Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພຣະເຈົ້າສິງຄໍາ ອົງສັກສິດ ແຫ່ງເມືອງຫຼາ

Posted on 19/11/201919/11/2019 By All in LAOS No Comments on ພຣະເຈົ້າສິງຄໍາ ອົງສັກສິດ ແຫ່ງເມືອງຫຼາ

ເມື່ອທ່ານເດີນທາງໄປທາງພາກເໜືອຂອງປະເທດລາວ ຮອດແຂວງອຸດົມໄຊ, ສະຖານທີ່ ທີ່ຕ້ອງໄດ້ໄປຢ້ຽມຊົມ, ທ່ອງທ່ຽວ ແລະ ສັກກະລະບູຊາ ພຣະພຸດທະຮູບ ຄູ່ບ້ານຄູ່ເມືອງ ທີ່ເມືອງຫຼາ ແຂວງອຸດົມໄຊ ນັ້ນກໍ່ຄື ພຣະເຈົ້າສິງຄໍາ.

ພຣະເຈົ້າສິງຄຳ, ເປັນໜື່ງໃນພຣະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພຣະອົງ ໃນສະໄໝເຈົ້າຟ້າງູ່ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂື້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອ 650 ປີຜ່ານມາ, ແຕ່ບໍໄດ້ເຖີງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫຼ່ຽມປາກແມ່ນໍ້າເປັນເວລາເຫີງນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໄຜໆກໍບໍສາມາດເອົາຂື້ນມາໄດ້.

ຍັງພຽງແຕ່ເຜົ່າກືມມຸບ້ານໜື່ງ ເມື່ອໄດ້ຍິນສຽງຕີຄ້ອງຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດອະທິຖານ ເອົາຫຍ້າຄາມາເຂັນກັບຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ຄົບຕາມຈຳນວນ ແລະ ອະຣາທະນາອັງເຊີນພຣະອົງຂື້ນຈາກນໍ້າໄດ້ຢ່າງງ່າຍດາຍ ແລະ ອັດສະຈັນໃຈເປັນຢ່າງຍີ່ງ, ດ້ວຍຄວາມສັດທາໃນເວລານັ້ນບ້ານເໜືອບ້ານໄຕ້ມີຄວາມຂັດແຍ່ງກັນໄຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພຣະອົງຂື້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍພຣະອົງໄດ້ສະເດັດລ່ອງແພທວນກະແສນໍ້າໄຫຼຂື້ນບ້ານເໜືອມາຮອດຈຸດທີ່ປະດິດສະຖານສະຖານທີ່ແຫ່ງນີ້ນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ:

ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງເທດສະບານ ເມືອງຫຼາ, ເປັນວັດທີ່ເກົ່າແກ່ ມີປະຫວັດຄວາມເປັນມາ ທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປ ກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ;

ໂຄງການພັດທະນາ ການທ່ອງທ່ຽວ ແບບຍືນຍົງແຂວງອຸດົມໄຊ ໄດ້ພັດທະນາ ແລະ ປັບປຸງກໍ່ສ້າງ ສິ່ງອຳນວຍຄວາມສະດວກ ຂະນາດນ້ອຍ ເປັນຕົ້ນແມ່ນຫ້ອງນໍ້າ ບ່ອນຂາຍທູບທຽນ, ບ່ອນເຊົ່າ (ຫຼືປ່ຽນສິ້ນ) ແລະ ເດີ່ນຈອດລົດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ກາບໄຫວ້ພະເຈົ້າສິງຄຳ;

ວັດພະເຈົ້າສິງຄຳ ແຕ່ກ່ອນເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວ ສັກກາລະບູຊາ ເປັນທີ່ເພິ່ງທາງໃຈ. ຕາມການສັນນິຖານ ຂອງເຖົ້າແກ່, ວັດນີ້ໄດ້ສ້າງຂຶ້ນມາແຕ່ດົນນານແລ້ວ ຕັ້ງຢູ່ເທິງ ພູເຂົາຄວາຍ ບ້ານປາກຫຼາ (ປະຈຸບັນ ໂຮມເປັນບ້ານວຽງຄຳ). ພາຍຫຼັງ ໄດ້ເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ ຈຶ່ງປ່ຽນຊື່ວັດກາງມາເປັນ “ວັດພະເຈົ້າສິງຄຳ” ຕາມຊື່ ຂອງພະເຈົ້າສິງຄຳ ຈົນເຖິງປະຈຸບັນ;

ພູເຂົາຄວາຍເປັນຈຸດສະຖານທີ່ຕັ້ງ ວັດພະເຈົ້າສິງຄຳແຫ່ງນີ້ ປະກົດມີຮູເປັນອຸໂມງລົງໄຕ້ດິນ ຈາກເທິງພູເບື້ອງແມ່ນໍ້າຫຼາ ມີລັກສະນະກົມກ້ຽງບໍ່ຮົກເຮື້ອເສົ້າໝອງ. ຕາມການບອກເລົ່າໄດ້ກ່າວວ່າ “ເມື່ອວັນໜຶ່ງ ມື້ວັນສິນໃຫຍ່ ຂຶ້ນ 14-15 ຄໍ່າ, ສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ ພະເຈົ້າສິງຄຳ ແລ້ວກໍ່ລົງຮູຫາຍໄປ ສ້າງຄວາມອັດສະຈັນ”.

ພະສົງສາມະເນນ ຈຶ່ງໄປບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານ ກໍ່ປະຫຼາດໃຈຫຼາຍ ຕໍ່ມາຊາວບ້ານ ຈຶ່ງຕົກລົງກັນເອົາໝາກພຸກ ມາປ່ອນລົງຮູດັ່ງກ່າວ ແລ້ວເຫັນໄປໂຜ່ຂື້ນຢູ່ວັງນໍ້າຄື: ວັງຄຳ, ວັງອີງ, ວັງອ່າງ ໂດຍແມ່ນວັງນໍ້າຕາມ “ສາຍນໍ້າພາກ ແລະ ນໍ້າຫຼາ” ນັບແຕ່ນັ້ນມາຊາວບ້ານ ຈຶ່ງເວົ້າກັນວ່າ ແມ່ນຮູພະຍານາກ ຂຶ້ນມາໄຫວ້ພະເຈົ້າສິງຄຳ;

ສະນັ້ນ, ຊາວບ້ານຢ້ານພະຍານາກ ເອົາພຣະເຈົ້າສິງຄຳ ໄປໄວ້ໃນນໍ້າຕື່ມອີກ ຈຶ່ງພາກັນຊອກຫາເອົາສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ ຈົນເຖິງປະຈຸບັນ ແລະ ກໍ່ບໍ່ປະກົດເຫັນ ພະຍານາກຂຶ້ນມາອີກ;

ເມື່ອ 560 ປີທີ່ຜ່ານມາ, ໃນປີ ພສ 2000 ກົງກັບປີ ຄສ 1457, ຊາວບ້ານຈຶ່ງໄດ້ສ້າງອາຣາມ ແບບສີລະປະເຜົ່າກືມມຸຂຶ້ນ ແລະ ໄດ້ກໍ່ອຸໂມງກວມຮູພະຍານາກເອົາໄວ້ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ ໃນອຸໂມງ ໂດຍແມ່ນນາຍຊ່າງຫໍ້ ເປັນຜູ້ສ້າງ ແຕ່ບໍ່ທັນ ສຳເລັດສົມບູນເທື່ອ.

ຮອດປີ ພສ 2543 (ຄສ 1930), ໄດ້ມີສາທຸຈຳປາ ເປັນຄົນບ້ານດອນລ້ອມ ມາຢູ່ຈຳພັນສາ ແລະ ນຳພະສົງສາມະເນນ ອອກຕົນຍາດໂຍມ ສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າກືມມຸ ລ້ອມຝາຂຶ້ນເຄິ່ງໜຶ່ງ ແລະ ຕໍ່ມາ ສາທຸອ້ວນ ຄົນບ້ານຫາດນາງ ໄດ້ສືບຕໍ່ເຮັດຝາ, ໃສ່ປ່ອງຢ້ຽມດັ່ງທີ່ພວກເຮົາເຫັນໃນປະຈຸບັນ.

ພຣະພຸດທະຮູບອົງສັກສິດທັງຫ້າພຣະອົງ ທີ່ພຣະບາດສົມເດັດເຈົ້າຟ້າງູ່ມມະຫາຣາຊ ໄດ້ອະຣາທະນາອັງເຊີນໄປປະດິດສະຖານຕາມລໍາແມ່ນໍ້າອູ ຢູ່ພາກເໜືອຂອງອານາຈັກລາວລ້ານຊ້າງເມື່ອ 650 ກວ່າປີຜ່ານມາ ແມ່ນປະກອບດ້ວຍ:

  1. ພຣະເຈົ້າຄ້ອງ ປະດິດສະຖານຢູ່ເມືອງງອຍ ແຂວງຫຼວງພະບາງ,
  2. ພຣະເຈົ້າຫີນ ໄດ້ຈົມຢູ່ວັງຄວາຍດ່ອນ ແມ່ນໍ້ານົ່ວ ເມືອງສົບນ້າວ ແຂວງຜົ້ງສາລີ ຈົນເຖີງປະຈຸບັນ,
  3. ພຣະເຈົ້ານັກ ປະດິດສະຖານຢູ່ວັດສີດາພຸດທະລາວັນ ບ້ານສົບວັນ ແຄມນໍ້າອູ,
  4. ພຣະເຈົ້າສັມລິດ ປະດິດສະຖານຢູ່ເມືອງຂວາ ແຂວງຜົ້ງສາລີ,
  5. ພຣະເຈົ້າສິງຄຳ ໄດ້ຈົມຢູ່ວັງນໍ້າຫຼາ ແລະ ໄດ້ຖືກອະຣາທະນາອັງເຊີນຂື້ນຈາກນໍ້າມາປະດິດສະຖານຢູ່ເມືອງຫຼາ ແຂວງອຸດົມໃຊ.

ກົດຊົມຄລິບ:

ເລື່ອງເດັ່ນ Tags:ພຣະເຈົ້າສິງຄໍາ, ອຸດົມໄຊ, ເມືອງຫຼາ

Post navigation

Previous Post: ພຣະທາດໂພ່ນ ເມືອງໄຊພູທອງ – ປະຕິມາກໍາທີ່ງົດງາມ ແລະ ສັກສິດ
Next Post: Tanya’s adventure trip in LAOS

Related Posts

ດ່ານແລະຈຸດກວດໄລຍະລັອກດ່າວ ນະຄອນຫຼວງວຽງຈັນ ເລື່ອງເດັ່ນ
ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9,10 ແລະ 11 ກັນຍາ 2022 ຂ່າວສານບ້ານເມືອງ
ຕົວເລກຫຼຸດລົງ 406 (ນະຄອນຫຼວງ +208) ເສຍຊີວິດ 2 ຂ່າວສານບ້ານເມືອງ
ປກສ ເມືອງສີສັດຕະນາກ ອອກກວດກາລາດຕາເວນ ພົບເຫັນຮ້ານອິນເຕີເນັດກາເຟ ລະເມີດຄຳສັ່ງ ແລະແຈ້ງການ ເລື່ອງເດັ່ນ
ຈາກການຊັດທອດ… ສືບຕໍ່ຈັບຜູ້ຮ່ວມຂະບວນຄ້າຢາ ໄດ້ອີກ 2 ຄົນພ້ອມກາງຢ້າບ້າ 42.000 ເມັດ ຂ່າວສານບ້ານເມືອງ
ສອງພໍ່ລູກຮ່ວມຫົວກັນລັກຄໍາ 11 ບາດ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme