Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບູຮານຄະດີລາວ ຕອນ ນາກ 15 ຕະກຸນຂອງ ເມືອງຫລວງພຣະບາງ

Posted on 29/08/201930/08/2019 By All in LAOS No Comments on ບູຮານຄະດີລາວ ຕອນ ນາກ 15 ຕະກຸນຂອງ ເມືອງຫລວງພຣະບາງ

ຈາກພົງສາວະດານຕ່າງໆເຮັດໃຫ້ແຈ່ມແຈ້ງວ່າ ຊົນລາວລາວມີຄວາມເຊື່ອໃນພະຍານາກຢ່າງແໜ້ນແຟ້ນ ຊື່ເມືອງທຸກໆເມືອງລ້ວນແຕ່ກ່ຽວພັນກັບພະຍານາກທັງນັ້ນ ບໍ່ພຽງແຕ່ການຕັ້ງຊື່ເມືອງໃຫ້ກ່ຽວຂ້ອງກັບພະຍານາກ ແຕ່ຫາກຍັງປາກົດຕາມຄະຕິຄວາມເຊື່ອໃນການຫາລືກງາມ ຍາມດີໃນການຂຶ້ນຄອງແຜ່ນດິນຂອງບັນດາເຈົ້າຊີວິດອີກ ເຊັ່ນ : ຂຸນບູຣົມຣາຊາທິຣາຊ ເຈົ້ານະຄອນໜອງແສ ຜູ້ສ້າງເມືອງແຖນຈົນສຳເລັດ ຈຶ່ງຫາລຶກງາມຍາມດີຂຶ້ນຄອງເມືອງແຖນ ເຊິ່ງຫາໄດ້ວັນທີ່ລາຫູເຂົ້າສູ່ລາສີຕຸນ ສັດຄູ່ລາສີ ກໍ່ຄື ພະຍານາກ.

ຄວາມສຳພັນລະຫວ່າງນາກກັບນະຄອນຕ່າງໆ ຂອງຄົນລາວບໍ່ໄດ້ສິ້ນສຸດຢູ່ໃນສະໄຫມຂຸນບູຣົມ ສາຍສຳພັນນີ້ຍັງສືບທອດຕໍ່ເນື່ອງມາຮອດລູກ ຂອງຂຸນບູຣົມ ກໍ່ຄື ຂຸນລໍ ເຊິ່ງເປັນຜູ້ສ້າງເມືອງຊຽງດົງ ຊຽງທອງ (ຫລວງພຣະບາງ) ໂດຍມີການຫມາຍເຂດເມືອງໃນຕຳນານເອົາໄວ້ວ່າເອົາໂງ່ນຫມື່ນຫລວງເປັນຫາງນາກ ເອົາປາກນ້ຳຄານ ເປັນຫົວນາກ ແລະເອິ້ນຊື່ນະຄອນນີ້ວ່າ : ນະຄອນຊຽງທອງສີສັດຕະນາກ ຈົນມາຮອດເປັນເມືອງຫລວງພຣະບາງ ໃນທຸກມື້ນີ້

ຫລວງພຣະບາງໄດ້ຊື່ວ່າເປັນນະຄອນແຫ່ງນາກ ຄົນຫລວງພຣະບາງເຊື່ອຖືໃນນາກຢ່າງແນບແຫນ້ນໃນຈິດໃຈ ຈົນເຖິງກັບປາກົດຄວາມເຊື່ອໃນເລື່ອງບັນພະບູຣຸດຂອງຄົນຫລວງພຣະບາງ ຄື : ພະຍານາກ 15 ຕະກຸນ ແລະພະຍາກນາກ 15 ຕະກຸນນີ້ຍັງຄົງປົກປັກຮັກສາເຂດແດນຕ່າງໆດັ່ງນີ້ :

1. ນາງດຳຢູ່ຄົກທ່ອນ,
2. ນາງດ່ອນຢູ່ຄົກເຮືອ,
3. ນາງຜົມເຝືອ(ຄຳເຝືອ)ຢູ່ເຫນືອທ່າຊ້າງ,
4. ທ້າວໂຕ່ງກວ້າງຂວາງຢູ່ປາກຄານ ,

5. ທ້າວທອງຈານຢູ່ຜາດ່ຽວ, ,
6. ທ້າວຄຳບ່ຽວຢູ່ຜາເສືອ,
7. ທ້າວບຸນເຍືອຢູ່ກ້ອນກ່າຍຟ້າ ,
8. ທ້າວຄຳຫລ້າຢູ່ຜາບັງ,

9. ທ້າວຄຳປັງຢູ່ພູຊ້າງ,
10. ທ້າວບຸນກວ້າງຢູ່ພູຊວງ ,
11. ທ້າວບຸນຍວງຢູ່ກ້ອງຫມຶດແອ່ນ,

12. ທ້າວຄຳແທ່ນຢູ່ຜາຊະວາ,
13. ທ້າວຈົງລົວຢູ່ຜາສຸມເສົ້າ (ຜາຍ່າເຖົ້າ) ,
14. ອຸສຸພະນາກເຈົ້າຢູ່ເຝົ້າສົບດົງ,
15. ທ້າວໃຈຈຳນົງ ຢູ່ຮັກສາພຣະບາທ ສຣິສັດຕະນາກເຈົ້າຢູ່ເຝົ້າຈອມສຣີ .

(ແຕ່ອັດມິນນັບໄດ້ 16 ຕະກຸນ ຂໍຄວາມກະລຸນາຜູ້ຮູ້ທຸກທ່ານຊ່ວຍຊີ້ແນະອີກຄັ້ງເດີແລະມີອີກຫລາຍຕຳລາແລະການເລົ່າຈາກຜູ້ເຖົ້າຜູ້ແກ່ ຜູ້ຊົວຄຸນນະວຸດ ທີ່ມີຄວາມແຕກຕ່າງກັນຈາກບົດຄວາມນີ້).

ດ້ວຍເຫດນີ້ຫລວງພຣະບາງຈຶ່ງເປັນດິນແດນແຫ່ງພະຍານາກ ແລະເປັນຄວາມເຫມາະສົມທຸກປະການ ທີ່ຈະເປັນສະຖານທີ່ສະຖາປະນາລິດເດດໃຫ້ກັບນາຄາທິບໍດີສີສັດຕະນາກບາດານທີ່ສະພາບຸນໄດ້ຈັດສ້າງຂຶ້ນ ໂດຍສະເພາະສັນຍາລັກຂອງສີຫນ້າຂອງພະຣາຊວັງຫລວງພຣະບາງຈຶ່ງເອົາຮູບນາກ 15 ຕະກຸນ ລາຍອ້ອມສັນຍາລັກຂອງຊ້າງ ສາມສຽນ ແປວ່ານາກທັງ 15 ຕະກຸນປົກປ້ອງຄຸ້ມຄອງອານາຈັກແຫ່ງນີ້ຢູ່ຕະຫລອດເວລາແລະ ຄວາມສຳພັນລະຫວ່າງພະຍານາກກັບຄົນລາວທີ່ປາກົດໃນຕຳນານນິທານ ຫລືພົງສາວະດານມັກຈະມີລັກສະນະຂອງຄວາມເປັນປະຫວັດສາດສອດແຊກຢູ່ສະເໝີ ແມ້ກະທັງຕຳນານການສ້າງເມືອງຫລວງສຸດທ້າຍຂອງລາວເຮົາ ກໍ່ຄື: ນະຄອນວຽງຈັນ ກໍ່ຍັງຄົງກ່ຽວພັນກັບພະຍານາກ ດັ່ງທີ່ເຮົາຮັບຮູ້ນັ້ນແລ.

ທີ່ມາ: Lao Art and Culture
CR :ນາງ ສາຍວາລິນ ບໍລະວົງ

ຂ່າວສານບ້ານເມືອງ Tags:ຫຼວງພະບາງ

Post navigation

Previous Post: ມູນເຫດ ຂອງບຸນເດືອນ 9 ຫໍ່ເຂົ້າປະດັບດິນ
Next Post: ບໍ່ຢາກທຸກໃຫ້ອ່ານບົດຄວາມນີ້

Related Posts

ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ ຂ່າວສານບ້ານເມືອງ
ແລກປ່ຽນເງິນຕາແບບຜິດກົດໝາຍ ຖືກຈັບມາສືບສວນຄັ້ງທີ 2 ຂ່າວສານບ້ານເມືອງ
ມຊຈະຮັບເອົານັກສຶກສາຈຳນວນ 7.675 ຄົນ ເຂົ້າຮຽນໃນສົກຮຽນ 2021-2022 ຂ່າວສານບ້ານເມືອງ
ໄຟຟ້ານະຄອນຫຼວງວຽງຈັນແຈ້ງມອດໄຟ ຫຼາຍເຂດ ວັນທີ 17-21 ກັນຍາ ຂ່າວສານບ້ານເມືອງ
ເລັ່ງຄົ້ນຫາ ຄົນຈົມນໍ້າສູນຫາຍທີ່ເມືອງທ່າແຂກ ຂ່າວສານບ້ານເມືອງ
ເມືອງລະຄອນເພັງຍັງສືບຕໍ່ເຂັ້ມງວດປ້ອງກັນພະຍາດໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme