Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕາດນ້ຳແຮງ ຕາດທີ່ມີຄວາມງາມເປັນເລີດ ທີ່ບ້ານກະຕາງຢາ, ເມືອງຮຸນ

Posted on 07/10/201907/10/2019 By All in LAOS No Comments on ຕາດນ້ຳແຮງ ຕາດທີ່ມີຄວາມງາມເປັນເລີດ ທີ່ບ້ານກະຕາງຢາ, ເມືອງຮຸນ

ຕາດນ້ຳແຮງ ຕາດທີ່ມີຄວາມງາມເປັນເລີດ ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ.”

ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທດສະບານເມືອງຮຸນ ປະມານ 24 ກິໂລແມັດ. ເສັ້ນທາງປູຢາງ 4 ກິໂລແມັດ, ຈາກນັ້ນເຂົ້າໄປເປັນເສັ້ນທາງຍົກລະດັບປູຫີນແຮ່ ແລະ ດິນແດງ ທຽວໄດ້ໃນລະດູແລ້ງເທົ່ານັ້ນ.

ທ່າແຮງຂອງຕາດ ເປັນແຫຼງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງ ເມືອງຮຸນ ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ. ລັກສະນະຂອງຕາດໄດ້ປະກອບມີຫຼາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ, ແຕ່ລະພັກສາມາດລົງຫຼິ້ນອາບນ້ຳໄດ້. ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ຊ້ານານ.

ຕາດນ້ຳແຮງເປັນນ້ຳຕົກຕາດທີ່ເກີດຂຶ້ນມາໂດຍທຳມະຊາດແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານແຊມມີຫຼັງຈາກນັ້ນມາໄດ້ຕັ້ງຊື່ວ່າ: ບ້ານນ້ຳແຮງເພາະວ່ານ້ຳໄຫຼຕົກລົງ ຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນ້ຳແຮງ. ນ້ຳຕົກຕານ້ຳແຮງປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງປະມານ 8 ແມັດ ແລະ ຕາດທີ 3: ສູງປະມານ 5 ແມັດ.

ນ້ຳຕົກຕາດນ້ຳແຮງມີຄວາມຍາວທັງໝົດປະມານ 20 ແມັດ, ແມ່ນ້ຳນີ້ໄຫຼອອກມາຈາກບ້ານນ້ຳຍື່ງໄປສູ່ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ.

ອີກສາຍເຫດໜຶ່ງທີ່ວ່າ ຕາດນ້ຳແຮງ ນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກໜາ ປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫຼະເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດເວລານ້ຳຕົກໂຕນຕາດຖືກເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນສຽງດັງແຮງອອກໄປໄກຫຼາຍກິໂລແມັດ, ບາງເທືອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ.

ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ: ຕາດນ້ຳແຮງ ແລະ ເປັນນ້ຳຕົກຕາດສັກສິດດັ່ງຄຳສຸພາສິດເພີ່ນວ່າເງິນສາມພືນສາດບໍ່ທໍ່ຕາດນ້ຳແຮງ ທີ່ຄົນທ້ອງຖິ່ນເຄີຍເຄົາລົບນັບຖືວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ ໂດຍສະເພາະບໍ່ໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງນ້ຳ ຊຶ່ງອາດເຮັດໃຫ້ລະບົບນ້ຳແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ບູຮານນະການ ແລະ ຍັງເຊື່ອຖືກັນມາເຖິງທຸກວັນນີ້.

ໂດຍ: ແອ ວິໄລເພັດ

.

.

.

.

.

ເລື່ອງເດັ່ນ Tags:ອຸດົມໄຊ, ເມືອງຮູນ

Post navigation

Previous Post: ຕາດຕະແລ 7 ຊັ້ນ ຕຳນານ ເສິກຊິງນາງຂອງບ່າວເງືອກ
Next Post: Glory and Stunning Skyview of Kuangsi Waterfall

Related Posts

ກວດເບິ່ງດ່ວນ! 21 ພຶດສະພາ 2021 ມີ 6 ເມືອງ 28 ບ້ານ ທີ່ ຖືກຈັດ ເປັນ ບ້ານເຂດແດງ ເລື່ອງເດັ່ນ
ໄຟໄໝ້ເຮືອນປະຊາຊົນທີ່ເມືອງແກ່ນທ້າວ (ມີຄລິບ) ຂ່າວສານບ້ານເມືອງ
ລັດຖະບານອອກແຈ້ງການລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ ຂ່າວສານບ້ານເມືອງ
ເຈົ້າຂອງລົດຫຼົບໜີ ກວດພົບຢາບ້າເຕັມທ້າຍກະບະ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ບໍ່ແກ້ວ ເພີ່ມມາດຕະການ ສັ່ງໂຈະທຸກງານທີ່ມີຄົນຊຸມນຸມຫຼາຍ ສ່ຽງຕໍ່ການແຕ່ລະບາດຂອງ ໂຄວິດ 19 ເລື່ອງເດັ່ນ
ບ້ານເຂດແດງມີ 13 ບ້ານ ໃນ 4 ເມືອງ ຂອງ ນະຄອນຫຼວງວຽງຈັນ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme