Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບຸນຫໍ່ເຂົ້າສະຫຼາກ (ບຸນເດືອນສິບ) ປີນີ້ແມ່ນ ວັນທີ 13/9/19

Posted on 11/09/201911/09/2019 By All in LAOS No Comments on ບຸນຫໍ່ເຂົ້າສະຫຼາກ (ບຸນເດືອນສິບ) ປີນີ້ແມ່ນ ວັນທີ 13/9/19

ວັນບຸນຫໍ່ເຂົ້າສະຫຼາກ ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ພສ 2562 ກົງກັບວັນທີ 13 ກັນຍາ 2019 ນີ້ເລີຍຢາກຈະນໍາສະເໜີບັນດາທ່ານໃຫ້ຮູ້ຈັກກັບ ຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງ ບຸນຫໍ່ເຂົ້າສະຫຼາກ ຫຼື ບຸນເດືອນສິບ ໃນຮີດ 12 ຂອງລາວເຮົາ.

+ຄວາມໝາຍ ແລະ ຄວາມສໍາຄັນ

ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ເຈົ້າພຣະພິຂຸ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ. ແຕ່ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງທານໄປຖວາຍພຣະສົງ ຊາວບ້ານຈະຈັບສະຫຼາກກັບພຣະພິຂຸສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ-ສໍາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພຣະ-ເນນອົງນັ້ນ.

ນອກນັ້ນ ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ເຊິ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າ ໄດ້ແກ່ ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.

+ມູນເຫດ ແລະ ຄວາມເປັນມາ (ອີງຕາມບາງເລື່ອງເລົ່າ)

ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທັມມະ, ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ

ຢູ່ມາວັນໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມເຮັດເປັນສະຫຼາກກະພັດທານ ພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸສົງໜຶ່ງ ກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ: “ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງ ເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ”

ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.

ຂໍຂອບໃຈທີ່ມາ: ປຶ້ມ ຮີດສິບສອງຄອງສິບສີ່ປະເພນີລາວ ໂດຍ ອາຈານ ບຸນເຕີມ ສີບຸນເຮືອງ

ເລື່ອງເດັ່ນ Tags:ບຸນຫໍ່ເຂົ້າສະຫຼາກ

Post navigation

Previous Post: ສາວໆຄວນຕິດໂຕກ່ອນອອກເດີນທາງ ເພື່ອຮັບມືກັບເຫດການສຸກເສີນ
Next Post: ງານບຸນຊ່ວງເຮືອອອກພັນສາປະວໍລະນາປະຈຳປີ 2019 ທີ່ເມືອງນານ 13/10/19

Related Posts

ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດການນຳໃຊ້ໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເລື່ອງເດັ່ນ
ກົມກົງສຸນ ຈະປາບປາມພວກນາຍໜ້າແອບອ້າງເອົາເງິນຈາກປະຊາຊົນ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວກາງເດິກ ໃນບໍລິເວນ ເມືອງວຽງທອງ ແຂວງບໍລິຄໍາໄຊ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 199ຄົນ ເລື່ອງເດັ່ນ
ເສົ້າໃຈ! ປະຊາຊົນບ້ານໂພນໃຜ່ ເມືອງສາລະວັນ ເ ສ ຍ ຊີ ວິ ດ ຈາກ ພາຍຸໂກນເຊິນ ເລື່ອງເດັ່ນ
ແຈ້ງການ! ໃຫ້ປິດບໍລິການຊຸບເປີມາເກັດ-ມິນິມາດ, ຕະຫຼາດກາງຄືນ ຮ້ານຈໍາໜ່າຍເຄື່ອງໃຊ້ຕ່າງໆ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme