງພຣະບາງ ທີ່ເຈົ້າຟ້າງຸ່ມໄດ້ຮັບແລະອັນເຊີນມາຈາກເມືອງອິນທະປັດຕະນະຄອນ ແລະກ່ອນທີ່ຈະອັນເຊີນພຣະບາງເຈົ້າໄປປະດິດຢູ່ທີ່ນະຄອນຊຽງດົງ-ຊຽງທອງ ເຈົ້າຟ້າງຸ່ມ ແຫລ່ງຫລ້າທໍຣະນີເຈົ້າ ກໍ່ໄດ້ເອົາພຣະບາງ ປະດິດສະຖານໄວ້ທີ່ເມືອງວຽງຄຳ ແຫ່ງນີ້ເປັນເວລາ 143 ປີ ເຊິ່ງໃນເຂດເມືອງວຽງຄຳແຫ່ງນີ້ ກໍ່ຢູ່ໃນບໍລິເວນດຽວກັນກັບເມືອງຫົງຄຳ ຫລິ່ງຊັນແຫ່ງນີ້ ແລ.

ພາບໂດຍ: Houmphet Manisouk

ເມື່ອປີ ຄສ 1349 ໄດ້ມີການສ້າງພຣະເຈົ້າອົງຫລວງ ທີ່ວັດກາງບ້ານຫລິ່ງຊັນແຫ່ງນີ້ ຫລັງຈາກນັ້ນມາ ເຈົ້າໄຊຍະເສດຖາທິຣາຊ ກໍ່ໄດ້ມີການມາບູຣະນະປະຕິສັງຂອນວັດແຫ່ງນີ້ອີກນຳດ້ວຍ ຜູ້ເຖົ້າຜູ້ແກ່ ຫລືຄົນແຖບນີ້ແມ່ນມີຄວາມເຊື່ອວ່າ ບ້ານຫລິ່ງຊັນ ມີປະຫວັດສາດຄວາມເປັນມາແລະເກົ່າແກ່ກວ່າເມືອງວຽງຄຳ ແລະເຊື່ອວ່າເກົ່າແກ່ກວ່າທຸກໆເມືອງໃນແຂວງວຽງຈັນ ອີກດ້ວຍ.

ພາບໂດຍ: Houmphet Manisouk

ເມື່ອບໍ່ດົນຜ່ານມານີ້ ເພິ່ນຍັງຂຸດຄົ້ນວັດຖຸບູຮານຕ່າງໆ ເຊັ່ນ ພຣະພຸທທະຮູບດິນເຜົາ ພຣະບຸເງິນ ພຣະບຸຄຳ ແລະເຄື່ອງປັ້ນດິນເຜົາແບບຕ່າງໆ ໃນບໍລິເວນວັດກາງແຫ່ງນີ້ ເຊິ່ງເປັນສູນກາງຂອງວຽກງານການຜະລິດພຣະພຸທທະຮູບດິນເຜົາ ທີ່ສົ່ງເຂົ້າໄປເມືອງວຽງຈັນ ເພື່ອນຳໄປໃຫ້ຄົນທັງຫລາຍໄດ້ນຳເອົາເງິນ ເອົາຄຳ ປະກອບເປັນພຣະບຸເງິນ ພຣະບຸຄຳ ຕາມວັດຕ່າງໆ ເຊັ່ນ : ວັດສີສະເກດເປັນຕົ້ນ….

ພາບໂດຍ: Houmphet Manisouk

ວັດແຫ່ງນີ້ຍັງມີຮາວທຽນທີ່ເປັນປູນປະທາຍເພັດ ທີ່ຍັງສົມບູນ ແລະຫລົງເຫລືອໃຫ້ເຫັນຢູ່ 3 ຕົ້ນ ( ເມື່ອກ່ອນຊາວບ້ານຈະນຳນ້ຳມັນພຶດ ມາໃສ່ ແລະຝັ້ນຝ້າຍເປັນຕີນກາ ມາຕັ້ນໃສ່ເພື່ອຈູດບູຊາພາຍໃນສິມແຫ່ງນີ້ ) ຄົນທົ່ວໄປທັງຫລາຍແມ່ນບໍ່ຮູ້ ນີ້ຄື : ຮາວທຽນບູຮານແທ້ໆຂອງລາວເຮົາທີ່ຍັງໃຫ້ພົບເຫັນຢູ່ວັດແຫ່ງນີ້ແຫ່ງດຽວໃນປະເທດລາວ ກໍ່ວ່າໄດ້

ພາບໂດຍ: Houmphet Manisouk

ນອກນັ້ນຍັງມີຮາວທຽນໄມ້ ທີ່ເກົ່າແກ່ ເຊິ່ງສັນນິຖານວ່າ ສ້າງຕັ້ງແຕ່ສະໄຫມເຈົ້າໄຊຍະເສດຖາທິຣາຊ ຫລືເຈົ້າສຸຣິຍະວົງສາ ທັມມິກກະຣາຊ ແລະຍັງມີພຣະພຸທທະຮູບໄມ້ຢືນ ທີ່ງົດງາມອ່ອນຊ້ອຍ ຄ້າຍຄືພຣະພຸທທະຮູບຈາກຊຽງດົງ-ຊຽງທອງ ( ຫລວງພຣະບາງ )

ພາບໂດຍ: Houmphet Manisouk

ນອກນັ້ນຍັງມີສິມແບບພວນ ມີກອງຫມາກແຄ້ງ ( ເຊິ່ງກອງຫມາກແຄ້ງນີ້ຜູ້ເຖົ້າຜູ້ແກ້ເວົ້າໃຫ້ຟັງວ່າ ແມ່ນຄົນເມືອງວຽງຈັນໄດ້ນຳມາເກັບມ້ຽນໄວ້ໃນສະໄຫມສົງຄາມສະຫຍາມມາບຸກເຜົາວຽງຈັນ ເມື່ອເຫັນເຫດເຜດໄພຈະມາ ກໍ່ຂົນມາເຊື່ອງໄວ້ທີ່ວັດແຫ່ງນີ້ ຈົນເຖິງປະຈຸບັນນີ້ ນອກນັ້ນຍັງມີຫລາຍໆຢ່າງ ຫລາຍເລື່ອງໃຫ້ໄດ້ສຶກສາຄົ້ນຄວ້າ ເມື່ອມີໂອກາດຕໍ່ໄປ

ພາບໂດຍ: Houmphet Manisouk

ໂດຍ: Houmphet Manisouk

ກົດຊົມພາບເພີ່ມເຕີມ

ເລື່ອງເດັ່ນ

Post navigation

Previous Post: ຊົມເຊີຍ! ລາວໂທລະຄົມ ອັດສີດ ຫຼຽນຊີເກມ ລວມມູນຄ່າ 124 ລ້ານກີບ
Next Post: ຜ້າສັງຄາແລະຫລຽນກາ ທີ ພຣະຫລັກຄຳແກ້ວ ອຸເທນສັກດາ ອະດິດສັງຄະນາຍົກແຫ່ງພຣະຣາຊອານາຈັກລາວ ແຫ່ງວັດສີສະເກດ

Related Posts

foodpanda ເຜີຍໂສມນ້ອງ Pau-Pau(ເປົາເປົາ) ເປັນ brand ambassador ໃໝ່ທີ່ມີຄວາມໜ້າຮັກ ສົດໃສ ເປັນກັນເອງ ແລະ ພ້ອມກະຕຸ້ນວົງການສົ່ງອາຫານ ແລະ ເຄື່ອງກິນເຄື່ອງໃຊ້ ທຸລະກິດ
ຖະແຫຼງຂ່າວທາງການ ຜົນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສາຂາ ຊຸດທີ II ເລື່ອງເດັ່ນ
ກະຊວງສຶກສາແຈ້ງ! ເພີ່ມທະວີມາດຕະການປ້ອງກັນ ໂ ຄ ວິ ດ ເລື່ອງເດັ່ນ
ດ່ວນ! ຄໍາມ່ວນ ອອກຄໍາສັ່ງ ປິດການເຂົ້າ-ອອກແຂວງແລ້ວ ເລື່ອງເດັ່ນ
ພົບແລ້ວເດັກນ້ອຍສູນຫາຍຢູ່ເຂດນໍ້າຮຸ່ງ Vientiane Update News
ດຳເນີນມາດຕະການຕໍ່ຜູ້ລະເມີດການແຫ່ຜາສາດເຜິ້ງບໍ່ໄດ້ຮັບອະນຸຍາດ ຂໍຄະມາພຣະທາດຫຼວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme