Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາວໆຄວນຕິດໂຕກ່ອນອອກເດີນທາງ ເພື່ອຮັບມືກັບເຫດການສຸກເສີນ

Posted on 09/09/201909/09/2019 By All in LAOS No Comments on ສາວໆຄວນຕິດໂຕກ່ອນອອກເດີນທາງ ເພື່ອຮັບມືກັບເຫດການສຸກເສີນ

1. ເຈ້ຍທິດຊູປຽກ:

ເພື່ອໃຊ້ເຊັດທໍາຄວາມສະອາດບໍລິເວນຕ່າງໆຂອງຮ່າງກາຍ ຊ່ວຍໃຫ້ຮູ້ສຶກສົດຊື່ນແທນການລ້າງຫນ້າ ຖ້າຫາກບໍ່ສາມາດເຮັດໄດ້ ຄວນເລືອກປະເພດທີ່ບໍ່ມີສ່ວນປະສົມແອລກໍຮໍ ເພື່ອບໍ່ໃຫ້ເກີດການລະຄາຍເຄືອງ

2. ເຈ້ຍທິດຊູ:

ຄວນເລືອກແບບທີ່ສາມາດຊຶມຊັບນໍ້າໄດ້ດີ ແລະ ບໍ່ຍຸ້ຍງ່າຍ ເຮັດໃຫ້ປະຢັດເພາະບໍ່ຕ້ອງໃຊ້ຈໍານວນຫລາຍ ແຕ່ມີປະສິດທິພາບໃນການຊຶມຊັບ ແລະ ເຮັດຄວາມສະອາດໄດ້ດີ

3. ແຜ່ນອະນາໄມ:

ເພື່ອໃຫ້ຄວາມຫມັ້ນໃຈ ແລະ ຮູ້ສຶກສະອາດຄວນປ່ຽນແຜ່ນອະນາໄມທຸກໆ 3-4 ຊົ່ວໂມງ ເພື່ອຄວາມສະອາດ ແລະ ບໍ່ເກີດຄວາມອັບຊື້ນທີ່ສະສົມ

4. ຜ້າອະນາໄມ:

ສິ່ງຂອງຈໍາເປັນສໍາລັບຜູ້ຍິງທຸກຄົນ ຄວນເລືອກຊະນິດທີ່ໃຫ້ການຊຶມຊັບດີຢ້ຽມ ພ້ອມຄວາມນຸ້ມສະບາຍ ໃຫ້ຮູ້ສຶກກະຊັບກະເສງໄດ້ຕະຫລອດວັນ

5. ເຊັດທໍາຄວາມສະອາດໃບຫນ້າ ແລະ ບໍາລຸງຄວາມຊຸ່ມຊື່ນ:

ເພື່ອໃຫ້ຫມັ້ນໃຈໄດ້ວ່າ ບໍ່ວ່າຈະຕ້ອງຍ້າຍທີ່ຢູ່ ຫລື ເດີນທາງໄປບ່ອນໃດ ໃບຫນ້າຂອງເຮົາຈະຍັງໄດ້ຮັບການດູແລເປັນຢ່າງດີເຫລືອນເດີມ ຜະລິດຕະພັນ 3 ປະເພດທີ່ຄວນກຽມໄວ້ປະກອບດ້ວຍຜະລິດຕະພັນເຮັດຄວາມສະອາດຂັ້ນພື້ນຖານເຊັ່ນ: ເຈວລ້າງຫນ້າ ແລະ ໂທນເນີ ລວມເຖິງຜະລິດຕະພັນທີ່ໃຫ້ຄວາມຊຸ່ມຊື່ນ ແລະ ບໍາລຸງຜີວຫນ້າ ຫລັງການເຮັດຄວາມສະອາດ

6. ໂລຊັນ:

ໄວ້ຖະຫນອມຄວາມຊຸ່ມຊື່ນ ຕິດໂຕໄວ້ພຽງແຕ່ຂວດດຽວ ໃນຍາມເດີນທາງກໍ່ສາມາດທາໄດ້ທຸກສ່ວນຂອງຮ່າງກາຍ ຄວນເລືອກໂລຊັນທີ່ມີສ່ວນປະສົມຂອງວິຕາມິນອີ ເພື່ອຊ່ວຍເກັບກັກຄວາມຊຸ່ມຊື່ນໄດ້ຢ່າງຍາວນານ

7. ວິຕາມິນຊີ:

ມີປະໂຫຍດຕໍ່ຮ່າງກາຍຫລາຍ ທັງຊ່ວຍຂະຈັດອະນຸມູນອິດສະລະ ທີ່ອາດກໍ່ໃຫ້ເກີດໂລກຫລາຍຊະນິດ ແລະ ຍັງສາມາດປ້ອງກັນການເກີດຫວັດໄດ້ເປັນຢ່າງດີ ໂດຍສະເພາະຢ່າງຍິ່ງໃນຊ່ວງທີ່ອາກາດປ່ຽນແປງ ສາມາດເລືອກໄດ້ທັງຊະນິດກືນ ຫລື ຊະນິດຫຍໍ້າ

ໂດຍ > ສຸຣິດທິເດດ ບຸດດາວົງ  

ຂ່າວສານບ້ານເມືອງ

Post navigation

Previous Post: ແຊດ່ວນ! ຂໍ້ຄວນປະຕິບັດຍາມນ້ຳຖ້ວມ
Next Post: ບຸນຫໍ່ເຂົ້າສະຫຼາກ (ບຸນເດືອນສິບ) ປີນີ້ແມ່ນ ວັນທີ 13/9/19

Related Posts

ສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບ ນະຄອນຫຼວງວຽງຈັນ ຈັດງານລະດົມທຶນຊ່ວຍເຫຼືອຊາວເມືອງອູຮັ່ນ-ປະຊາຊົນຈີນ ຂ່າວສານບ້ານເມືອງ
ດ່ວນ ໄຟ ໄ ໝ້ ເຂດຕະຫຼາດດາວເຮືອງ ນະຄອນ ປາກເຊ ຂ່າວສານບ້ານເມືອງ
ຫ້າມຈັດງານ-ປິດຮ້ານຄາຣະໂອເກະແລະສະຖານບັນເທີງ 5-30/4/2022 ຂ່າວສານບ້ານເມືອງ
ງາມແທ້…! ຮອງ​ອັນ​ດັບ 1 ນາງ​ສາວ​ລາວ 2020 ພອນທິດາ ແກ້ວບຸນພັນ ພ້ອມ​ອີກ 2 ລາງວັນ​ພິ​ເສດ ຂ່າວສານບ້ານເມືອງ
ປະທານປະເທດແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 ຂ່າວສານບ້ານເມືອງ
ຫຼາຍບ້ານຂອງເມືອງຈໍາປາສັກ ໄດ້ຮັບຜົນກະທົບຈາກພາຍຸ ໂນຣຸ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme