Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພຣະທາດໂພ່ນ ເມືອງໄຊພູທອງ – ປະຕິມາກໍາທີ່ງົດງາມ ແລະ ສັກສິດ

Posted on 18/11/201918/11/2019 By All in LAOS No Comments on ພຣະທາດໂພ່ນ ເມືອງໄຊພູທອງ – ປະຕິມາກໍາທີ່ງົດງາມ ແລະ ສັກສິດ

ພວກເຮົາມາຕໍ່ກັນ ກັບປະຫວັດຄວາມເປັນມາຂອງ ພຣະທາດໂພ່ນ, ແລະ ກ່ອນຈະໄປຊົມຄລິບ ພຣະທາດໂພ່ນ ພວກເຮົາມາອ່ານປະຫວັດຂອ ໂດຍຫຍໍ້ນໍາກັນກ່ອນເນາະ.

ພຣະທາດໂພ່ນ ຕັ້ງຢູ່ເສັ້ນທາງດຽວກັນ ທີ່ຈະໄປຜາສາດເຮືອນຫີນ ຫ່າງຈາກສະຫະຫວັນນະເຂດ ປະມານ 65 ກິໂລແມັດ. ພະທາດໂພ່ນ ປະດິດສະຖານຢູ່ວັດເຈຕິຍາຣາມ ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ.ພະທາດໂພນເປັນສະຖານທີ່ສັກສິດຂອງເມືອງໄຊພູທອງ ອົງເຈດີ ເປັນຊົງກົມສີຂາວຂະໜາດໃຫຍ່ ລັກສະນະຄ້າຍພະທາດໝາກໂມທີ່ຫລວງພະບາງ ກ່າວກັນວ່າສ້າງມາ 2000 ກວ່າປີແລ້ວ.

ພາບໂດຍ: TF Travel

ສະໄໝພະເຈົ້າລ້ານຊ້າງຊຽງທອງ ສະເຫວີຍລາຊະສົມບັດ ແມ່ນສົມເດັດພະເຈົ້າພຸດທະວົງສາ ໄດ້ມີສັດທາພ້ອມໄພ່ຟ້າຂ້າແຜ່ນດິນ ໄດ້ກໍ່ສ້າງພຣະທາດໂພ່ນລູກນີ້ຂຶ້ນ ເພື່ອໄວ້ເປັນປູຊະນິຍະສະຖານອັນສຳຄັນແກ່ກຸລະບຸດຜູ້ເກີດສຸດທ້າຍພາຍຫຼັງ ແລະ ເປັນບ່ອນສັກກາລະບູຊາ ເຄົາລົບນົບໄຫວ້ຂອງຊາວພຸດທະສາສະນິກະຊົນທົ່ວໄປ ແລະ ຍັງທຳນາຍໄວ້ວ່າ ຈັກມີເມືອງເກີດຂຶ້ນໃນສະຖານທີ່ນັ້ນ ດັ່ງຕຳນານກ່າວໄວ້ວ່າ:

ພາບໂດຍ: TF Travel

ເມື່ອພະພຸດທະອົງສະເດັດປະລິນິບພານລ່ວງໄດ້ 8 ປີ ປາຍ 7 ເດືອນ ມີພະອໍລະຫັນສາວົກທັງຫຼາຍ 500 ຮູບ ພ້ອມກັນກັບທ້າວພະຍາທັງຫຼາຍໃນຊົມພູທະວີບ ໄດ້ແບ່ງປັນກັນມາສ້າງພະທາດ ສີ່ລູກນີ້ຂຶ້ນ ມື້ໜຶ່ງວັນດຽວກັນຕາມພູມແດນຂອງໃຜລາວ ທາດສີ່ລູກນັ້ນຄື: 1. ພຣະທາດພະນົມ ບໍຣົມເຈດີ 2. ພຣະທາດອີງຮັງ 3. ພຣະທາດໂພ່ນ 4. ພຣະທາດເຊີງຊຸນ ( ຢູ່ໃກ້ໜອງຫານປະເທດໄທ ); ສ່ວນພຣະທາດ ໂພ່ນລູກນີ້ ໄດ້ມີລູກທາດອ້ອມຢູ່ຖ້ານລຸ່ມ 7 ລູກ ປະເສີດຍິ່ງໜັກ ໄດ້ສ້າງເມື່ອເດືອນ 12 ວັນພຸດ ພ.ສ 236 ໂດຍມີສົມເດັດພະພຸດທະວົງສາເປັນລາຊະອຸປະຖຳສືບຕໍ່ມາ

ພາບໂດຍ: TF Travel

ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພຣະທາດໃນມີ້ຂນ 15 ຄໍ່າ ເດືອນສາມ ( ເດືອນສາມເພັງ ) ຂອງທຸກໆປີ ພ້ອມກັບງານບຸຸນສະເຫຼີມສະຫຼອງ ພຣະທາດສີໂຄດຕະບອງ, ຜາສາດຫີນວັດພູ, ເຮືອນຫີນ, ພຣະທາດພະນົມ ໆລໆ. ພ້ອມນັ້ນຍັງມີການຈັດງານຕະຫຼາດນັດ ແລະ ການປະກວດນາງສາວໝາກໂມຫວານອີກດ້ວຍ.

ພາບໂດຍ: TF Travel

ຈາກທາງເລກທີ 13 ເຂົ້າໄປຫາບ້ານທາດຕາມທາງຮາບພຽງທີ່ລາດຢາງໃໝ່ໆ ປະມານ 12-13 ກິໂລແມັດ ໃຊ້ເວລາບໍ່ດົນປະມານ 20-30 ນາທີກໍ່ຮອດວັດບ້ານທາດ ສະຖານທີ່ປະດິດສະຖານພຣະທາດໂພ່ນ. ສິ່ງແຮກທີ່ປະທັບໃຈເມື່ອເຫັນເມື່ອຮອດບ້ານ, ນອກ ຈາກຖະໜົນຫົນທາງທີ່ສວຍງາມ ມີໄຟຟ້າເຍືອງທາງທີ່ບົ່ງບອກເຖິງຄວາມຈະເລີນຂອງບ້ານນີ້ແລ້ວ ຍັງເຫັນວັດທີ່ກວ້າງຂວາງ ສວຍງາມ, ມີສະຖານທີ່ບຳເພັນທຳກິດທາງສາດສະໜາຄົບຊຸດ ສົມເປັນທີ່ໜ້ານັບຖືສັກກາລະບູຊາ

ກົດຊົມຄລິບ ໂດຍ: TF Travel

ເລື່ອງເດັ່ນ

Post navigation

Previous Post: ພຣະບາດໂພນສັນ ສູນລວມຈິດໃຈຂອງ ປະຊາຊົນເມືອງທ່າພະບາດ ແລະ ປວງຊົນລາວທັງຊາດ – ມໍລະດົກຂອງຊາດລາວ
Next Post: ພຣະເຈົ້າສິງຄໍາ ອົງສັກສິດ ແຫ່ງເມືອງຫຼາ

Related Posts

ຊົມເຊີຍ! ນັກຮົບຊຸດຂາວ ຊ່ວຍເກີດລູກໃຫ້ແຮງງານລາວ ເລື່ອງເດັ່ນ
ພາບບັນຍາກາດນະຄອນຫຼວງງຽບເຫງົາ ເລື່ອງເດັ່ນ
ຖ້າດວງເດືອນ ຢູ່ໃກ້ໂລກ ໃນຕໍາແໜ່ງ ສະຖານີອາວະກາດ ຈະເປັນແນວໃດ? (ຊົມຄລິບ) ເລື່ອງເດັ່ນ
ຂ່າວປະຈໍາວັນ! ມື້ນີ້ລາວພົບຜູ້ຕິດເຊື້ອເພີ່ມ 211 ຄົນ ເລື່ອງເດັ່ນ
ຊົມຄວາມສວຍງາມ ບຸນນະມັດສະການ ພຣະທາດຫຼວງວຽງຈັນ ພ.ສ. 2562 ເລື່ອງເດັ່ນ
ຄວາມເປັນມາງານມະຫະກໍາບຸນຊ້າງ ຂອງແຂວງໄຊຍະບູລີ ປີນີ້ຈັດ 22-28/2/2020 ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme