Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ

Posted on 11/07/201911/07/2019 By All in LAOS No Comments on ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ

ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ
ຂໍ້ມູນທົ່ວໄປກ່ຽວກັບພະທາດ:

ຊື່ແຫຼ່ງທ່ອງທ່ຽວ:
– ພາສາລາວ: ແຫຼ່ງທ່ອງທ່ຽວພະທາດຈອມຈວງ
– ພາສາອັງກິດ: Chomchoung Stupa

ທີ່ຕັ້ງແຫຼ່ງທ່ອງທ່ຽວ: ຕັ້ງຢູ່ ບ້ານທາດ
ຈຸດພິກັດ (location) 0708833
2328256

ການເຂົ້າເຖິ່ງແຫຼ່ງທ່ອງທ່ຽວ: ສາມາດຖ່ຽວໄດ້ 2 ລະດູ. ໄລຍະຫ່າງຈາກເທດສະບານເມືອງ 21,45 ກິໂລແມັດ ສາມາດເດີນທາງດ້ວຍລົດໃຫຍ່, ລົດຈັກ, ລົດຖີບ ແລະ ດ້ວຍການຍ່າງ.

ວັນເດືອນປີສໍາຫຼວດ ແລະ ເກັບກຳຂໍ້ມູນ: ວັນທີເດືອນ 16 ທັນວາ 2014.

ຜູ້ສຳຫຼວດ ແລະ ເກັບກໍາຂໍ້ມູນ: ທີມງານຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງລອງ.
– ທ່ານ ອຸທາ ພົນທາວີ ວິຊາການ ໜ່ວຍງານທ່ອງທ່ຽວ.
– ທ່ານ ປິ່ນແກ້ວ ລໍວັນຄຳ ພະນັກງານອາສາສະໝັກ.

ວັນເດືອນປີເປີດການບໍລິການ:ເປີດບໍລິການໃຫ້ທ່ຽວຊົມ ແຕ່ປີກໍ່ສ້າງປະຕິສັງຂອນພະທາດຂຶ້ນມາໃໝ່ປີ 1994

ພາກສ່ວນຄຸ້ມຄອງ: ພາກສ່ວນລັດ (ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ) ແລະ ອໍານາດການປົກຄອງກຸ່ມບ້ານທາດ.

ພາກສ່ວນການລົງທຶນ: ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງອົງການປົກຄອງກຸ່ມບ້ານທາດ

ປະຫວັດແຫລ່ງທ່ອງທ່ຽວ: ພະທາດຈອມຈວງເປັນພະທາດໜຶ່ງທີ່ໃຊ້ເປັນທີ່ກະລັກບູຊາຂອງຊາວພຸດທະສາສະໜາກຸ່ມບ້ານທາດນັ້ນກໍ່ຄືຊາວເມືອງລອງ ຕາມການເລົ່າຂານກັນມາວ່າພະທາດດັ່ງກ່າວສ້າງຂຶ້ນພ້ອມກັນກັບພະທາດຫຼວງຊຽງຕຶງ (ເມືອງສິງ) ແລະ ພະທາດດວງອື່ນໆພາຍໃນເມືອງລອງເຊັ່ນ: ພະທາດແມວສີ, ພະທາດຈອມແຈ້ງ, ພະ ທາດຈອມໝອກ ແລະ ພະທາດຫີນຟູ(ເມືອງສິງ)ພະທາດຈອມຈວງປະກອບມີ 2 ທາດ ພະທາດດວງເກົ່າ ແລະ ພະທາດດວງໃໝ່ຕັ້ງຢູ່ໃກ້ຄຽງກັນ ພະທາດດວງເກົ່່າກໍ່ສ້າງ ແລະ ປະຕິສັງຂອນຂຶ້ນມາໃໝ່ໃນປີ 1953 ພາຍຫຼັງທີ່ເກີດສົງຄາມຊາວບ້ານທາດນັ້ນກໍ່ຄືປະຊາຊົນກຸ່ມບ້ານ ທາດໃນປະຈຸບັນ ໄດ້ອົບພະຍົບໜີສົງຄາມໄປອາໃສ່ຢູ່ເມືອງເມິງ ແລະ ພາຍຫຼັງສົງຄາມສິ້ນສຸດໃນປີ 1975 ປະຊາຊົນໄດ້ພາກັນມາບູລະນະພະທາດ ແລະ ໄດ້ກໍ່ສ້າງພະທາດອີກດວງໜຶ່ງທີ່ຕັ້ງຕິດກັນ ໃນປີ 1994 ງານສະເຫຼີມສະຫຼອງທາດຈັດຂຶ້ນໃນທຸກໆປີ ໃນມື້ຂຶ້ນໃໝ່ 15 ຄໍ່າເດືອນ 5 ລື້ ເຊີ່ງກັບມື້ຂຶ້ນໃໝ່ 15 ຄໍ່າເດືອນ 4 ລາວ. ຢູ່ໃນລະຫວ່າງເດືອນມີນາຂອງທຸກໆປີ

ປະເພດແຫຼ່ງທ່ອງທ່ຽວ: ວັດທະນະທຳ – ປະຫວັດສາດ ຮູບການທ່ອງທ່ຽວ: ທ່ຽວສຶກສາຫາຄວາມຮູ້

ເຊື່ອມຕໍ່ແຫຼ່ງທ່ອງທ່ຽວອື່ນ: ເຊື່ອມຕໍ່ບັນດາແຫຼ່ງທ່ອງທ່ຽວພາຍໃນເມືອງລອງ ແລະ ເມືອງສິງ ຕັ້ງຢູ່ຈຸດໃຈກາງລະຫວ່າງເມືອງສິງ-ເມືອງລອງ

ລະດັບແຫຼ່ງທ່ອງທ່ຽວ: ລະດັບເມືອງ

ສິ່ງອໍານວຍຄວາມສະດວກ:ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ສະຖານທີ່ຈອດລົດ, ການຕິດຕໍ່ສື່ສານ
ໄຟຟ້າ, ເສົ້ນທາງຍ່າງ ຫຼື ລົດຖືບ (Trail)

ແຜນພັດທະນາ: ປົກປັກຮັກສາ ແລະ ພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ-ປະຫວັດສາດ ແລະ ເປັນທີສັກກະລັກບູຊາ.
ວັນທີ 16/12/2014

ຜູ້ເກັບກຳຂໍ້ມູນ:
ທ້າວ: ອຸທາ ພົນທາວີ
ຮອງຫົວໜ້າໜ່ວຍງານທ່ອງທ່ຽວ ຫ້ອງການ ຖວທ
ຮັບຜິດຊອບວຽກງານພັດທະນາ, ໂຄສະນາສົ່ງເສີ່ມການທ່ອງທ່ຽວ

ຜູ້ໃຫ້ຂໍ້ມູນ
ທ່ານ ໄມ່ມູນ ເລຂາຄະນະພັກຮາກຖານ
ອຳນາດການປົກຄອງກຸ່ມບ້ານທາດ

.

.

.

.

.

.

.

.

.

.

.

.

.

ຂ່າວສານບ້ານເມືອງ Tags:ເມືອງລອງ, ແຂວງຫຼວງນ້ຳທາ

Post navigation

Previous Post: 110 ປີ ເຈົ້າຊາຍແດງ ປະທານ ສຸພານຸວົງ
Next Post: WHY DOGS LIVE LESS THAN HUMAN

Related Posts

ທ່ານ ຫງວຽນ ຊວັນ ຟຸກ ໄດ້ຮັບເລືອກເປັນປະທານປະເທດຫວຽດນາມ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ +85ຄົນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ +4ຄົນ ຂ່າວສານບ້ານເມືອງ
ມອບເຄື່ອງບັນເທົາທຸກແກ່ຜູ້ປະສົບໄພນໍ້າຖວ້ມຢູ່ບ້ານລາດຊາງ ແລະ ບ້ານຫາດນາງ ເມືອງຂວາ ຂ່າວສານບ້ານເມືອງ
ຊົມເຊີຍພົນລະເມືອງດີ! ແຈ້ງເຈົ້າໜ້າທີ່ ມີຮ້ານຄາຣາໂອເກະທີ່ລະເມີດຄໍາສັ່ງ ເລກທີ15/ນຍ ຂ່າວສານບ້ານເມືອງ
Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 5/2/2020 – ປົວຫາຍດີ 1001 ຄົນ ຫຼາຍປະເທດພົບຜູ່ຕິດເຊື່ອເພີ່ມຂຶ້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme