Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖໍ້າຕິ່ງ ແຂວງຫຼວງພະບາງ ງາມເດັ່ນແຄມ ແມ່ນໍ້າຂອງ

Posted on 23/08/201923/08/2019 By All in LAOS No Comments on ຖໍ້າຕິ່ງ ແຂວງຫຼວງພະບາງ ງາມເດັ່ນແຄມ ແມ່ນໍ້າຂອງ

ທ່ານເຄີຍໄປທ່ຽວຖໍ້າຕິ່ງແລ້ວບໍ່? ຖ້າຍັງພວກເຮົາມາຮູ້ຂໍ້ມູນ ກ່ຽວກັບຖໍ້າແຫ່ງນີ້ກັນກ່ອນ ເພື່ອເວລາໄປທ່ຽວຈະໄດ້ມີຂໍ້ມູນໄດ້ໂອ້ລົມກັບເພື່ອນໆຂອງທ່ານ.

ພາບໂດຍ: Juk Jek 

ຖໍ້າຕິ່ງ ເປັນຖໍ້າ ທີ່ສັກສິດ (ຕາມຄວາມເຊື່ອ ຖືຂອງຄົນ ທ້ອງຖິ່ນ) ຕັ້ງຢູ່ແຄມ ແມ່ນໍ້າຂອງ ກົງກັນຂ້າມ ບ້ານປາກອູ ຫ່າງຈາກ ຕົວເມືອງ ຫລວງພະບາງ ໄປທາງທິດ ເໜືອຕາມ ລໍາແມ່ນໍ້າຂອງ 32 ກິໂລແມັດ.

ພາບໂດຍ: Juk Jek 

ເລົ່າກັນວ່າ: ຖໍ້າຕິ່ງ ເປັນຖໍ້າ ທີ່ສັກກາລະ ທາງສາສະໜາ ເກີດຂຶ້ນເທື່ອ ທໍາອິດ ໃນຂະນະ ທີ່ຊາວ ບ້ານຊ່າຍັງ ເຊື່ອຖືຜີ ຫລື ເທວາ ພິບານ ທໍາມະຊາດຢູ່ ແລະ ຖໍ້າແຫ່ງນີ້ ເຄີຍເປັນ ເທວາ ສະຖານແຫ່ງ ເຈົ້າທີ່ ແມ່ນໍ້າ.

ພາບໂດຍ: Juk Jek 

ຕໍ່ມາກໍ ມີກຸ່ມຄົນຍ້າຍ ເຂົ້າມາຕັ້ງ ຖິ່ນຖານໃໝ່ ເທື່ອທໍາອິດ ເມື່ອກາງ ສະຕະ ວັດທີ VIII ແລະ ພາຍຫລັງ ໄດ້ຍ້າຍລົງ ມາຈາກ ພາກໃຕ້ ປະເທດຈີນ, ອິດທິພົນ ຂອງພະພຸດ ທະສາສະໜາ ກໍຖືກເຜີຍແຜ່ ເຂົ້າທ້ອງຖິ່ນນີ້ ຈາກການຕັ້ງ ຖິ່ນຖານ ຢູ່ດົນ ພໍສົມຄວນ, ມາຮອດ ສະຕະວັດທີ XVI ຝ່າຍວັງ ໄດ້ຊົງຣາຊະ ອຸປະຖໍາຖໍ້າ ແຕ່ເວລານັ້ນ ຈົນເຖິງປີ 1975. ເມື່ອປີໃໝ່ລາວ ມາຮອດ ແຕ່ລະປີ, ເຈົ້າຊີວິດ ໄດ້ສະເດັດໄປ ຖໍ້າ ແລະ ຊາວເມືອງ ຫລວງພະບາງ ເຊິ່ງເປັນສ່ວນ ສໍາຄັນ ໃນພິທີ ບຸນປີໃໝ່ລາວ.

ພາບໂດຍ: Juk Jek 

ຖໍ້າຕິ່ງ ປະກອບມີ 2 ຖໍ້າຄືຖໍ້າຕິ່ງລຸ່ມ ແລະ ຖໍ້າຕິ່ງເທິງ, ຖໍ້າຕິ່ງລຸ່ມມີ ຂັ້ນໄດຂຶ້ນລົງ ຈາກທ່າເຮືອ ເຖິງຖໍ້າ ແລະ ຢູ່ພາຍໃນ ຖໍ້າມີພະພຸດ ທະຮູບ ຈໍານວນຫລາຍ ເຊິ່ງສ່ວນ ຫລາຍເຮັດດ້ວຍໄມ້ ທີ່ເມື່ອກ່ອນ ປະຊາຊົນ ໄດ້ນໍາມາ ຖວາຍປະດິດ. ສ່ວນຖໍ້າຕິ່ງ ເທິງສູງກວ່າ ຖໍ້າລຸ່ມ 50 ແມັດ ແລະ ມີຂັ້ນໄດ ເຊື່ອມຕໍ່ ໃສ່ກັນ, ຢູ່ພາຍ ໃນຖໍ້າມີ ພະພຸດ ທະຮູບ ໃຫຍ່ຫລາຍອົງ ແລະ ໄດ້ກໍ່ສ້າງ ປະຕູ ເພື່ອເປີດ- ປິດປາກ ຖໍ້າຕື່ມອີກ.

ພາບໂດຍ: Juk Jek 

ທີ່ເປັນຈຸດ ສົນໃຈ ຂອງນັກທ່ອງທ່ຽວ ທີ່ມາທ່ຽວ ຖໍ້າຄື “ແທ່ນ” ທີ່ຢູ່ໃກ້ ທາງເຂົ້າເຊິ່ງ ເປັນບ່ອນ ບູຊາດອກໄມ້ ແລະ ທູບທຽນ, ມີຮູບສິງ ປ້ອງກັນ ທາງເຂົ້າ ແລະ ຍັງມີປະຕິມາກໍາ ຮູບຄວັດ “ພະລືສີ” ທີ່ມາຈາກເລື່ອງ ພະຣັກພະຣາມ, ໂຄງຄືໂຄງ ພະທາດ ໃຫຍ່ຕັ້ງ ຢູ່ເທິງຖານ ສູງສຸດ ມີເຈດີ ຂະໜາດນ້ອຍ ຕັ້ງຢູ່ໜ້າຜາ ທາງໃຕ້ ເຊິ່ງມີກະດູກ ຂອງຊາວບ້ານ ທີ່ເສຍຊີວິດ ໃນສະໄໝນັ້ນ ເກັບໄວ້ ມີນໍ້າອອກ ບໍ່ນ້ອຍໆ ຢູ່ໃນຖໍ້າ ໃຊ້ເປັນ ນໍ້າມົນ ໃນການປະກອບ ພິທີບຸນປີໃໝ່ ແຕ່ລະປີ.

ພາບໂດຍ: Juk Jek 
ພາບໂດຍ: Juk Jek 

ສໍາລັບ ນັກທ່ອງທ່ຽວ ທ່ານໃດ ທີ່ສົນໃຈ ຢາກຈະໄປ ທ່ຽວຊົມ, ກາບໄຫວ້ ສັກກະລະບູຊາ ຂໍພອນ ກໍສາມາດ ໄປໄດ້. ຖໍ້າຕິ່ງແຫ່ງ ນີ້ມີ 2 ເສັ້ນທາງ ເຂົ້າເຖິງຄື ທາງນໍ້າ ໂດຍ ການຂີ່ ເຮືອຂຶ້ນ ລຽບຕາມ ແມ່ນໍ້າຂອງ ໃຊ້ເວລາ 2 ຊົ່ວໂມງ ການຂີ່ເຮືອ ເໝາະສໍາລັບ ຜູ້ທີ່ຢາກທ່ຽວຊົມ ທິວທັດທຳມະຊາດ ແລະ ວິຖີຊີວິດຂອງ ປະຊາຊົນລາວ ທີ່ຕັ້ງ ຖິ່ນຖານ ເລາະລຽບ ຕາມສອງຝັ່ງ ແມ່ນໍ້າຂອງ ແລະ ອີກທາງໜຶ່ງ ກໍແມ່ນທາງລົດ ໃຊ້ເວລາ 20 ນາທີ ກໍເຖິງສະຖານ ທີ່ຂ້າມຟາກ ໄປຫາຖໍ້າ ດັ່ງກ່າວ.

ພາບໂດຍ: Juk Jek 

ຖ້າທ່ານໃດ ບໍ່ມີ ແຜນໄປທ່ຽວໃສ ກໍລອງໄປທ່ຽວ ສະຖານ ທີ່ແຫ່ງນີ້ ເບິ່ງຮັບຮອງ ວ່າທັງອີ່ມບຸນ ອີ່ມໃຈ ສຸກໃຈ ກັບການ ໄດ້ເຫັນຄວາມ ງົດງາມ ຂອງທຳມະຊາດ ແລະ ອົບອຸ່ນໃຈ ກັບການ ໄດ້ສຳຜັດ ກັບວິຖີຊີວິດ ຂອງຊາວບ້ານ ຢູ່ບໍລິເວນນີ້.

ພາບງາມໂດຍ: Juk Jek

ພາບໂດຍ:
ພາບໂດຍ: Chandala Seesoutham
ພາບໂດຍ: Pinida Ingkasuwan
ເລື່ອງເດັ່ນ Tags:ຖໍ້າຕິ່ງ, ແຂວງຫຼວງພະບາງ

Post navigation

Previous Post: From Ancient Volcanos to Heavenly Waterfalls – Secrets of the Bolaven Plateau
Next Post: ມູນເຫດ ຂອງບຸນເດືອນ 9 ຫໍ່ເຂົ້າປະດັບດິນ

Related Posts

ຈາກການຊັດທອດ… ສືບຕໍ່ຈັບຜູ້ຮ່ວມຂະບວນຄ້າຢາ ໄດ້ອີກ 2 ຄົນພ້ອມກາງຢ້າບ້າ 42.000 ເມັດ ຂ່າວສານບ້ານເມືອງ
ອາລາດທະນາອັນເຊີນ ພຣະບາງພຸດທະລາວັນ ລົງຫົດສົງ 2021 (ມີຄລິບ) ເລື່ອງເດັ່ນ
ແຂວງວຽງຈັນແຈ້ງ! ຢຸດເຊົາຊົ່ວຄາວບໍ່ໃຫ້ພາກສ່ວນຕ່າງໆຈາກນວ ມາເຄື່ອນໄຫວວຽກງານ ແລະ ຈັດກອງປະຊຸມ ຢູ່ພາຍໃນແຂວງ ເລື່ອງເດັ່ນ
ລາວທ່ຽວລາວ ພາໄປຮອດເມືອງນາກາຍ ເລື່ອງເດັ່ນ
ຊຽງຂວາງປະກາດ! ຜູ້ທີ່ໄປຮ່ວມງານເຮືອນດີນີ້ ຮີບໄປກວດເກັບຕົວຢ່າງ ຫຼັງພົບ 2 ຄົນຕິດເຊື້ອໂຄວິດ ເລື່ອງເດັ່ນ
ໂຄວິດ-19 ພາກຊີວິດ ສາວໄວ 23 ປີ ອີກ 1 ຄົນ ທີ່ສະຫວັນນະເຂດ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme